ວັນທີ 3 ມີນາ 2022, ທ່ານ ອາຈານ ສົມພອນ ສີແສງລັດ ຜູ້ອຳນວຍການ ສກຈຮ ເອກພັດທະນາ ລົງຢ້ຽມຢາມ ແລະ ມອບສິນໄໝທົດແທນໃຫ້ກັບຄອບຄົວຜູ້ທີ່ໄດ້ຮັບການຄຸ້ມຄອງຈາກປະກັນຊີວິດເງິນກູ້ ນາງ ກ່ຳ ອິນທະລັກ ຈຳນວນ 4.800.000 ກີບ ເຊິ່ງເປັນລູກຄ້າຢູ່ບ້ານໂພນແຮ່, ເມືອງທຸລະຄົມ, ແຂວງວຽງຈັນ.