ຫາກເຮົາແບ່ງກິດຈະກຳໃນຊິວິດອອກເປັນສອງດ້ານ ໂດຍສະເພາະດ້ານການເຮັດວຽກ ເປັນຕົ້ນແມ່ນ: ໜ້າທີ່ການງານ, ຈຸດມຸ້ງໝາຍໃນຊິວິດ ແລະ ອື່ນໆ. ສ່ວນອີກດ້ານໜຶ່ງແມ່ນການໃຊ້ຊີວິດສ່ວນຕົວ ບໍ່ວ່າຈະເປັນຄວາມຄຽດຈາກການເຮັດວຽກໜັກເກີນໄປ, ສຸຂະພາບທີ່ທົດຖອຍ, ຄວາມທໍ້ຖອຍຈາກການບໍ່ມີຈຸດໝາຍປາຍທາງໃນຊິວິດ ຫຼື ຂາດຄວາມກ້າວໜ້າ. ຖ້າຫາກທ່ານຮູ້ສຶກວ່າ ໃນຊິວິດນີ້ຍັງຂາດດ້ານໃດ-ດ້ານໜຶ່ງ ນັ້ນກໍ່ຖືວ່າເປັນສັນຍານທີ່ບອກເຖິງຊິວິດທີ່ຂາດຄວາມສົມດຸນ. ເຊິ່ງມື້ນີ້ເຮົາມີວິທີສ້າງຄວາມສົມດຸນຂອງຊິວິດ ແລະ ການເຮັດວຽກ ເພື່ອມາແບ່ງປັນດັ່ງລຸ່ມນີ້:
1). ຈັດລຽງລຳດັບຄວາມສຳຄັນໃນຊິວິດ:
ການຈັດລຽງລໍາດັບຄວາມສໍາຄັນໃນຊີວິດກໍ່ເພື່ອທີ່ຈະໃຊ້ເປັນຫຼັກຖານເມື່ອຕ້ອງຕັດສິນໃຈ ວ່າຄວນຈະເຮັດຫຍັງກ່ອນ ເຊັ່ນ: ການເງິນ, ການງານ, ວຽກຄອບຄົວ ແລະ ອື່ນໆ ເຊິ່ງທ່ານຕ້ອງໄດ້ຈັດແບ່ງຄວາມສໍາຄັນເຫຼົ່ານັ້ນໃຫ້ລະອຽດ; ຫາກບໍ່ດັ່ງນັ້ນທ່ານຈະເຮັດວຽກບໍ່ສໍາເລັດຈັກຢ່າງ ແລະ ວຽກບໍ່ມີປະສິດ ທິພາບ ອັນນີ້ທ່ານຕ້ອງແຍກວຽກໃດຄວນເຮັດກ່ອນ ແລະ ອັນໃດຄວານປະຕິບັດນໍາຫຼັງທ່ານຈຶ່ງສາມາດສໍາເລັດໜ້າທີ່ຕາມແຜນ.

2). ກຳນົດເປົ້າໝາຍຊິວິດ:
ການກໍານົດເປົ້າໝາຍໃນຊີວິດ ບໍ່ວ່າຈະເປັນດ້ານການເຮັດວຽກ ຫຼື ດ້ານຊີວິດສ່ວນໂຕ ເພື່ອບໍ່ໃຫ້ເຮົາໃຊ້ຊີວິດຢ່າງເລື່ອນລອຍຈົນເກີນໄປ ລວມທັງວາງແຜນເບິ່ງວ່າເຮົາມີຂັ້ນຕອນແນວໃດທີ່ຈະໄປຮອດເປົ້າໝາຍ ເຊັ່ນ: ຕັ້ງໃຈເຮັດທຸລະກິດຂາຍເຄື່ອງ, ເປີດຮ້ານຄ້າຮັບ-ສົ່ງເຄື່ອງ ໂດຍຜ່ານການຂາຍທາງເວັບໄຊ, ເພດຈ໌ ແລະ ສື່ອອນລາຍຕ່າງໆ ທັງໝົດນີ້ຕ້ອງມີເປົ້າໝາຍລະອຽດຊັດເຈນຢ່າງເປັນລະບົບ ເມື່ອທ້າຍເດືອນເຮົາຈຶ່ງມາສະຫຼຸບວ່າ ໄດ້ກໍາໄລ ຫຼື ຫຼຸບທຶນ.
3). ເປົ້າໝາຍການເຮັດວຽກ:
ເຮົາຄວນເວົ້າກ່ຽວກັບໜ້າທີ່ຄວາມຮັບຜິດຊອບໃຫ້ຫົວໜ້າ ຫຼື ຜູ້ບໍລິຫານອົງກອນໄດ້ຮັບຊາບ ລວມເຖິງເປົ້າໝາຍທີ່ຕ້ອງການຈະເຮັດໃນລະຫວ່າງປີ; ທັງນີ້ກໍ່ເພື່ອຄວາມຊັດເຈນຂອງການປະເມີນຜົນງານ ຫາກມີຄວາມຈຳເປັນທາງດ້ານຄອບຄົວ ທີ່ອາດຈະສົ່ງຜົນຕໍ່ການເຮັດວຽກກໍ່ຄວນບອກລ່ວງໜ້າ ແລະ ຫາຂໍ້ຕົກລົງຮ່ວມກັນ ເຊັ່ນ: ຖ້າວຽກອັນໃດທີ່ສາມາດຍືດຍຸ່ນໄດ້ໃນເວລາເຮັດວຽກ ເຮົາອາດຈະສະເໜີຂໍລາພັກ ແລະ ເຮັດວຽກລ່ວງໜ້າໄວ້ເປັນອາທິດ ເພື່ອຮັບປະກັນໜ້າວຽກບໍ່ໃຫ້ເກີດຂໍ້ຂາດຕົກບົກຜ່ອງ.
