ຖ້າທ່ານເປັນໜີ້ ແລະ ກຳລັງຫາວິທີແກ້ໄຂມັນ ບົດຄວາມນີ້ເປັນ ບົດຄວາມສຳລັບທ່ານ
ຕ້ອງຂໍບອກໄວ້ກ່ອນວ່າແອັດບໍ່ໄດ້ເປັນກູລູ ຫຼື ນັກການເງິນແຕ່ຢ່າງໃດ ແຕ່ເປັນຄົນໜຶ່ງທີ່ໄດ້ເຮັດ Content ແລະ ໄດ້ຊອກຫາສຶກສາຂໍ້ມູນກ່ຽວກັບການເງິນມາສົມຄວນດັ່ງນັ້ນຈຶ່ງໄດ້ນຳເອົາວິທີແກ້ໄຂໜີ້ສິນອີກວິທີໜຶ່ງມາຝາກໃຫ້ກັບທ່ານຜູ້ຟັງ ເຊິ່ງຫົວຂໍ້ນີ້ໄດ້ມາຈາກ blog.ghbank.co.th/ ຈະເປັນຈັ່ງໃດນັ້ນເຮົາມາອ່ານນຳກັນກັບຫົວຂໍ້
3 ວິທີບໍລິຫານໜີ້ໃຫ້ໝົດໄວ. ເຮົາມາເລີ່ມກັບຂໍ້ທີ່ 1 ກັນເລີຍ
- ຢຸດວົງຈອນການສ້າງໜີ້
ໃນຂະນະທີ່ຍັງຊຳລະໜີ້ເກົ່າບໍ່ໝົດ, ທຸກໆຄົນຕ້ອງຢຸດສ້າງໜີ້ສິນໃໝ່ດ້ວຍວິທີດັ່ງຕໍ່ໄປນີ້:
- ຕັດພາລະລາຍຈ່າຍທີ່ບໍ່ຈຳເປັນ
ວິທີການຢຸດວົງຈອນຫນີ້ສິນທີ່ຄົງຄ້າງ ສິ່ງທໍາອິດທີ່ທ່ານຈໍາເປັນຕ້ອງເລີ່ມຕົ້ນເຮັດແມ່ນ ການເລີ່ມຕົ້ນຄວບຄຸມຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນ ໂດຍການຕັດຄ່າໃຊ້ຈ່າຍຕ່າງໆ ຂອງຟຸ່ມເຟືອຍທີ່ລົບກວນກະແສເງິນຂອງທ່ານ, ເຊັ່ນ: ການໄປຊື້ເຄື່ອງ, ສັງຄົມ, ການເດີນທາງ ແລະ ອື່ນໆ. ນີ້ແມ່ນວິທີທີ່ໄວທີ່ສຸດທີ່ຈະຊ່ວຍຊໍາລະຫນີ້ສິນ. ເພາະທ່ານຈະສາມາດໃຊ້ເງິນນີ້ເພື່ອຊຳລະໜີ້ສິນກ່ອນທີ່ດອກເບ້ຍຈະເພີ່ມຂຶ້ນ.
- ຫ້າມຫຍຸ້ງກັບໜີ້ນອກລະບົບ
ເນື່ອງຈາກວ່າການກູ້ຢືມເງິນນອກລະບົບ ມີດອກເບ້ຍທີ່ຂ້ອນຂ້າງສູງ. ເຮັດໃຫ້ໜີ້ສິນທີ່ມີຢູ່ເພີ່ມຂຶ້ນເກີນຄວາມສາມາດໃນການຈ່າຍ, ນອກຈາກນັ້ນ ຍັງມີຄວາມສ່ຽງທີ່ຈະຖືກຕິດຕາມໂດຍວິທີການເກັບຫນີ້ສິນທີ່ຜິດກົດຫມາຍນຳອີກ.
- ເຊົາໃຊ້ວິທີຢືມຜູ້ນັ້ນມາໃຊ້ໜີ້ຜູ້ນີ້ ແອັດວ່າວິທີນີ້ເປັນວິທີ Hit ຂອງໃຜຫຼາຍໆຄົນເລີຍແຫຼະ ແຕ່ຮູ້ບໍ່ວ່າມັນເປັນວິທີ່ທີ່ບໍ່ດີພໍປານໃດ ການຢືມເງິນຈາກຜູ້ນີ້ໄປໃຊ້ໜີ້ຜູ້ນັ້ນ ບໍ່ແມ່ນວິທີການສໍາລັບການແກ້ໄຂບັນຫາໜີ້ສິນ. ແຖມຍັງມີໂອກາດທີ່ຈະເພີ່ມຫນີ້ສິນໂດຍການເພີ່ມອັດຕາດອກເບ້ຍເງິນກູ້ຈາກອະນາຄົດ ແລະ ສຳຄັນຄືມັນຈະບໍ່ສາມາດຢຸດວົງຈອນການສ້າງໜີ້ໄວ້ໄດ້.
