ເມື່ອວັນທີ 8 ມີນາ 2022 ຜ່ານມາ, ທ່ານ ອາຈານ ສົມພອນ ສີແສງລັດ, ອຳນວຍການ ສກຈຮ ເອກພັດທະນາ ພ້ອມດ້ວຍຄະນະ ໄດ້ລົງພົບປະຢ້ຽມຢາມສູນປະຊຸມ ແລະ ຕິດຕາມເບິ່ງກິດຈະກຳສ້າງລາຍຮັບຂອງລູກຄ້າຢູ່ໜ່ວຍບໍລິການ; ຊຶ່ງໃຫ້ການຕ້ອນຮັບຢ່າງອົບອຸ່ນຂອງຜູ້ຕາງໜ້າແຕ່ລະສູນ  ລວມທັງບັນດາລູກຄ້າທີ່ເປັນສະມາຊິກ.

ໂອກາດດຽວກັນ, ທ່ານ ສົມພອນ ສີແສງລັດ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຍັງໃຫ້ກໍາລັງໃຈລູກຄ້າກໍ່ຄືສະມາຊິກ ຈົ່ງພ້ອມກັນສູ້ຊົນ, ຜ່ານຜ່າອຸປະສັກຕ່າງໆ ທ່າມກາງການແຜ່ລະບາດຂອງພະຍາດໂຄວິດ-19.