ຫລາຍຄົນມັກເຂົ້າໃຈຜິດວ່າ “ເຈົ້າຂອງບໍລິສັດ” ຈໍາເປັນຫຍັງຕ້ອງໃຫ້ເງິນເດືອນຕົນເອງ, ທັງໆທີ່ທຸລະກິດກໍ່ເປັນຂອງເຮົາຢູ່ແລ້ວ ຄິດຈະຈ່າຍຫຍັງກໍ່ຈ່າຍໄດ້, ຖຶກ ຫຼື ແພງ ກໍ່ສາມາດຊື້ໄດ້. ແຕ່ທ່ານຮູ້ບໍວ່າ: ການຖ້າເຮັດແບບນີ້ຈະຜິດຕໍ່ຫຼັກ ການບັນຊີຂອງອົງກອນ, ສົ່ງຜົນໃຫ້ທຸລະກິດບໍ່ມີຄວາມກ້າວໜ້າ ແລະ ເຮັດໃຫ້ບໍລິສັດຂາດທຶນກໍ່ເປັນໄດ້.
ເນື່ອງຈາກທຸລະກິດຈໍາເປັນຕ້ອງມີເງິນສໍາຮອງໄວ້ຍາມສຸກເສີນ ລວມເຖິງຕ້ອງມີເງິນທຶນໃຫ້ພຽງພໍກັບຕົ້ນທຶນໃນແຕ່ລະເດືອນ ແລະ ຄ່າໃຊ້ຈ່າຍຕ່າງໆ; ຊຶ່ງທຶນເຫຼົ່ານີ້ບໍ່ແມ່ນແບບລາຍວັນ ຫຼື ລາຍເດືອນ, ແຕ່ເປັນງົບປະມານທີ່ບໍລິສັດໄດ້ກໍານົດ ຫຼື ວາງແຜນລ່ວງໜ້າມາແລ້ວ.
ທ່ານລອງຄິດເບິ່ງວ່າ ຫາກບໍ່ແຍກເງິນທຸລະກິດ ກັບ ເງິນຈ່າຍສ່ວນຕົວ (ເງິນເດືອນ) ຈະເກີດຫຍັງຂຶ້ນ? ເພາະຫາກນໍາເງິນທຸລະກິດໄປໃຊ້ສ່ວນຕົວ ເຊັ່ນ: ຊື້ເຄື່ອງໃຊ້ສ່ວນຕົວ, ຊື້ລົດ-ຊື້ເຮືອນ, ຫຼິ້ນກິນຟຸມເຟືອຍ ແລະ ອື່ນໆ. ກໍລະນີຫາກທຸລະກິດມີບັນຫາ ເຮົາຈະເອົາເງິນສ່ວນໃດໄປໝູນໃຊ້? ເພາະສຸດທ້າຍແລ້ວທຸລະກິດທີ່ເຮົາສ້າງມາຈະເປັນແນວໃດນັ້ນ, ຈະກ້າວໜ້າ ຫຼື ຖອຍຫຼັງ ມັນຂຶ້ນກັບເຮົາເອງ. ສະນັ້ນ, ທາງທີ່ດີແລ້ວເຈົ້າຂອງທຸລະກິດຕ້ອງມີເງິນເດືອນ ແລະ ບໍ່ຄວນນໍາເງິນຂອງບໍລິສັດໄປໃຊ້ນອກແຜນ.
ດັ່ງນັ້ນ, ເຈົ້າຂອງທຸລະກິດຄວນແຍກບັນຊີອອກຈາກກັນຢ່າງຈະແຈ້ງ ເພື່ອຈະໄດ້ເຫັນພາບລວມຫຼາຍຂຶ້ນ. ຊຶ່ງຕ້ອງໄດ້ແຍກບັນຊີອອກເປັນ 2 ສ່ວນຄື:
+ ສ່ວນທຳອິດ: ຕ້ອງເຮັດບັນຊີລາຍຮັບ-ລາຍຈ່າຍຂອງຕົນເອງ ວ່າເຮົາມີຄ່າໃຊ້ຈ່າຍຫຍັງແນ່? ລາຍຮັບເທົ່າໃດ? ແລະ ມີເງິນອອມເທົ່າໃດ?.
+ ສ່ວນທີສອງ: ສ້າງແຜນກໍາໄລ ຫຼື ຂາດທຶນ ເພື່ອຈະໄດ້ຮູ້ວ່າພາບລວມທາງການເງິນຂອງທຸລະກິດໃນປັດຈຸບັນ ເປັນແນວໃດ? ຊຶ່ງຈະເປັນຕົວຊ່ວຍເຮັດໃຫ້ເຮົາສາມາດວາງແຜນ ແລະ ກໍານົດທິດທາງໃນອະນາຄົດໄດ້ງ່າຍ, ສາມາດປັບປຸງແຜນໄດ້ໄວໃຫ້ເໝາະສົມກັບສະພາບ ແລະ ຍັງສາມາດປະຫຍັດເງິນສ່ວນທີ່ເຫຼືອໄປລົງທຶນດ້ານຕ່າງໆໄດ້ຫຼາຍຂຶ້ນ.
ເມື່ອແຍກທັງສອງອອກຈາກກັນສໍາເລັດ ຈຶ່ງຮູ້ວ່າລາຍຮັບສ່ວນຕົວເທົ່າໃດ? ແລະ ທຸລະກິດຕ້ອງໃຊ້ງົບໃນການລົງທຶນເທົ່າໃດ?, ກໍາໄລເທົ່າໃດ? ບວກກັບການອ້າງອິງຈາກຕຳແໜ່ງງານ, ໜ້າທີ່ຄວາມຮັບຜິດຊອບ ກໍ່ຈະເຮັດໃຫ້ເຈົ້າຂອງກິດຈະການສາມາດຄຳນວນຈ່າຍເງິນເດືອນໂຕເອງໄດ້ງ່າຍຂຶ້ນ.
ຄຽງຄູ່ກັນນັ້ນ, ເຈົ້າຂອງກິດຈະການຍັງວາງເປັນການວາງແຜນການເງິນຂອງຕົນອີກ ແລະ ສິ່ງສໍາຄັນໄປກວ່ານັ້ນ, ເຈົ້າຂອງທຸລະກິດຕ້ອງສຶກສາກ່ອນທີ່ຈະຄໍານວນຈ່າຍເງິນ ເດືອນໃຫ້ກັບຕົນເອງ ນັ້ນກໍ່ຄື: ກົດໝາຍທີ່ກ່ຽວຂ້ອງກັບການຕັ້ງຂັ້ນເງິນເດືອນ, ສິດ-ໜ້າທີ່ ແລະ ລະບຽບຂອງອົງກອນ ເພື່ອທີ່ຈະໄດ້ປະຕິບັດໄດ້ຢ່າງຖຶກຕ້ອງ ແລະ ເໝາະສົມ.