ການວາງແຜນການເງິນ ແມ່ນການຕັ້ງເປົ້າໝາຍທາງການເງິນໄລຍະສັ້ນ ແລະ ຍາວ ລວມທັງວິທີການຕ່າງໆທີ່ຈະນໍາພາໄປສູ່ການບັນລຸເປົ້າໝາຍເຫຼົ່ານັ້ນ ຫາກອີງຕາມລາຍໄດ້ທີ່ມີຢູ່ໃນປັດຈຸບັນແລ້ວ ເຮົາສາມາດເກັບອອມໄວ້ໃຊ້ໃນອະນາຄົດເທົ່າໃດ?. ສະນັ້ນ, ຈຶ່ງຕ້ອງຮູ້ເຖິງຄວາມຕ້ອງການໃຊ້ເງິນທັງໃນປັດຈຸບັນ ເພື່ອຈະໄດ້ມີໄວ້ຈ່າຍໃນອະນາຄົດ ເຊິ່ງການວາງແຜນການເງິນປະກອບດ້ວຍຫຼາຍປັດໃຈດັ່ງນີ້:
• ວາງແຜນຊື້ ຫຼື ຄອບຄອງຊັບສິນ:
ຊັບສິນ ໝາຍເຖິງສິ່ງທີ່ຄອບຄອງຕະຫຼາດຊົ່ວອາຍຸ ປະກອບດ້ວຍ: ອະສັງຫະລິມະຊັບ (ເຮືອນ, ລົດຍົນ, ເຟີນິເຈີ, ເຄື່ອງປະດັບ, ເງິນສົດ, ເງິນຝາກ, ເງິນລົງທຶນ ແລະ ອື່ນໆ.
• ວາງແຜນຄຸ້ມຄອງໜີ້ສິນ:
ໜີ້ສິນ ໝາຍເຖິງຈຳນວນເງິນຂອງບຸກຄົນ ຫຼື ກິດຈະການທີ່ເປັນໜີ້ໃນໄລຍະໃດໜຶ່ງ ທີ່ຈໍາເປັນຕ້ອງໄດ້ຈ່າຍ ອາດຈະໄວ ຫຼື ຊ້າ ແມ່ນຂຶ້ນກັບດຸນພິນິດຂອງແຕ່ລະຄົນ ແລະ ເປັນພັນທະທີ່ບຸກຄົນຈະຕ້ອງໃຊ້ຄືນ ບໍ່ວ່າຈະເປັນການຈ່າຍດ້ວຍເງິນສົດ, ສິນຄ້າ, ຊັບສິນ, ບໍລິການ ຫຼື ສິ່ງທີ່ມີຄ່າອື່ນໆ. ດັ່ງນັ້ນ, ວິທີການບໍລິຫານຈັດການໜີ້ສິນທີ່ເກີດຂຶ້ນ ຈຶ່ງເປັນສິ່ງສຳຄັນທີ່ສຸດສໍາລັບຕົວບຸກຄົນ.
• ວາງແຜນອອມ ແລະ ການລົງທຶນ:
ລາຍໄດ້ທີ່ເພີ່ມສູງຂຶ້ນ ເຮັດໃຫ້ການວາງແຜນການອອມ ແລະ ການລົງທຶນມີຄວາມສຳຄັນເພີ່ມຂຶ້ນ ເຊິ່ງເຮົາອາດຈະເຫັນໃນຕອນເລີ່ມຕົ້ນອອມເງິນເພື່ອໃຊ້ເປັນທຶນສຸກເສີນສຳລັບຄ່າໃຊ້ຈ່າຍທີ່ອາດຈະເກີດຂຶ້ນຢ່າງບໍ່ຄາດຄິດ; ແຕ່ຢ່າງໃດກໍຕາມ ເມື່ອລາຍໄດ້ເພີ່ມຂຶ້ນ ກໍອາດຈະເກີດຄ່າໃຊ້ຈ່າຍທີ່ຕາມມາເຊັ່ນກັນ.

• ວາງແຜນການອອມ:
ການວາງແຜນທາງການອອມ ແມ່ນການເຮັດໃຫ້ການອອມເງິນເພື່ອໃຊ້ຈ່າຍໃນອະນາຄົດ ເຊັ່ນ: ການສະສົມເງິນ, ການອອມເງິນເພື່ອສຸກເສີນ, ການຊື້ປະກັນຊີວິດ, ຝາກເງິນໄລຍະຍາວ, ການລົງທຶນໃນທຸລະກິດຕ່າງໆ.
• ວາງແຜນເພື່ອບຳນານ
ການວາງແຜນການບຳນານ ເປັນສ່ວນປະກອບທີ່ສຳຄັນຂອງການວາງແຜນການເງິນ ເຊິ່ງຂັ້ນເລີ່ມຕົ້ນ ແມ່ນການຕັ້ງເປົ້າໝາຍບຳນານວ່າ: ເຮົາຕ້ອງການຫຍັງເມື່ອເຊົາເຮັດວຽກ ແລະ ຈະມີມາດຕະຖານຄວາມເປັນຢູ່ແນວໃດ ເຊັ່ນ:
ຕ້ອງການທ່ອງທ່ຽວໃນຊີວິດຫຼັງບຳນານ, ໄປຢ້ຽມຢາມລູກຫຼານ ຫຼື ພັກຜ່ອນຢູ່ທີ່ເຮືອນ. ດັ່ງນັ້ນ, ການວາງແຜນບຳນານຕັ້ງແຕ່ເລີ່ມຕົ້ນ ຈຶ່ງເປັນສິ່ງຈຳເປັນ ແລະ ຮີບຮ້ອນເຮັດ, ແຕ່ຄົນສ່ວນໃຫຍ່ມັກຈະເລື່ອນການວາງແຜນເພື່ອບຳນານອອກໄປຈົນໃກ້ຈະຮອດອາຍຸບຳນານ ໂດຍສະເພາະແມ່ນການມີພາລະທາງການເງິນທີ່ບີບບັງຄັບຢູ່ຫຼາຍ ເຊັ່ນ: ການຊື້ເຮືອນ ຫຼື ລົດ, ການລ້ຽງດູລູກເປັນຕົ້ນ. ການເລື່ອນກຽມຕົວຊ່ວງບຳນານດົນປານໃດ ຈະເຮັດໃຫ້ເຮົາມີເງິນພຽງພໍທີ່ຈະໃຊ້ຫຼັງບຳນານຍາກຂຶ້ນເທົ່ານັ້ນ.
ທີ່ມາ: Aommoney.com