ໃນວັນທີ 21-22 ກຸມພາ 2022 ທີ່ຜ່ານມາ, ສກຈຮ ເອກພັດທະນາ ໄດ້ຈັດຝຶກອົບຮົມກ່ຽວກັບການສ້າງທີມ ສຳລັບຄະນະບໍລິຫານ ທີ່ນ້ຳປ່ຽນ ຢໍລະປາ. ກິດຈະກຳດັ່ງກ່າວໄດ້ນຳພາໂດຍທ່ານ ສົມພອນ ສີແສງລັດ, ຜູ້ອຳນວຍການ ແລະ ທ່ານນາງ ບຸນຕາ ບູລົມ ຮອງອຳນວຍການ ເຊິ່ງໄດ້ລົງເລິກເຖິງປະສິດທິພາບຂອງການສື່ສານ, ການປະເມີນ, ການວາງແຜນ ແລະ ການຕັ້ງເປົ້າໝາຍ.






ໃນຕອນທ້າຍຂອງກິດຈະກຳ, ທ່ານອາຈານ ສົມພອນ ສີແສງລັດ ກໍ່ໄດ້ກ່າວຕໍ່ກກິດຈະກຳໃນຄັ້ງນີ້ວ່າ ການເຮັດວຽກຂອງທີມງານທຸກຄົນແມ່ນໄດ້ອີງໃສ່ 4 ເປົ້າໝາຍທາງສັງຄົມຂອງອົງກອນເຊັ່ນ: ການໃຫ້ການບໍລິການທາງດ້ານການເງິນທີ່ດີເລີດ, ການໃຫ້ຄວາມຮູ້ທາງດ້ານການເງິນທີ່ດີເລີດ, ການໃຫ້ຄວາມສະເໝີພາບແກ່ພະນັກງານ ແລະ ການສະໜອງແຫຼ່ງທຶນໂດຍການສ້າງຄຸນຄ່າໃຫ້ກັບລູກຄ້າແບບຍືນຍົງ.

