ຫຼາຍຄົນຕັ້ງໃຈທ້ອນເງິນເພື່ອມາລົງທຶນເຮັດທຸລະກິດເປັນຂອງຕົນເອງ ເຖິງວ່າຈະທຸລະກິດນ້ອຍໆແບບຄອບຄົວ ຫຼື ເປັນການລົງທຶນໃນຂະແໜງໃດກໍ່ຕາມ ສຸດແລ້ວແຕ່ຄວາມມັກ ແລະ ຄວາມຖະໜັດໃຜລາວ. ຄຽງຄູ່ກັນນັ້ນ, ເຮົາຈະໄດ້ຍິນຄຳວ່າ: “ກູ້ເງິນມາລົງທຶນ ຈະດີກວ່າເອົາເງິນຕົນເອງ” ເພາະຖ້າເອົາເງິນຕົນເອງມາລົງທຶນ ຫາກຫຼຸບທຶນເງິນກໍ່ຈະໝົດໄປເລີຍ, ແຕ່ຖ້າກູ້ເງິນນຳທະນາຄານ ຫຼື ສະຖາບັນການເງິນມາລົງທຶນ ຢ່າງໜ້ອຍເຮົາກໍ່ຈະໄດ້ຜ່ອນຊໍາລະທັງຕົ້ນທຶນ ແລະ ດອກເບ້ຍ ໂດຍບໍ່ເດືອດຮ້ອນເງິນໃນກະເປົ໋າ ເພາະກູ້ເງິນມາລົງທຶນຈະມີຂໍ້ດີຫຼາຍກວ່າໃຊ້ເງິນຕົນເອງ ດັ່ງລຸ່ມນີ້:

1. ກູ້ເງິນມາເຮັດທຸລະກິດ ເປັນການສ້າງໂອກາດຂອງກໍາໄລຫຼາຍຂຶ້ນ:
ເພາະການເຮັດທຸລະກິດຈໍາເປັນຕ້ອງໄດ້ຊື້ເຄື່ອງຈັກ, ອຸປະກອນ ຫຼື ເຄື່ອງຮັບໃຊ້ຕ່າງໆ ເພື່ອສ້າງພາບຫຼັກທີ່ດີ, ມີຄວາມໜ້າເຊື່ອຖືກັບລູກຄ້າທີ່ໃຊ້ບໍລິການ ຊຶ່ງຕ້ອງໃຊ້ເງິນຫຼາຍສົມຄວນ. ສະນັ້ນ, ການກູ້ເງິນມາເຮັດທຸລະກິດ ຈະເປັນທາງເລືອກດີທີ່ສຸດ ທີ່ຈະສ້າງໂອກາດໃນການແຂ່ງຂັນ, ເປັນທີ່ຍອມຮັບຂອງລູກຄ້າ ແລະ ເຮັດໃຫ້ກໍາໄລເພີ່ມຂຶ້ນ. ຈາກນັ້ນ, ຈຶ່ງນໍາເງິນສ່ວນຕ່າງມາຜ່ອນຊໍາລະຕົ້ນທຶນ ແລະ ດອກເບ້ຍກັບທະນາຄານ ຫຼື ສະຖາບັນການເງິນ.

2. ການກູ້ເງິນ ສາມາດສ້າງເຄຣດິດ ໃຫ້ກັບຕົນເອງໄດ້:
ທຸລະກິດໃນບ້ານເຮົາ ສ່ວນໃຫຍ່ແລ້ວແມ່ນທຸລະກິດຂະໜາດນ້ອຍ ແລະ ກາງ. ສະນັ້ນ, ທະນາຄານທຸລະກິດ ຫຼື ສະຖາບັນການເງິນ ມັກຈະມີຜະລິດຕະພັນສໍາລັບ SME ຢູ່ແລ້ວ, ສິ່ງເຫຼົ່ານີ້ ຈະມີຜົນດີຕໍ່ເຈົ້າຂອງທຸລະກິດໂດຍກົງ ເພາະການກູ້ເງິນເປັນທຶນໝູນວຽນໃນທຸລະກິດທີ່ຕົນເຮັດຢູ່; ນອກນຈາກຈະຖຶກເປົ້າໝາຍຜູ້ປ່ອຍສິນເຊື່ອແລ້ວ, ຍັງສາມາດສ້າງຄວາມໜ້າເຊື່ອຖືນຳອີກ (Credit). ເພາະທຸລະກິດບ້ານເຮົາ ຈະເນັ້ນຄວາມໜ້າເຊື່ອຖືເປັນຫຼັກ, ຖ້າຫາກບໍ່ມີເງິນກໍ່ສາມາດຢືມໄດ້ ບາງຄັ້ງບໍ່ຈໍາເປັນຕ້ອງມີຫຼັກຊັບຄໍ້າປະກັນກໍໄດ້; ຂໍພຽງແຕ່ເປັນລູກຄ້າມີປະຫວັດການເຮັດທຸລະກິດດີ ແລະ ຊໍາລະເງິນຖຶກຕ້ອງຕາມເວລາ ພຽງເທົ່ານີ້ ກໍ່ສາມາດກູ້ໄດ້ຢ່າງສະບາຍ.

