ພີທີໄດ້ຈັດຂື້ນໃນວັນພຸດ ວັນທີ 16 ມີນາ 2022 ທີ່ສະຖາບັນທະນາຄານ, ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດຮ່ວມຂອງ ທ່ານ ພຸດທະໄຊ ສີວິໄລ, ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ.ພ້ອມນີ້ຍັງມີ, ທ່ານ ປອ. ອາຄົມ ປຣະເສີດ, ຫົວໜ້າສະຖາບັນການທະນາຄານ (ສທຄ); ທ່ານ ພັນທະບູນ ໄຊຍະເພັດ, ຮອງຫົວໜ້າກົມຄຸ້ມຄອງສະຖາບັນການເງິນ ແລະ ທ່ານ ສົມພອນ ສີແສງລັດ, ປະທານສະມາຄົມການເງິນຈຸລະພາກລາວ (ສມກຈ) ແລະ ພາກສ່ວນແຂກຖືກເຊີນເຂົ້າຮ່ວມ.ການເຊັນບົດບັນທຶກຄວາມເຂົ້າໃນໃນຄັ້ງນີ້ ຕາງໜ້າ ສທຄ ໂດຍທ່ານ ປອ. ນາງ ທອນມີ ແກ້ວກິນນາລີ, ຮອງຫົວໜ້າ ສທຄ ແລະ ຕາງໜ້າ ສມກຈ ໂດຍທ່ານ ນາງ ປະມວນ ເພັດທານີ, ຜູ້ອໍານວຍການ ສມກຈ ພ້ອມດ້ວຍສັກຂີພະຍານທັງສອງຝ່າຍ.