- ປັບແຜນການເງິນໃໝ່
ວິທີທີ່ໄວທີ່ສຸດ ແລະ ຢັ້ງຢືນທີ່ສຸດທີ່ຈະອອກຈາກຫນີ້ສິນ ຈະເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້ທີ່ຈະເລີ່ມແຜນການທາງການເງິນໃໝ່ ວິທີນີ້ ນອກຈາກຈະຊ່ວຍຫຼຸດໜີ້ສິນ ແລະ ຄວບຄຸມລາຍຈ່າຍໄດ້ດີ. ມັນຍັງເປັນພື້ນຖານຂອງການວາງແຜນທາງດ້ານການເງິນສໍາລັບຊີວິດເພື່ອບັນລຸເປົ້າຫມາຍໄລຍະຍາວ. ແອັດຢາກຊີ້ໃຫ້ເຫັນວິທີການປ່ຽນແປງພຶດຕິກໍາທາງດ້ານການເງິນທີ່ຈະຊ່ວຍໃຫ້ທ່ານສາມາດບັນເທົາພາລະຫນີ້ສິນທີ່ມີຢູ່ແລ້ວຢ່າງສົມບູນ. ແລະສ້າງວິໄນການປະຢັດໃນຕອນເລີ່ມຕົ້ນຢ່າງງ່າຍດາຍດ້ວຍ 3 ຂັ້ນຕອນດັ່ງນີ້.
- ຂັ້ນ 1 ວາງແຜນລາຍຮັບ – ລາຍຈ່າຍ
ເຫດຜົນວ່າເປັນຫຍັງຄົນເຮົາຈຶ່ງມັກຈະມີນິໄສຂອງ overspending ຫຼື ການໃຊ້ຈ່າຍເກີນໂຕ ມັນເປັນຍ້ອນວ່າເຮົາບໍ່ຮູ້ວ່າໃນແຕ່ລະເດືອນເຮົາໝົດເງິນໄປກັບອັນໃດແດ່. ສະນັ້ນ, ຄວນເລີ່ມດ້ວຍການວາງແຜນລາຍຮັບ-ລາຍຈ່າຍ ໃນແຕ່ລະເດືອນໂດຍການສ້າງບັນຊີຫຼັກສອງບັນຊີເພື່ອບັນທຶກລາຍຈ່າຍ?
- ບັນຊີລາຍຮັບ-ລາຍຈ່າຍປະຈຳວັນ
ເວົ້າງ່າຍໆຄືເປັນການຈົດລາຍຈ່າຍແຕ່ລະມື້ເພື່ອໃຫ້ເຮົາຮູ້ວ່າເຮົາຈ່າຍອັນໃດໄປແດ່ ແລະ ມີອັນໃດແດ່ທີ່ອາດຈະບໍ່ຈຳເປັນແຕ່ເຮົາກະຍັງຈ່າຍໄປກັບມັນທຸກໆມື້ ເຊິ່ງບາງທີອາດຈະເປັນລາຍຈ່າຍເລັກໆນ້ອຍນ້ອຍໆ 10 ພັນ 20 ພັນ ແຕ່ຖ້າລວມກັນເປັນເດືອນ ເງິນນັ້ນອາດຈະສາມາດນຳມາໃຊ້ໜີ້ ຫຼື ຈ່າຍຄ່າງວດໄດ້ເຊັ່ນກັນ.
- ບັນຊີລາຍຮັບ – ລາຍຈ່າຍປະຈຳເດືອນ
ໃນສ່ວນນີ້ເປັນບັນຊີພາບລວມທີ່ຈະຊ່ວຍໃຫ້ທ່ານສາມາດເຫັນໄດ້ວ່າຄ່າໃຊ້ຈ່າຍຂອງແຕ່ລະເດືອນແມ່ນອັດຕາສ່ວນເທົ່າໃດ. ໂດຍຈະຕ້ອງຈັດປະເພດການໃຊ້ຈ່າຍໃນແຕ່ລະເດືອນນັ້ນ ລາຍຮັບ ແລະ ລາຍຈ່າຍໃດແດ່ທີ່ໝູນວຽນຢູ່ໃນເດືອນນັ້ນ ແລະ ຄວນຫຼຸດອັດຕາສ່ວນການໃຊ້ຈ່າຍຢູ່ໃສ ເພື່ອໃຫ້ສາມາດຊົດເຊີຍໜີ້ສິນທີ່ມີຢູ່ໄດ້ທັນເວລາ?
- ຂັ້ນ 2 ຕັ້ງເປົ້າໝາຍທາງການເງິນ
ເຊິ່ງປົກກະຕິແລ້ວວິທີການນີ້ເປັນແຜນການສໍາລັບການປະຫຍັດເງິນ. ແຕ່ສໍາລັບຜູ້ທີ່ຍັງມີຫນີ້ສິນ ການຕັ້ງເປົ້າໝາຍໃນຄັ້ງນີ້ອາດຈະເປັນການຕັ້ງເປົ້າໝາຍໃນການຊຳລະໜີ້ສິນໃຫ້ໄວເທົ່າທີ່ຈະໄວໄດ້. ນີ້ອາດຈະຊ່ວຍໃນການກໍານົດເວລາ.
