ເວລາຂອງຄົນເຮົາມີເທົ່າກັນມື້ລະ 24 ຊົ່ວໂມງ ແຕ່ຫຼາຍຄົນມັກເວົ້າວ່າ “ ບໍ່ມີເວລາ ” ສາເຫດສ່ວນໜຶ່ງເກີດຈາກການບໍລິຫານເວລາແບບຜິດໆ ຈຶ່ງເຮັດໃຫ້ຊີວິດມີຄວາມສັບສົນ ແລະ ຫຍຸ້ງຍາກກັບເວລາ. ສະນັ້ນ, ມື້ນີ້ເຮົາມາຮູ້ເຄັດລັບ 6 ຂໍ້ ທີ່ຈະເຮັດໃຫ້ທ່ານບໍລິຫານເວລາໄດ້ຢ່າງຖືກຕ້ອງ ມີເວລາໃນຊີວິດຫຼາຍຂຶ້ນ ແລະ ເຮັດໃຫ້ຊີວິດງ່າຍຂຶ້ນອີກດ້ວຍ.
1. ຕື່ນນອນແຕ່ເຊົ້າ:
ແນ່ນອນເມື່ອເຮົາຕື່ນແຕ່ເຊົ້າເຮົາກໍຈະມີເວລາເຮັດວຽກຫຼາຍຂຶ້ນ ມີເວລາໃນການວາງແຜນຊີວິດຫຼາຍຂຶ້ນ ແຕ່ຈະຕື່ນເຊົ້າຫຼາຍປານໃດກໍຂຶ້ນກັບການຈັດການຂອງແຕ່ລະຄົນ ແຕ່ຕ້ອງພິຈະລະນາໃຫ້ສຳພັນກັບການເຮັດວຽກຂອງຕົນເອງ. ນອກນັ້ນ, ການຕື່ນເຊົ້າຍັງເຮັດໃຫ້ເຮົາສາມາດຈັດການຊີວິດສ່ວນຕົວຢ່າງມີຄຸນນະພາບ ບໍ່ວ່າຈະເປັນການໄດ້ຮັບປະທານອາຫານເຊົ້າ, ການເດີນທາງໄປເຮັດວຽກຢ່າງສະບາຍ ຫຼື ອອກກຳລັງກາຍເປັນຕົ້ນ.
2. ຈັດຕາຕະລາງເວລາ:
ລອງຄິດເບິ່ງວ່າໃນມື້ໜຶ່ງເຮົາຕ້ອງເຮັດຫຍັງແດ່ ແລ້ວຂຽນກິດຈະກຳຕ່າງໆລົງໄປໃນແຕ່ລະມື້ ໂດຍການຈັດງານທີ່ຕ້ອງໄດ້ໃຊ້ຄວາມຄິດສ້າງສັນໄວ້ຕອນເຊົ້າ ແລ້ວວາງວຽກງານອື່ນໄວ້ໃນຕອນບ່າຍກໍຈະຊ່ວຍໃຫ້ຈັດການເລື່ອງຕ່າງໆໄດ້ງ່າຍຂຶ້ນ ແລະ ຍັງເຮັດໃຫ້ເຮົາບໍ່ພາດທຸກໆວຽກທີ່ສຳຄັນ ຄ້າຍໆຄືກັນກັບການຈັດຕາຕະລາງຮຽນໃນສະໄໝເປັນນັກຮຽນ.
3. ລຽງລຳດັບຄວາມສຳຄັນ:
ເມື່ອມີລາຍການຕ້ອງເຮັດວຽກຢູ່ແລ້ວ ສິ່ງທີ່ຕ້ອງເຮັດລຳດັບຕໍ່ໄປກໍຄືນຳລາຍການເຫຼົ່ານັ້ນມາຈັດຮຽບຮຽງຕາມຄວາມສຳຄັນຈາກຫຼາຍໄປຫາໜ້ອຍ ແລະ ມີງານໃດທີ່ຕ້ອງເຮັດຕໍ່ເນື່ອງໄປເພື່ອເຮັດໃຫ້ເຮົາເອງຮູ້ວ່າແຕ່ລະໜ້າງານຕ້ອງໃຊ້ເວລາຫຼາຍສ່ຳໃດ ແລະ ຄວນຈະທຸ່ມເທໃຫ້ກັບງານແຕ່ລະຢ່າງ.
