ວັນທີ 4 ມີນາ 2022 ຜ່ານມາ, ສກຈຮ ເອກພັດທະນາ ສຳນັກງານໃຫຍ່ ໄດ້ຈັດການຝຶກອົບຮົມການສ້າງຕົວຊີ້ວັດ ເພື່ອກຳນົດທິດທາງການເຮັດວຽກໃນຕໍ່ໜ້າ ແລະ ກິດຈະກຳ Feedback ຜົນການປະຕິບັດວຽກໃນໄລຍະຜ່ານມາ. ກິດຈະກຳດັ່ງກ່າວ, ໄດ້ນຳພາໂດຍທ່ານນາງ ບຸນຕາ ບູລົມ ຮອງອຳນວຍການ ສກຈຮ ເອກພັດທະນາ ແລະ ເຂົ້າຮ່ວມຂອງພະນັກງານຢ່າງພ້ອມພຽງ.





