ດັ່ງທີ່ເຮົາຮູ້ນໍາກັນແລ້ວວ່າ: ພະຍາດໂຄວິດ-19 ໄດ້ລະບາດນັບແຕ່ຕົ້ນປີ 2020 ເປັນຕົ້ນມາຈົນຮອດປັດຈຸບັນ ກໍ່ຍັງລະບາດໜັກຢູ່ໃນບັນດາປະເທດທົ່ວໂລກ. ເຖິງແມ່ນວ່າຢູ່ບ້ານເຮົາຍັງບໍ່ຮ້າຍແຮງເທົ່າກັບຕ່າງປະເທດ, ແຕ່ກໍ່ຖືວ່າຍັງເຝົ້າລະວັງ ແລະ ປ້ອງກັນຢ່າງຄັ່ງຄັດ.
ສິ່ງດັ່ງກ່າວ, ໄດ້ສົ່ງຜົນກະທົບຕໍ່ກົນໄກເສດຖະກິດ ໂດຍສະເພາະແມ່ນເລື່ອງເງິນໆ-ຄຳໆທີ່ກ່ຽວຂ້ອງກັບການໃຊ້ຈ່າຍໃນຊີວິດປະຈໍາວັນ. ເມື່ອເປັນແນວນັ້ນ, ເຮົາກໍ່ຄວນຮູ້ໄວ້ເພື່ອເປັນຄະຕິເຕືອນໃຈໃນການຫາເງິນ ຫຼື ການໃຊ້ຈ່າຍເງິນໃຫ້ເກີດປະໂຫຍດສູງສຸດ; ເນື່ອງຈາກໂຄວິດ-19 ຍັງຄົງເຮັດໃຫ້ພວກເຮົາຫຍຸ້ງຍາກໄປອີກດົນ ເຊິ່ງຕ້ອງໄດ້ກຽມຄວາມພ້ອມໄວ້ແຕ່ເນີ້ນໆ ເຊິ່ງພວກເຮົາມີ 7 ເຄັດລັບມາຝາກບັນດາທ່ານດັ່ງຕໍ່ໄປນີ້:
 
1. ໃຫ້ໝັ່ນຄົ້ນຄວ້າຫາຄວາມຮູ້ໃໝ່ໆ:
ການຫາໂອກາດການເຮັດວຽກເພີ່ມຈະສາມາດຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນກວ່າເກົ່າ ແລະ ຍັງດີກວ່າເຮົາຈະປ່ອຍເວລາໃຫ້ເສຍຖິ້ມໄປຊື່ໆ.
2. ຫາກເຮົາບໍ່ມີເງິນຫຼາຍ ຫຼື ບໍ່ມີທຶນສໍາຮອງ:
ກໍ່ຄວນປະຫຍັດລາຍຈ່າຍທີ່ບໍ່ຈໍາເປັນ ເປັນຕົ້ນແມ່ນ: ເລື່ອນແຜນການທ່ອງທ່ຽວ, ຫາລາຍຮັບເພີ່ມທີ່ພໍຈະເຮັດໄດ້ ແລະ ເລືອກພົບປະສັງຄົມທີ່ຈະພາເຮົາໄປສູ່ຄວາມກ້າວໜ້າ.
3. ຫາກເຮົາເຮັດທຸລະກິດ:
ກໍ່ຄວນເນັ້ນທີ່ກໍາໄລພຽງເລັກນ້ອຍ ເພາະມັນຄືຄວາມຢູ່ລອດຂອງເຮົາເອງ, ຖ້າຈະໄປຫວັງໄດ້ກໍາໄລຫຼາຍບາດດຽວ ເຮົາອາດເສຍລູກຄ້າ ແລະ ທຸລະກິດເຈັ້ງກໍ່ໄດ້ ເພາະຍຸກນີ້ຄົນປະຫຍັດເງິນຫຼາຍ ກວ່າແຕ່ກ່ອນ.