3. ການກູ້ເງິນ ເປັນການກະຈາຍຄວາມສ່ຽງໃນການລົງທຶນ:
ນັກທຸລະກິດສ່ວນໃຫຍ່ ຈະກູ້ເງິນບາງສ່ວນມາລົງທຶນ ບວກໃສ່ກັບເງິນທີ່ຕົນເອງມີ, ເພາະມັນຈະຊ່ວຍແກ້ໄຂເວລາທີ່ເຮົາມີບັນຫາກະແສເງິນໄຫຼວຽນໃນທຸລະກິດນັ້ນໆ ທັງເປັນການກະຈາຍຄວາມສ່ຽງໄປໃນຕົວ ແລ້ວຍັງສາມາດຕໍ່ລອງເຈລະຈາຜ່ອນຊໍາລະໜີ້ໄດ້, ແຖມຍັງອຸ່ນໃຈທີ່ຍັງມີເງິນສ່ວນຕົວໄວ້ສໍາຮອງ ເຮັດໃຫ້ມີທຶນໃນຊ້ວງເວລາຟື້ນຕົວ ແລະ ປະຄອງທຸລະກິດໃຫ້ໄປລອດໃນຊ້ວງເສດຖະກິດຖົດຖອຍ ໂດຍສະເພາະແມ່ນໄລຍະການແຜ່ລະບາດຂອງພະຍາດໂຄວິດ- 19 ດັ່ງທີ່ເປັນຢູ່ໃນປັດຈຸບັນ.

4. ການກູ້ ຈະເຮັດໃຫ້ມີສະພາບຄ່ອງ ແລະ ມີວິໃນທາງການເງິນ:
ຫຼາຍຄົນອາດຈະຖາມວ່າ ເປັນຫຍັງຕ້ອງກູ້? ທັງໆທີ່ເຮົາມີເງິນພຽງພໍທີ່ຈະເຮັດທຸລະກິດຢູ່ແລ້ວ, ແຕ່ຫາກເວົ້າຕາມຫຼັກການບັນຊີແລ້ວ ເຫັນວ່າການກູ້ຈະຊ່ວຍໃຫ້ມີລະບົບບໍລິຫານ-ຈັດການທີ່ດີ ເພາະຈະໄດ້ມີການວາງແຜນລ່ວງໜ້າ, ຄາດຄະເນລາຍຮັບ-ລາຍຈ່າຍ, ປະເມີນຊັບສິນ-ໜີ້ສິນ, ຜົນກໍາໄລ ຫຼື ຕົ້ນທຶນການຜະລິດ ແລະ ອື່ນໆ. ທັງໝົດເຫຼົ່ານີ້, ໃນເວລາກູ້ນຳທະນາຄານ ຫຼື ສະຖາບັນການເງິນ ເຂົາເຈົ້າຈະວິເຄາະລະອຽດຮອບຄອບ ກ່ອນຈະປ່ອຍກູ້. ຫາກເຮົາມີລະບົບບັນຊີ, ມີແຜນທຸລະກິດທີ່ດີ ແລະ ມີໂອກາດເຕີບໂຕທາງທຸລະກິດແລ້ວ ເພີ່ນຈະປ່ອຍເງິນໃຫ້ເຮົາທັນທີ. ຂະນະດຽວກັນ, ຍັງຊ່ວຍໃຫ້ເຮົາໄດ້ຕິດຕາມ-ກວດກາລາຍຮັບ ຫຼື ຜົນກໍາໄລ ໄດ້ຢ່າງສະດວກສະບາຍ.

5. ການກູ້ ໄດ້ຮັບສິດທິພິເສດຈາກທະນາຄານ:
ໃນລະຫວ່າງການກູ້ເງິນມາຂະຫຍາຍທຸລະກິດນັ້ນ ຫາກເປັນລູກໜີ້ທີ່ດີ, ຊໍາລະເງິນກົງຕາມເວລາ ແລະ ບໍ່ມີປະຫວັດຄ້າງຊໍາລະ…….ທະນາຄານ ຫຼື ສະຖາບັນການເງິນ ມັກຈະໃຫ້ສິດທິພິເສດຕ່າງໆເຊັ່ນ: ເລື່ອນການຜ່ອນຊໍາລະເປັນໄລຍະສັ້ນ ຫຼື ກາງ; ເພີ່ມວົງເງິນໃນການກູ້ໂດຍບໍ່ຕ້ອງປະເມີນຊັບສິນ; ມີການຊ່ວຍເຫຼືອ ຫຼື ຈັດຝຶກອົບຮົມໃຫ້ກັບທຸລະກິດຂອງບໍລິສັດ; ຊ່ວຍຫາຊ່ອງທາງການຕະຫຼາດ, ການຈັດຈໍາໜ່າຍ ແລະ ເຮັດໃຫ້ເຮົາມີໂອກາດໃນການພັດທະນາທຸລະກິດຂຶ້ນໄປເລື້ອຍໆ.

ທີ່ມາ: https://taokaemai.com