ສູນຝຶກອົບຮົມ ເພື່ອພັດທະນາອົງກອນ ຈຳກັດ ຫຼື ໂອດີຊີ (ODC) ຈັດພິທີລົງນາມເຊັນສັນຍາຮ່ວມມືກັບ ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ ຫຼື ສກຈຮ ເອກພັດທະນາ (EMI) ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບອົງກອນໃນການບໍລິຫານຈັດການ,ເສີມສ້າງຄວາມອາດສາມາດໃນການແຂ່ງຂັນພາຍໃນອົງກອນ ໂດຍສະເພາະແມ່ນປັບປຸງແຜນການດໍາເນີນທຸລະກິດໃຫ້ມີຄຸນະພາບ ແລະ ຍືນຍົງ. ດ້ານສູນໂອດີຊີ ກໍໝັ້ນໃຈວ່າ: ພາຍຫຼັງສໍາເລັດການຍົກລະດັບຄືດັ່ງກ່າວ ຈະເຮັດໃຫ້ ສກຈຮ ເອກພັດທະນາ ມີປະສິດທິພາບໃນການດໍາເນີນງານຕ່າງໆຢ່າງຮອບດ້ານຈາກພາຍໃນສູ່ພາຍນອກອົງກອນ.

 ທ່ານ ບຸນສືບ ປັນຍາ ຄະນະສະພາບໍລິຫານ ສູນຝຶກອົບຮົມ ເພື່ອພັດທະນາອົງກອນ ຈຳກັດ ຫຼື ໂອດີຊີ (ODC) ກ່າວວ່າ: ໄລຍະຜ່ານມາ, ພວກເຮົາໄດ້ມີການຈັດຝຶກອົບຮົມໃນຫົວຂໍ້ຕ່າງໆໃຫ້ກັບ ສກຈຮ ເອກພັດທະນາ ໂດຍຜ່ານລະບົບອ໋ອຟລາຍ ແລະ ອອນລາຍ. ສໍາລັບການເຊັນສັນຍາຮ່ວມມືກັນໃນຄັ້ງນີ້ ກໍເປັນນິມິດໝາຍທີ່ດີ ຊຶ່ງພວກເຮົາຈະໄດ້ສືບຕໍ່ໃນການຝຶກອົບຮົມໃນຫຼາຍຫົວຂໍ້ ໂດຍສະເພາະແມ່ນການສ້າງຄວາມເຂົ້າໃຈໃຫ້ແກ່ບຸກຄະລາກອນໃນອົງກອນກ່ຽວກັບເຄື່ອງມືພັດທະນາການ ທີ່ເອີ້ນວ່າ: “ອົງການທີ່ມີຄວາມສາມາດສູງ ຫຼື (High Performance Organization – HPO)”.ໃນນີ້, ທາງສູນພວກເຮົາຈະເນັ້ນໃສ່ຫຼາຍໆອົງປະກອບທີ່ປິ່ນອ້ອມ ໂດຍສະເພາະແມ່ນ: ການໃຫ້ຄໍາປຶກສາ, ນໍາພາ ແລະ ອຳນວຍຄວາມສະດວກ (facilitate); ການຍົກລະດັບເພື່ອໃຫ້ເກີດມີການກຳນົດກົນລະຍຸດ ຫຼື ກຳນົດຍຸດທະສາດ (strategy); ປັດໄຈຂໍ້ກຳນົດຕ່າງໆ (criterias); ຕົວຊີ້ວັດອື່ນໆທີ່ກ່ຽວຂ້ອງ (indicators); ແຜນການນໍາໃຊ້ເຄື່ອນມື (implementation plan); ການໃຫ້ຄໍາປຶກສາ, ການຊີ້ນໍາ ແລະ ຄຸ້ມຄອງ (facilitate) ເພື່ອປັບປຸງຂະບວນການເຄື່ອງມື HPO ເພື່ອໄປຕາມແຜນການທີ່ວາງໄວ້. ນອກນັ້ນ, ຍັງໄດ້ຕິດຕາມ, ຊ່ວຍແກ້ໄຂບັນຫາ, ແລະ ປັບປຸງແຜນການ ລວມທັງການນໍາໃຊ້ເຄື່ອງມື HPO ໃນລະດັບທີ່ແຕກຕ່າງກັນຂອງອົງກອນນຳອີກດ້ວຍ.