4. ຖ້າຄິດຈະລົງທຶນໃນໄລຍະນີ້:
ກໍ່ຄວນເບິ່ງຜົນຕອບແທນໄລຍະສັ້ນ ແລະ ໄລຍະຍາວ ວ່າມີຄວາມເໝາະສົມ ຫຼື ຈະມີຈຸດກຸ້ມທຶນດົນປານໃດ? ເພາະຫາກບໍ່ຈໍາເປັນກະບໍ່ຄວນສ່ຽງ ເນື່ອງຈາກສະພາບເສດຖະກິດໃນປັດຈຸບັນຍັງຢູ່ໃນໄລຍະສະລໍໂຕ ແລະ ບໍ່ຮູ້ວ່າອີກດົນປານໃດຈະກັບມາສູ່ສະພາບປົກກະຕິ.
5. ໃຫ້ຄວາມສໍາຄັນກັບຄົນໃນຄອບຄົວ ແລະ ຄົນທີ່ທ່ານຮັກໃຫ້ຫຼາຍ:
ເຖິງແມ່ນຢູ່ໃນຊ້ວງເສດຖະກິດຕົກຕໍ່າ ແລະ ການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ເຮົາພົບຄວາມຫຍຸ້ງຍາກໍ່ຕາມ, ແຕ່ກໍາລັງໃຈຄົນຂ້າງໆ ຫຼື ຄົນໃນຄອບຄົວ ຈະເຮັດໃຫ້ເຮົາມີແຮງສູ້ວຽກ-ສູ້ງານໄດ້ຢ່າງບໍ່ຮູ້ອິດເມື່ອຍ.
6. ຫາກເຮົາເຮັດວຽກເອກະຊົນ ຫຼື ທຸລະກິດສ່ວນຕົວ: ກໍ່ຈົ່ງປັບຕົວໃຫ້ໄວທີ່ສຸດ ເພາະຫາກເຮົາບໍ່ສາມາດປັບຕາມສະພາບການ ເຮົາກໍ່ຈະຕົກທ່າຮັບຢ່າງແນ່ນອນ ເພາະປັດຈຸບັນນີ້ ການຫາວຽກເຮັດງານທຳແມ່ນມີຄວາມຫຍຸ້ງ ຍາກຫລາຍ ແລະ ທຸລະກິດກະບໍ່ຄ່ອຍດີປານໃດ? ຫາກທຽບໃສ່ກັບເມື່ອກ່ອນ.
7. ຫາກເຮົາສາມາດປັບໂຕ ເພື່ອເອົາຊະນະກັບອຸປະສັກເຫຼົ່ານີ້ໄປໄດ້:
ເຮົາຈະກາຍເປັນຄົນທີ່ເຂັ້ມແຂງຂຶ້ນ, ເຖິງແມ່ນວ່າເງິນຈະບໍ່ສາມາດຊື້ໄດ້ທຸກຢ່າງ, ແຕ່ກໍ່ຢ່າລືມວ່າທຸກຢ່າງຕ້ອງໃຊ້ຈ່າຍດ້ວຍເງິນ ເມື່ອເຮົາມີເງິນອອມໃນບັນຊີທີ່ເຄີຍໄດ້ປະຕິບັດມາກ່ອນໜ້ານີ້ແລ້ວ ກໍ່ຈະເຮັດໃຫ້ເຮົາອຸ່ນໃຈໄປຫຼາຍເຕີບ ເຖິງວ່າເສດຖະກິດບໍ່ດີ, ແຕ່ເຮົາກໍ່ຍັງມີຄວາມສຸກ ຍ້ອນເຮົາມີວິໃນທາງການເງິນ ແລະ ວາງແຜນມາແຕ່ເນີ້ນໆ.
ຂອບໃຈຂໍ້ມູນດີໆຈາກ: ອ໋ອມມັນນີ ດ໋ອດຄອມ.