ຫຼາຍຄົນເຄີຍຕັ້ງຄຳຖາມກັບຕົນເອງວ່າ: ເປັນຫຍັງເຮົາຮຽນສາຍດຽວກັນ, ຮຽນຫ້ອງດຽວກັນ ແລະ ຄະແນນສະເລ່ຍເທົ່າກັນ, ແຕ່ເມື່ອຈົບມາສະໝັກວຽກພັດໄດ້ເງິນເດືອນເລີ່ມຕົນບໍ່ເທົ່າກັນ ທັງໆທີ່ເຮົາກໍ່ເປັນຜູ້ໜຶ່ງທີ່ມີຄວາມສາມາດຫຼາກຫຼາຍບໍ່ແຕກຕ່າງຫຍັງກັບຄົນອື່ນເລີຍ. ສະນັ້ນ, ມື້ນີ້ເຮົາມີເຄັດລັບດີໆມາຝາກລຸ່ມນີ້ ທີ່ເຮັດໃຫ້ຄົນເຮົາໄດ້ຮັບເງິນເດືອນແຕກຕ່າງກັນ.
1 ຄວາມຮູ້-ຄວາມສາມາດ:
ສໍາລັບໂອກາດທີ່ຈະໃດ້ເງີນເດືອນຫຼາຍ ຫຼື ໜ້ອຍນັ້ນ ແມ່ນຂື້ນກັບຄວາມຮູ້-ຄວາມສາມາດຂອງຜູ້ສະໝັກວຽກ; ເຊິ່ງບໍລິສັດ ຫຼື ອົງກອນ ຈະພິຈາລະນາຈາກປະຫວັດຜູ້ກ່ຽວ, ຄະແນນ ແລະ ຄຸນສົມບັດເປັນອັນດັບຮອງລົງມາ; ຖັດຈາກນັ້ນແມ່ນປະສົບການຕົວຈິງ, ຖ້າເປັນທີ່ໜ້າເພີ່ງພໍໃຈ ບໍລິສັດກໍ່ຈະພິຈາລະນາວ່າເງີນເດືອນທີ່ສະເໜີໄປນັ້ນ ເໝາະສົມກັບຄວາມສາມາດທີ່ເຮົາມີ ຫຼື ບໍ່?. ແຕ່ຖ້າວ່າເຮົາມີຄວາມຮູ້-ຄວາມສາມາດຫຼາຍ ກໍ່ມີໂອກາດທີ່ຈະໄດ້ເງີນເດືອນສູງກວ່າພະນັກງານໃໝ່.
2 ໜ້າວຽກແຕກຕ່າງ ເງີນເດືອນກໍ່ຕ່າງກັນ:
ບາງຄົນເຮັດວຽກໜ້າທີ່ດຽວໃນຫ້ອງການ ອາດຈະມີລາຍຮັບໜ້ອຍກວ່າຜູ້ທີ່ເຮັດຫຼາຍໜ້າວຽກ ເຖິງວ່າເຮົາຈະສັງກັດໃນອົງກອນດຽວກັນກໍ່ຕາມ, ແຕ່ອິງໃສ່ໜ້າວຽກຕົວຈິງ ບາງຄົນອາດຈະຕ້ອງໄດ້ເຮັດວຽກລ່ວງເວລາ ຫຼື ບາງຄົນອາດຈະໄດ້ເດີນທາງເລື້ອຍໆ ອັນນີ້ກໍ່ເປັນສິ່ງໜຶ່ງທີ່ເຮົາສາມາດສັງເກດດ້ວຍຕົວເອງໄດ້ວ່າເຂົາເຈົ້າຈະມີລາຍຮັບຫຍັງແດ່? ແລະ ເຮົາເອງມີລາຍຮັບແນວໃດ?. ເພາະລັກສະນະໜ້າວຽກຂອງແຕ່ລະຄົນຕ່າງກັນ, ຄວາມສຳນານໃນການເຮັດວຽກ ຈຶ່ງມີຜົນເຮັດໃຫ້ເງີນເດືອນບໍ່ເທົ່າກັນ.