ຂໍ້ມູນຈາກສູນ ODC ຍັງໃຫ້ຮູ້ຕື່ມວ່າ: ໃນໄລຍະຜ່ານມາ ສູນຂອງເຮົາຍັງໄດ້ໃຫ້ບໍລິການຝຶກອົບຮົມແກ່ພາກລັດ ແລະ ພາກທຸລະກິດຢ່າງຕໍ່ເນື່ອງ ແລະ ຢ່າງເປັນລະບົບ ໂດຍສະເພາະແມ່ນຫົວຂໍ້ທີ່ກ່ຽວ ຂ້ອງກັບ: ເປົ້າຫຼາຍຫຼັກຂອງອົງກອນ, ເປົ້າໝາຍຫຼັກຂອງພະນັກງານດ້ານລະບຽບຫຼັກການ, ດ້ານລູກຄ້າ ແລະ ສັງຄົມ ລວມທັງການເຊື່ອມໂຍງລະບົບການບໍລິຫານທຸລະກິດໃຫ້ເຂົ້າກັບສະພາບແວດລ້ອມໃນຍຸກດິຈິຕ້ອນ.ສໍາລັບທິດທາງແຜນການໃນປີ 2022 ພວກເຮົາມີແຜນຈະຝຶກອົບຮົມ ແລະ ທີ່ປຶກສາໃຫ້ແກ່ບັນດາຫົວໜ່ວຍທຸລະກິດຕ່າງໆ ໂດຍແບ່ງອອກເປັນຫຼາຍກຸ່ມ ເຊັ່ນ: ກຸ່ມສະຖາບັນການເງິນ; ບັນດາບໍລິສັດເຊົ່າສິນເຊື່ອ ແລະ ຫົວຫນ່ວຍ SME ຕ່າງໆ. ຊຶ່ງມີຫົວຂໍ້ທີ່ກ່ຽວກັບ 1). ການພັດທະນາບຸກຄະລາກອນ; 2). ການບໍລິຫານຈັດການອົງກອນ; 3). ພາວະການເປັນຜູ້ນໍາໃນລະດັບນ້ອຍ-ກາງ-ໃຫຍ່; 4). ທັກສະການສ້າງຜູ້ສືບທອດ ແລະ ພັດທະນາທັກສະຄວາມຮູ້ອື່ນໆ; 5). ການວາງລະບົບການບໍລິຫານ ແລະ ການສື່ສານ; 6). ການກໍານົດ ແລະ ວາງແຜນຍຸດທະສາດການດຳເນີນທຸລະກິດ; 7). ການວາງແຜນທຸລະກິດ;ວຽກງານບໍລິຫານສິນເຊື່ອ ແລະ ການບໍລິຫານໜີ້ຊັກຊ້າ; 9). ວຽກງານຄວບຄຸມ ແລະ ກວດກາພາຍໃນ.ພິທີດັ່ງກ່າວ, ຈັດຂຶ້ນໃນວັນທີ 17 ມີນາ 2022 ທີ່ຫ້ອງການໃຫຍ່ ສກຈຮ ເອກພັດທະນາ, ບ້ານສະພານທອງ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ໃຫ້ກຽດລົງນາມຮ່ວມກັນລະຫວ່າງ ທ່ານ ບຸນສືບ ປັນຍາ, ຄະນະສະພາບໍລິຫານໂອດີຊີ ກັບ ທ່ານ ສົມພອນ ສີແສງລັດ, ຜູ້ອໍານວຍການໃຫຍ່ ສກຈຮ ເອກພັດທະນາ.