ຕົວຢ່າງ: ຂ້ອຍມີໜີ້ສິນທັງໝົດ 5 ລ້ານກີບ ແລະ ຢາກຈະຈ່າຍໃຫ້ໝົດພາຍໃນ 2 ປີ.
ການຕັ້ງເປົ້າໝາຍແບບນີ້ຈະຊ່ວຍໃຫ້ທ່ານເຫັນວ່າ ຖ້າເຈົ້າຢາກຊໍາລະໜີ້ຈໍານວນນີ້ພາຍໃນ 2 ປີ ເຈົ້າຄວນເລີ່ມເຮັດຫຍັງໃນແຕ່ລະເດືອນ? ອາດຈະເລີ່ມວາງແຜນທີ່ຈະຊ່ວຍປະຢັດໃຫ້ໄດ້ເທົ່າກັບຄ່າງວດໃນແຕ່ລະເດືອນໂດຍວິທີການຕ່າງໆ ບໍ່ວ່າຈະເປັນເງິນຝາກປະຢັດທີ່ມີດອກເບ້ຍສູງ ຫຼື ຫາລາຍໄດ້ເພີ່ມເຕີມນອກເຫນືອໄປຈາກເງິນເດືອນ ແລະ ອື່ນໆ
- ຂັ້ນ 3 ຮູ້ຈັກການລົງທຶນໃນຊັບສິນຕ່າງໆ
ການລົງທຶນເປັນອີກວິທີໜຶ່ງທີ່ຊ່ວຍໃຫ້ທ່ານບັນລຸເປົ້າໝາຍໃນການຫຼຸດໜີ້ໄວຂຶ້ນ. ເຊິ່ງອາດຈະແບ່ງຫນີ້ສິນທີ່ສາມາດຊໍາລະໄດ້ໃນໄລຍະຍາວ ແລະ ຄິດໄລ່ວ່າການລົງທຶນປະເພດໃດສາມາດສ້າງລາຍຮັບພຽງພໍເພື່ອຊໍາລະຫນີ້? ແຕ່ຈື່ໄວ້ວ່າການລົງທຶນມາພ້ອມກັບຄວາມສ່ຽງ, ດັ່ງນັ້ນຄວນສຶກສາສິ່ງທີ່ຈະລົງທຶນໃຫ້ດີກ່ອນຈະລົງມືເຮັດ.
- ຂາຍຊັບສິນບາງຢ່າງເພື່ອຊຳລະໜີ້ໃຫ້ໝົດ
ນີ້ອາດຖືວ່າເປັນທ່າໄມ້ຕາຍສຸດທ້າຍກໍ່ເປັນໄດ້ ເພາະເມື່ອບໍ່ມີຫົນທາງທີ່ຈະຫາເງິນມາໃຊ້ໜີ້ ເຊິ່ງຄ່າງວດກໍ່ອາດຈະຄ້າງມາຫຼາຍກວ່າ 3 ເດືອນ ເຮົາອາດຈະຕ້ອງເບິ່ງສິ່ງອ້ອມຕົວເພື່ອນຳໄປຂາຍມາເປັນເງິນເພື່ອໃຊ້ໜີ້ ລວມເຖິງຊັບສິນທີ່ເຮົາໃຊ້ຄ້ຳປະກັນນຳ ເພາະຖ້າຈະໃຫ້ເຈົ້າໜີ້ມາຍຶດເອົາກໍ່ອາດຈະເສຍໄປລ້າໆ ເພາະບາງຄັ້ງຖ້າເຮົາເອົາຊັບສິນເຫຼົ່ານັ້ນໄປຂາຍເອງ ເຮົາກໍ່ອາດຈະໄດ້ລາຄາທີ່ດີກວ່າທີ່ທາງເຈົ້າໜີ້ຕີລາຄາໃຫ້ໃນເບື້ອງຕົ້ນ ແລະ ສາມາດເອົາສ່ວນຕ່າງທີ່ເຫຼືອມາບໍລິຫານຈັດການ ຫຼື ເປັນການເລີ່ມຕົ້ນຊີວິດໃໝ່ທີ່ບໍ່ມີໜີ້ໄດ້.
ສະຫຼຸບ
ຢ່າງໃດກໍຕາມ, ວິທີທີ່ດີທີ່ສຸດທີ່ຈະອອກຈາກຫນີ້ສິນ ແມ່ນການເລີ່ມຕົ້ນຍອມຮັບນິໄສແລະພຶດຕິກໍາການໃຊ້ຈ່າຍທີ່ເກີນກວ່າຂອງຕົນເອງ ລວມທັງພະຍາຍາມປະຕິບັດຕາມຂັ້ນຕອນການຜ່ອນໜີ້ສິນທີ່ໄດ້ວາງໄວ້ຢ່າງສຸດຄວາມສາມາດດ້ວຍເຈດຕະນາຈິງໃຈ, ຮັບຮອງວ່າຖ້າເຮົາມີລະບຽບວິໄນ ແລະ ມີເຈດຕະນາດີ, ເຮົາຈະສາມາດກຳຈັດໜີ້ສິນທັງໝົດຂອງພວກເຮົາໄດ້ຢ່າງແນ່ນອນ.