4). ຈັດລະບຽບຕາຕະລາງປະຈຳວັນ:
ຫຼາຍຄົນເຫັນວ່າກິດຈະກຳໃນຄອບຄົວເປັນສິ່ງທີ່ເອົາໄວ້ເຮັດນໍາຫຼັງກໍ່ໄດ້ ເປັນຕົ້ນແມ່ນ: ວັນສໍາຄັນຂອງຄອບຄົວ, ວັນເກີດ, ງານບຸນ ແລະ ພິທີການຕ່າງໆ ຫາກຄອບຄົວສາມາດເຂົ້າໃຈກັນໄດ້ຖືວ່າເປັນເລື່ອງທີ່ດີ, ແຕ່ບາງຄົນພັດໃຫ້ຄວາມສໍາຄັນກັບຄອບຄົວເປັນພິເສດແຕ່ກໍ່ຕ້ອງໄດ້ຜິດນັດ ເພາະມີວຽກເລັ່ງດ່ວນເຂົ້າມາ ຫຼື ເລື່ອນທຣິບທ່ອງທ່ຽວອອກໄປ, ໄປປະຊຸມຢູ່ຕ່າງປະເທດ ໂດຍບໍ່ໄດ້ບອກລວງໜ້າ ເຊິ່ງການເຮັດແບບນີ້ ນອກຈາກຈະເຮັດໃຫ້ເກີດຄວາມຮູ້ສຶກບໍ່ດີກັບຄົນໃນຄອບຄົວແລ້ວ ເຮົາເອງກໍເຮັດວຽກໄດ້ບໍ່ເຕັມທີ່ ເພາະຮູ້ສຶກກັງວົນຕະຫຼອດເວລາ ແລະ ສຸດທ້າຍແລ້ວບໍ່ມີຜົນດີຈັກຢ່າງ.
ດັ່ງນັ້ນ, ໃນກໍລະນີນອກເວລາເຮັດວຽກ ຫຼື ໄດ້ມີການຂໍລາພັກລ່ວງໜ້າໄວ້ແລ້ວ ຖ້າມີວຽກເຂົ້າມາກະທັນຫັນ ເຮົາຢ່າຮູ້ສຶກຜິດທີ່ຈະປະຕິເສດ ແລະ ຢ່າຢ້ານທີ່ຈະຖືກເບິ່ງວ່າບໍ່ທຸ່ມເທໃຫ້ກັບວຽກ ເພາະທຸກຄົນຕ່າງຕ້ອງມີຊິວິດສ່ວນໂຕ. ສະນັ້ນ, ຖ້າເຮົາບໍ່ໄດ້ບຽດບັງເວລາເຮັດວຽກ ເຮົາກະບໍ່ຄວນໃຫ້ວຽກມາບຽດບັງເວລາສ່ວນຕົວເຮົາເຊັນກັນ; ແຕ່ໃນກໍລະນີ ຖ້າເຮົາເປັນຫົວໜ້າມີວຽກເລັ່ງດ່ວນໃຫ້ລູກນ້ອງທີ່ຢູ່ໃນຊ່ວງລາພັກເຮັດວຽກ ກໍ່ເຮົາຄວນໃຫ້ຄວາມເຄົາລົບກັບເວລາສ່ວນໂຕຂອງເຂົາ ແລະ ເພີ່ມຄ່າແຮງງານ ຫຼື ໂອທີໃຫ້ກັບເຂົາເຈົ້າ.
5). ວັນພັກກໍ່ຄວນພັກຜ່ອນໃຫ້ເຕັມທີ່:
ບາງຄົນໃນເວັນເສົາ-ອາທິດ ກໍ່ໄດ້ມານັ່ງກວດອີເມວບໍລິສັດຕະຫຼອດເວລາ ແມ່ນແຕ່ນອກເວລາເຮັດວຽກຈົນເລີກ ກໍ່ຍັງເອົາວຽກໄປເຮັດນຳຢູ່ເຮືອນ. ສະນັ້ນ, ເຮົາຕ້ອງຈັດສັນເວລາໃຫ້ກັບຕົນເອງ, ຄອບຄົວ ແລະ ເພື່ອນຮ່ວມງານໃຫ້ເປັນ ເພື່ອຈະໄດ້ຫາເວລາຢູ່ກັບຄົນທີ່ເຮົາຮັກ, ການສ້າງສາຍສໍາພັນທີ່ດີກັບສັງຄົມ ແລະ ການຊ່ວຍເຫຼືອສັງຄົມອື່ນໆ.
ຂອບໃຈຂໍ້ມູນຈາກ: ອອມມັນນີ ດ໋ອດຄອມ