ວັນທີ 23 ມີນາ 2022 ຜ່ານມາ, ທ່ານ ສຸດຈະຫຼິດ ໄຊຍະວົງ, ຫົວໜ້າໜ່ວຍບໍລິການເມືອງໂພນໂຮງ ຂອງສນະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ ໄດ້ລົງຢ້ຽມຢາມ ແລະ ມອບສິນໄໝທົດແທນໃຫ້ກັບຄອບຄົວຜູ້ທີ່ໄດ້ຮັບການຄຸ້ມຄອງຈາກປະກັນຊີວິດເງິນກູ້ ແລະ ປະກັນຊີວິດຜູ້ຝາກເງິນ ຈຳນວນ 13.915.000 ກີບ ເຊິ່ງເປັນລູກຄ້າຢູ່ບ້ານໂຮງເລື່ອຍ, ເມືອງໂພນໂຮງ, ແຂວງວຽງຈັນ.