3 ປະສົບການຜ່ານມາ:
ຄູ-ອາຈານໃນຮົ້ວມະຫາໄລເຄີຍແນະນຳວ່າ: ໃນຕອນທີ່ເຮົາສຶກສາຮໍ່າຮຽນຢູ່ນັ້ນ ເຮົາຄວນໃຊ້ເວລາໃນການຮຽນຢ່າງເຕັມທີ່, ເມື່ອເວລາເຮັດວຽກຕົວຈິງ ເຮົາຈະໄດ້ໝູນໃຊ້ບົດຮຽນທີ່ໄດ້ສຶກສາຜ່ານມານັ້ນເຂົ້າກັບໜ້າວຽກຕົວຈິງຢ່າງມີປະສິດທິພາບ. ຄຽງຄູ່ກັນນັ້ນ, ກໍ່ຕ້ອງໃຊ້ເວລາວ່າງໃຫ້ເປັນປະໂຫຍດດ້ວຍການຊອກຫາປະສົບການທັງໃນ ແລະ ນອກໂຮງຮຽນຕື່ມອີກ. ເພາະວ່າປະສົບການໃນການເຮັດວຽກຜ່ານມາ ຈະເປັນຕົວຊ່ວຍເຮົາ ແລະ ຈະມີສ່ວນສໍາຄັນຕໍ່ການພິຈາລະນາຂັ້ນເງິນເດືອນ ຫຼື ຕຳແໜ່ງງານໃນເວລາສະໝັກວຽກໃໝ່ໆ.
4 ສື່ສານເປັນພາສາຕ່າງປະເທດ:
ຕ້ອງຍອມຮັບວ່າຄວາມສາມາດໃນການໃຊ້ພາສາ ເປັນປັດໃຈສຳຄັນໃນການຕໍ່ລອງເງີນເດືອນ ຖ້າເຮົາສາມາດໃຊ້ພາສາອັງກິດໄດ້ດີ ກໍ່ຈະຍີ່ງເຮັດໃຫ້ເຮົາໃດ້ເງີນເດືອນສູງຂຶ້ນ, ແຕ່ຖ້າມີຄວາມຮູ້ຄວາມສາມາດດ້ານພາສາອັງກິດພຽງຢ່າງດຽວອາດຈະບໍພຽງພໍ ຖ້າຈະໃຫ້ດີກໍ່ຄວນຮູ້ນຳໃຊ້ພາສາອື່ນໆອີກ ກໍ່ຈະຊ່ວຍໃຫ້ເຮົາໃດ້ເງີນເດືອນສູງຂື້ນເຊັ່ນກັນ.
6 ຄະແນນສະເລ່ຍ:
ອັດຕາເງີນເດືອນເລີ່ມຕົ້ນອາດແຕກຕ່າງຈາກຜົນການທີ່ຮຽນມາ ຖ້າຈົບມາດ້ວຍເກຣດນິຍົມໃນລະດັບດີ ກໍ່ຈະໃດ້ເງີນເດືອນຫຼາຍກວ່າຄົນທົ່ວໄປ ເພາະບາງອົງກອນເຊື່ອວ່າ: ເກຣດສະເລ່ຍເປັນຜົນງານຂອງນັກຮຽນທີ່ສະແດງໃຫ້ເຫັນວ່າຄວາມຕັ້ງໃຈ ແລະ ຄວາມພະຍາຍາມໃນການໃຫ້ໃດ້ຄະແນນດີ. ດັ່ງນັ້ນເຂົາຈຶ່ງຄວນໃດ້ຮັບຜົນຕອບແທນທີ່ດີ. ຂະນະທີ່, ບາງບໍລິສັດເຊື່ອວ່າ: ການຮັບເອົານັກສຶກສາທີ່ໃດ້ຄະແນນສູງ ຈະເປັນການດຶງດູດຄົນເກັ່ງເຂົ້າມາພັດທະນາອົງກອນ.
[ຂອບໃຈຂໍ້ມູນຈາກ: ອອມມັນນີ ດ໋ອດຄອມ]