ທ່ານອາດຈະເຫັນທຸລະກິດທີ່ເກີດຂຶ້ນໃນປັດຈຸບັນທັງໃນອອ໊ຟລາຍ ແລະ ອອນລາຍ ໂດຍສະ ເພາະແມ່ນທຸລະກິດຂະໜາດນ້ອຍ ແລະ ກາງ ທີ່ເປັນກໍາລັງຂັບເຄື່ອນສໍາຄັນຂອງເສດຖະກິດບ້ານເຮົາ. ສໍາລັບທຸລະກິດທີ່ເກີດຂຶ້ນໃໝ່ ສ່ວນໃຫຍ່ຈະເປັນເລື່ອງກ່ຽວຂ້ອງກັບອິນເຕີເນັດ ເພາະການສື່ສານໃນຍຸກນີ້ຕ້ອງວ່ອງໄວ ແລະ ທັນການ ເຊິ່ງອິນເຕີເນັດກໍ່ມີສ່ວນສໍາຄັນຫຼາຍໃນຊີວິດປະຈໍາວັນ ເປັນຕົ້ນແມ່ນ: ອີຄອມເມີດ (E-Commerce), ອີມິດຕິງ (E-Meeting), ອີບຸກ (E-Book), ອີວໍເລັສ (E-Wallet), ອີມັນນີ(E-Money), ອີແບັງຄິງ (E-Banking) ແລະ ອື່ນໆ. ສະນັ້ນ, ທຸລະກິດໃນບ້ານເຮົາສ່ວນໃຫຍ່ແມ່ນພວກສະຕາດອັບທີ່ເກີດຂຶ້ນໃໝ່ ຈຶ່ງຖືວ່າເປັນບຸກຄົນສໍາຄັນໃນທຸລະກິດຂອງທ່ານອິນເຕີເນັດ ລຸ່ມນີ້:
1. ພະນັກງານທຸກລະດັບ:
ຜູ້ມີສ່ວນຮ່ວມພາຍໃນຂັ້ນບໍລິຫານ ແລະ ພະນັກງານທຸກລະດັບ ຕ້ອງໄດ້ປັບປ່ຽນວິທີການເຮັດວຽກ ດ້ວຍການຫັນໄປສູ່ນໍາໃຊ້ລະບົບທັນສະໄໝເທື່ອລະກ້າວ ເນື່ອງຈາກຫຼາຍພາກສ່ວນພາຍໃນອົງກອນ ຕ້ອງໄດ້ຮ່ວມກັນປະຕິບັດແຜນຍຸດທະສາດ ເຊິ່ງຄວາມສາມາດຂອງທຸກໆພາກສ່ວນພາຍໃນອົງກອນ ຈະຊຸກຍູ້ໃຫ້ການເຮັດວຽກມີປະສິດທິພາບ ແລະ ຊ່ວຍເຮັດໃຫ້ບັນລຸການຄ້າຂາຍຜ່ານທາງອິນເຕີເນັດໄດ້.
2. ຄູ່ຮ່ວມທຸລະກິດ ຫຼື ລູກຄ້າ:
ການໂຄສະນາຈະບໍ່ເປັນຜົນ ຖ້າຫາກລູກຄ້າຍັງບໍ່ທັນມີຄວາມເຂົ້າໃຈໃນການນຳໃຊ້ອິນເຕີເນັດ ຫຼື ຖ້າຫາກລູກຄ້າຂອງທ່ານບໍ່ສາມາດຕອບ ຫຼື ສົ່ງຂໍ້ຄວາມອອນລາຍໄດ້ ທ່ານຈະບໍ່ສາມາດເຮັດການຄ້າຜ່ານທາງອິນເຕີເນັດໄດ້ ເນື່ອງຈາກຄວາມພ້ອມເຄື່ອຄ່າຍທຸລະກິດ ຖືວ່າຈຳເປັນໃນການດຳເນີນທຸລະກິດທາງອິນເຕີເນັດ.
3. ສະຖາບັນການເງິນ:
ຄວາມພ້ອມໃນການຮັບສິນຄ້າ ອາດຈະບໍ່ມີຄວາມສັບສົນເທົ່າກັບການສົ່ງເງິນຜ່ານທາງອິນເຕີເນັດ ເນື່ອຈາກຄວາມປອດໄພເປັນສິ່ງສຳຄັນຫຼາຍ, ຖ້າຫາກຂໍ້ມູນການເງິນບໍ່ມີຄວາມປອດໄພ ແລະ ວ່ອງໄວ ອາດເປັນຜົນລົບຕໍ່ກັບການຊື້ – ຂາຍຜ່ານທາງອິນເຕີເນັດເຊັ່ນກັນ.
4. ຄວາມພ້ອມຂອງຜູ້ໃຫ້ບໍລິການ:
ການບໍລິການພາຍໃນກ່ຽວກັບ IT ແລະ ສິ່ງອຳນວຍຄວາມສະດວກ ແມ່ນສິ່ງສຳຄັນຫຼາຍໃຫ້ແກ່ບໍລິສັດ ແລະ ຜູ້ບໍລິໂພກໄດ້ຊົມໃຊ້ ເພື່ອເຂົ້າໃນການເຮັດທຸລະກິດຫຼາກຫຼາຍຮູບແບບ ເຊິ່ງຄວາມໄວຂອງອິນເຕີເນັດ ແລະ ອົງປະກອບຕ່າງໆ ທີ່ຈະຊ່ວຍສົ່ງເສີມການຂາຍຜ່ານອອນລາຍນັ້ນ ເປັນສິ່ງຈຳເປັນແກ່ການຂະຫຍາຍຕົວຂອງທຸລະກິດຂອງທ່ານ.
ທີ່ມາ: Monneytalk.com
#ເຮຮາການເງິນ