ມື້ນີ້ພວກເຮົາ ຈະພາບັນດາທ່ານໄປຮູ້ຈັກກັບມາລະຍາດທາງສັງຄົມທີ່ຈໍາເປັນຕ້ອງມີ ແລ້ວພັດທະນາຢູ່ເລື້ອຍໆ ເພື່ອໃຫ້ໄດ້ວຽກໄດ້ງານ. ສະນັ້ນ, ຫາກເຮົາເປັນຄົນໜຶ່ງເປັນຄົນຂີ້ອາຍ ກໍ່ສາມາດຝຶກທັກສະນີ້ໄດ້ ເພື່ອຊ່ວຍໃຫ້ເຮົາສົນທະນາກັບຜູ້ອື່ນໄດ້ຢ່າງໝັ້ນໃຈ ແລະ ເຂົ້າກັບຄົນໄດ້ງ່າຍຂຶ້ນ. ເພາະວ່າທັກສະທາງສັງຄົມທີ່ດີ ເປັນສິ່ງຈຳເປັນສຳລັບການສື່ສານທີ່ມີປະສິດທິພາບ ຫາກຄິດວ່າມັນເປັນສິ່ງທີ່ຍາກ, ລອງຝຶກຝົນ ແລະ ຮຽນຮູ້ຈາກການສື່ສານກັບຜູ້ອື່ນ ເພື່ອຈະເຮັດໃຫ້ເຮົາກ້າວໜ້າໄດ້ໃນອະນາຄົດ.

1. ຮຽນແບບຄົນທີ່ມີຊື່ສຽງ:
ການຮຽນເອົາຕົວຢ່າງທີ່ດີຂອງຄົນອື່ນ ຫຼື ກອບປີ ພວກເຮົາສາມາດເຮັດໄດ້ ເຖິງແມ່ນວ່າທໍາອິດອາດຈະຮູ້ສຶກບໍ່ຄືປານໃດ, ແຕ່ລອງຕັດສິນໃຈເຮັດເບິ່ງໄປດົນໆດ້ວຍການຝຶກຝົນຢູ່ເລື້ອຍໆ ຈະຮູ້ສຶກວ່າເຮົາມີການພັດທະນາຂຶ້ນ, ມີທັກສະຫຼາຍຂຶ້ນ.
2. ເລີ່ມຕົ້ນຈາກນ້ອຍຫາໃຫຍ່:
ການເລີ່ມຈາກສິ່ງນ້ອຍໆ ໂດຍການສົນທະນາກັບຜູ້ຄົນໃນຊີວິດປະຈຳວັນທີ່ພົບເຫັນ ຈະເປັນຕົວຊ່ວຍໃຫ້ເຮົາເວົ້າໄດ້ຢ່າງໝັ້ນໃຈ, ມີກາານຝຶກຝົນເລື້ອຍໆ ແລະ ໃນທີ່ສຸດສິ່ງທີ່ເຮົາເຮັດມາຈາກຈຸດເລີ່ມຕົ້ນນັ້ນ ຈະເປັນພື້ນຖານອັນໃຫຍ່ຫຼວງໃຫ້ແກ່ເຮົາໃນການໃຊ້ຊີວິດຮ່ວມກັບສັງຄົມ.

3. ສົນທະນາຢ່າງມີເຫດຜົນ:
ຖ້າເຮົາຕ້ອງການໃຫ້ການສົນທະນາຂອງເຮົາເບິ່ງໜ້າສົນໃຈ ກະລອງຖາມຄຳຖາມເປີດກວ້າງ ເພື່ອຈະເຮັດໃຫ້ຄູ່ສົນທະນາຂອງເຮົາ ສາມາດຕອບຄຳຖາມໄດ້ຫຼາຍກວ່າ ຄຳວ່າ ແມ່ນ ກັບ ບໍ່ແມ່ນ; ການຖາມຄໍາຖາມເປີດກວ້າງ ຍັງຊ່ວຍໃຫ້ການສົນທະນາສາມາດດຳເນີນຕໍ່ໄປໄດ້ອີກ.
4. ຕັ້ງເປົ້າໝາຍ:
ການເຮົາຕັ້ງເປົ້າໝາຍເລັກໆນ້ອຍໆ ອາດຈະເລີ່ມຝຶກຝົນທັກສະສະເພາະຢ່າງໃດຢ່າງໜຶ່ງ ຫຼື ເລີ່ມຕົ້ນກິດຈະກໍາທາງສັງຄົມໃນຊຸມຊົນຂອງເຮົາກ່ອນ ແລ້ວຕັ້ງເປົ້າໝາຍພ້ອມລົງມືເຮັດເພື່ອການພັດທະນາທັກສະທີ່ດີ.

