ໃນວັນສຸກ ທີ 4 ມີນາ 2022 ຜ່ານມາ, ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ (EMI) ແລະ ສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ BDP ໄດ້ຈັດກິດຈະກໍາແຂ່ງຂັນກິລາມິດຕະພາບ ຮັດແໜ້ນຄວາມສາມັກຄີ ເພື່ອຕ້ອນຮັບວັນແມ່ຍິງສາກົນຄົບຮອບ 112ປີ.

ກິດຈະກໍາດັ່ງກ່າວ, ມີຂຶ້ນໃນຕອນແລງຂອງວັນດຽວກັນ ທີ່ເດີ່ນບານເພັດມະນີ, ບ້ານສ້າງເຫວີຍ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ. ຜົນການແຂ່ງຂັນປາກົດວ່າທິມ ສກຈຮ ເອກພັດທະນາ ຊະນະ ສກຈບ ບີດີພີ 3:2 ປະຕູ.