ອຳນວຍການ ສກຈຮ ເອກພັດທະນາ ເຂົ້າຮ່ວມພິທີເປີດງານຜະລິດຕະພັນລາວ 2022 ມ.ຖ. 6, 2022 ວັນທີ 23/02/2022 ຜ່ານມາ, ທ່ານ ສົມພອນ ສີແສງລັດ, ອຳນວຍການ ສກຈຮ ເອກພັດທະນາ ໄດ້ເຂົ້າຮ່ວມພິທີເປີດງານຜະລິດຕະພັນລາວ 2022, ງານດັ່ງກ່າວແມ່ນໄດ້ຮັບກຽດເປັນປະທານຂອງ ພະນະທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ສູນການຄ້າລາວ-ໄອເຕັກ, ນະຄອນຫຼວງວຽງຈັນ. #emimfi #ເອກພັດທະນາ