5. ໃຫ້ການຍ້ອງຍໍ:
ຄຳຍ້ອງຍໍເປັນປະຕູທີ່ຈະນຳໄປສູ່ການສົນທະນາຕໍ່ໄປ ເຮົາລອງຊົມເຊີຍໝູ່ເພື່ອນທີ່ປະສົບຜົນສໍາເລັດໃນການຮຽນ, ການເຮັດວຽກ ຫຼື ອື່ນໆ ເຊິ່ງຄຳຊົມເຊີຍນອກຈາກຈະເປັນການສະແດງອອກເຖິງຄວາມເປັນມິດແລ້ວ ຍັງເປັນການສ້າງກຳລັງໃຈໃຫ້ຜູ້ອື່ນອີກດ້ວຍ.
6. ອ່ານໜັງສື:
ໜັງສືມີຫຼາກຫຼາຍຕາມທ້ອງຕະຫຼາດ, ເຊິ່ງການອ່ານໜັງສືກ່ຽວກັບທັກສະຕ່າງໆ ຈະສາມາດຊ່ວຍໃຫ້ເຈົ້າຮຽນຮູ້ ທັກສະທາງສັງຄົມສະເພາະເຈາະຈົງ ແລະ ວິທີໃນການເລີ່ມສົນທະນາ, ແຕ່ແນວໃດກໍຕາມ ການອ່ານໜັງສືກໍ່ເປັນພຽງຄວາມຮູ້ສ່ວນໜຶ່ງ, ສໍາຄັນແລ້ວແມ່ນຈັດຕັ້ງປະຕິບັດ, ໝັ່ນຝຶກຝົນຢູ່ເລື້ອຍຈະຊ່ວຍເຮົາໄດ້ຫຼາຍຢ່າງ.

7. ການໃຊ້ສັນຍາລັກ:
ການສື່ສານທີ່ໃຊ້ພາສາກາຍ ຫຼື ສັນຍາລັກ ເປັນສິ່ງທີ່ສຳຄັນຫຼາຍ ມັນສາມາດຊ່ວຍໃຫ້ການສົນທະນາເບິ່ງຜ່ອນຄາຍ ແລະ ຊ່ວຍໃຫ້ມີການເປີດຮັບການສົນທະນາຫຼາຍຂຶ້ນ . ສະນັ້ນ, ຕ້ອງຮຽນຮູ້ການໃຊ້ສັນຍາລັກໃຫ້ຖືກຕ້ອງນຳ.
8. ເສບຂ່າວທີ່ໜ້າເຊື່ອຖື:
ການຕິດຕາມຂໍ້ມູນ-ຂ່າວສານໃນປັດຈຸບັນ ຈະຊ່ວຍໃຫ້ເຮົາສາມາດສົນທະນາກັບຜູ້ອື່ນໄດ້ເຂົ້າໃຈ, ເມື່ອເວລາທີ່ມີການເວົ້າເຖິງສິ່ງທີ່ກຳລັງເກີດຂຶ້ນໃນຊ່ວງນັ້ນ, ແຕ່ຄວນຫຼີກລ້ຽງເລື່ອງທີ່ລະອຽດອ່ອນ ເພື່ອຫຼຸດການຖົກຖຽງກັນ ທີ່ຈະເຮັດໃຫ້ການສົນທະນາບໍ່ມ່ວນ.

9. ຝຶກວິທີຄິດບວກ:
ຖ້າເຈົ້າມີແນວຄິດແງ່ລົບຫຼາຍເກີນໄປ ຈະເຮັດການປະຕິສຳພັນກັບຄົນອື່ນຂ້ອນຂ້າງຍາກ. ສະນັ້ນ, ຄວນຄິດບວກໃຫ້ຫຼາຍ ເພາະມັນຈະເປັນການຂ້າມຜ່ານຄວາມກົດດັນ, ການເປີດໂອກາດໃຫ້ຕົນເອງໄດ້ພົບສິ່ງໃໝ່ໆ, ຮຽນຮູ້ສິ່ງ ໃໝ່ ແລະ ຊ່ວຍໃຫ້ເຮົາກ້າພົບປະຜູ້ຄົນໃໝ່ໆໄດ້.
ທີ່ມາ: ອອມມັນນີ ດ໋ອດຄອມ