4. ແບ່ງວຽກງານ ແລະ ເວລາສ່ວນຕົວ
ນີ້ແມ່ນເປັນເຄັດລັບທີ່ຈະເຮັດໃຫ້ເຮົາສາມາດຈັດການທັງເລື່ອງຕ່າງໆ ແລະ ເລື່ອງສ່ວນຕົວໄດ້ດີຂຶ້ນ ໂດຍເມື່ອເຖິງບ່ອນເຮັດວຽກກໍໃຫ້ໃຊ້ສະມາທິຈົດຈໍ່ຢູ່ກັບວຽກຢ່າງດຽວ ຕັດຄວາມຄິດເລື່ອງອື່ນໆອອກໄປໝົດ ແລະ ຄວນລົມໂທລະສັບສ່ວນຕົວສະເພາະເລື່ອງທີ່ຈຳເປັນ, ເມື່ອເວລາຢູ່ເຮືອນບໍ່ຄວນນຳວຽກງານກັບໄປເຮັດ ຍົກເວັ້ນກໍລະນີທີ່ເປັນວຽກຮີບດ່ວນເພື່ອໃຫ້ໃຊ້ເວລາຢູ່ກັບຄອບຄົວໃຫ້ຫຼາຍທີ່ສຸດ.
5. ຈັດວຽກທີ່ຍາກກ່ອນ
ຫຼາຍຄົນມັກຈັດການວຽກງານທີ່ງ່າຍກ່ອນໃຫ້ສຳເລັດເປັນອັນດັບໜຶ່ງ ກ່ອນທີ່ຈະເຮັດວຽກຍາກເພາະງານງ່າຍມັກຈະໃຊ້ເວລາໜ້ອຍ ແລະ ບໍ່ຕ້ອງໃຊ້ຄວາມຄິດຫຼາຍ ແຕ່ໃນຄວາມເປັນຈິງແລ້ວ ເຮົາຄວນຈະສຸມໃສ່ວຽກຍາກ ຫຼື ຫຼາຍໃຫ້ສຳເລັດກ່ອນ ເພາະຫຼັງຈາກນັ້ນເຮົາກໍຈະຮູ້ສຶກຜ່ອນຄາຍ, ສະບາຍໃຈ ເຮັດໃຫ້ມີຄວາມສະດວກໃນການເຮັດວຽກທີ່ງ່າຍກວ່າຕໍ່ໄປ.
6. ຫາເວລາພັກຜ່ອນ
ການພັກຜ່ອນເປັນສິ່ງໜຶ່ງໃນເຄັດລັບບໍລິຫານເວລາຢ່າງມີປະສິດທິພາບ ເພາະການເຮັດວຽກເປັນເວລາຕິດຕໍ່ກັນຫຼາຍຊົ່ວໂມງ ຈະເຮັດໃຫ້ສະໝອງ ແລະ ສາຍຕາເກີດ ຄວາມເມື່ອຍລ້າ, ດັ່ງນັ້ນຄວນຫາເວລາໃຫ້ຮ່າງກາຍ ແລະ ສະໝອງໄດ້ພັກຜ່ອນ ຫຼື ພັກຜ່ອນສາຍຕາຈາກໜ້າຄອມພິວເຕີຄັ້ງລະປະມານ 5 – 10 ນາທີ ເພື່ອກະຕຸ້ນຄວາມຄິດ ແລະ ແຮງກາຍໃຈໃຫ້ຮູ້ສຶກສົດຊື່ນຂຶ້ນ ພ້ອມຮັບມືວຽກງານໃໝ່ຢູ່ສະເໝີ, ແຕ່ການພັກກໍບໍ່ຄວນພັກຜ່ອນດົນເກີນໄປ ເພາະຈະເຮັດໃຫ້ເສຍເວລາການເຮັດວຽກ.
ຂອບໃຈຂໍ້ມູນດີໆ ຈາກ ອອມ ມັນນີ ດ໋ອດຄອມ.