ນັບວ່າເປັນກຽດຢ່າງຍິ່ງສໍາລັບຜູ້ບໍລິຫານ ແລະ ພະນັກງານຂອງ ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ ຫຼື ສກຈຮ ເອກພັດທະນາ (EMI) ທີ່ໄດ້ຮັບລາງວັນພິເສດ-ສາຂາລາງວັນທຸລະກິດ ເພື່ອສັງຄົມແບບຍືນຍົງດີເດັ່ນ ປະຈໍາປີ 2021 ເມື່ອວັນສຸກ ທີ 04 ກຸມພາ 2022 ຜ່ານມາ, ທີ່ໂຮງແຮມຄຣາວພລາຊາ, ນະຄອນຫຼວງວຽງຈັນ. ຊຶ່ງ EMI ພວກເຮົາໄດ້ກາຍເປັນສະຖາບັນການເງິນໜຶ່ງດຽວໃນລາວ ທີ່ໄດ້ຮັບລາງວັນໃນສາຂານີ້ ແລະ ເປັນໜຶ່ງໃນ 27 ພາກສ່ວນ ທີ່ຖຶກຄັດເລືອກຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໃຫ້ເຂົ້າຮ່ວມຮັບລາງວັນອັນຊົງກຽດ.


ໃນພິທີ, ທ່ານ ທະນົງສິນ ກັນລະຍາ ຮອງປະທານ ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ ໄດ້ກ່າວວ່າ: ການຈັດງານມອບລາງວັນຄັ້ງນີ້ ເພື່ອຮັບຮູ້ວິສາຫະກິດທີ່ມີຊື່ສຽງໃນລາວທີ່ມີຄວາມຄິດສ້າງສັນ, ຕອບສະໜອງຕໍ່ຄວາມຕ້ອງການຂອງຕະຫຼາດລາວ ທັງເປັນການສົ່ງເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຫົວໜ່ວຍທຸລະກິດໃນແຕ່ລະຂະແໜງການ. ພ້ອມນັ້ນ, ເພື່ອຍ້ອງຍໍຊົມເຊີຍຜູ້ທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ ແນໃສ່ເຮັດໃຫ້ບັນດາວິສາຫະກິດໃນ ສປປ ລາວ ສາມາດແຂ່ງຂັນໄດ້ໃນລະດັບພາກພື້ນ ແລະ ສາກົນ.

ການຊິງລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ ແລະ ລາງວັນການພັດທະນາສີມືແຮງງານ ປະຈໍາປີ 2021 ໄດ້ມີກໍາມະການກວດສອບຕັດສິນພາຍນອກຈາກຕົວແທນຈາກພາກລັດ, ຄະນະຜູ້ຕາງຫນ້າຂອງສະຖາບັນການສຶກສາລາວ ຕາງໜ້າຈາກສື່ມວນຊົນ ແລະ ພາກທຸລະກິດແລ້ວ ແມ່ນຍັງໄດ້ຮ່ວມມືກັບບໍລິສັດ KPMG ເພື່ອຮັບປະກັນຄວາມໂປ່ງໃສ, ຄວາມຍຸຕິທໍາ, ຄວາມເປັນມືອາຊີບເຂົ້າໃນຂະບວນການຄັດເລືອກ ແລະ ຕັດສິນຜູ້ຊະນະເລີດລາງວັນ ເຊິ່ງຜ່ານການຄັດເລືອກມີ 27 ບໍລິສັດທີ່ໄດ້ຮັບລາງວັນຄື:

+ ລາງວັນປະເພດຂະແໜງບູລິມະສິດດີເດັ່ນຂອງລາວ ມີ 5 ບໍລິສັດຄື: ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ, ສວນພຶກສາ, ບໍລິສັດຮຸ່ງອາລຸນໂລຈິສຕິກ ຈໍາກັດຜູ້ດຽວ, ບໍລິສັດ ປາກຊ່ອງພັດທະນາຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ແລະ ໂຮງງານກະເບື້ອງກາສິງ.
+ ປະເພດລາງວັນທຸລະກິດຂະໜາດນ້ອຍ ແລະ ກາງດີເດັ່ນມີ 5 ບໍລິສັດຄື: ບໍລິສັດ ຄໍາມະນີ ເຈັນເນີຣອນເຊີວີກ ຈໍາກັດ, ບໍລິສັດ ວຽງຈັນ ຈີໂອເມຕິກ ເຊີວິດສ ຈໍາກັດຜູ້ດຽວ, ບໍລິສັດສະຕາຟິນເທັກ ຈໍາກັດຜູ້ດຽວ, ບໍລິສັດແຫຼ່ງທ່ອງທ່ຽວຕາດເຍືອງ ແລະ ໂຮງແຮມອັງສະມາ ເມຊົງ ສຸວັນນະພູມ.

+ ປະເພດລາງວັນພິເສດມີ 7 ບໍລິສັດຄື: ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ເອກພັດທະນາ, ບໍລິສັດ ວຽງຈັນ ຈີໂອເມຕິກ ເຊີວິດສ ຈໍາກັດຜູ້ດຽວ, ທະນາຄານ ເອັສທີ ຈໍາກັດ, ບໍລິສັດ ປະກັນໄພ ພົງສະຫວັນ, ທະນາຄານ ມາຣູຮານ ເຈແປນລາວ ຈໍາກັດ, ວິສາຫະກິດຍອດຄໍາສ່ວນບຸກຄົນ ແລະ ບໍລິສັດຂົນສົ່ງສາກົນ ຈໍາກັດ.

ແລະ ຍັງມີລາງວັນ ພັດທະນາສີມືແຮງງານດີເດັ່ນມີ 10 ບໍລິສັດຄື: ບໍລິສັດ ຄໍາມະນີ ເຈັນເນີຣອນເຊີວີກ ຈໍາກັດ, ທະນາຄານລາວ-ຝຣັ່ງ, ບໍລິສັດ ພູເບ້ຍ ມາຍນິງ, ໂຮງຮຽນເຕັກນິກວິຊາຊີບ ເອບີເອັສ, ອູ່ຄໍາສ້ອມແປງຄົບວົງຈອນ, ບໍລິສັດ ເຄທີຟາມຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ, ໂຮງແຮມ ຢູນນານເໜິງໂຖຈູ້ງເຈີ້ງຫຼວງພະບາງ, ໂຮງແຮມຊຽງແກ້ວຫຼວງພະບາງ, ໂຮງແຮມເມຊົວສຸວັນນະພູມ ແລະ ສູນພັດທະນາ ແລະ ທົດສອບສີມືແຮງງານເວດສະພົງ.