ວັນທີ 26 ມັງກອນ 2022 ຜ່ານມາ, ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ (ສກຈຮ ເອກພັດທະນາ) ໜ່ວຍບໍລິການເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ໄດ້ມອບສິນໄໝທົດແທນໃຫ້ກັບຄອບຄົວຜູ້ທີ່ໄດ້ຮັບການຄຸ້ມຄອງຈາກປະກັນຊີວິດເງິນກູ້. ໂດຍແມ່ນທ່ານ ນາງ ເຂັມ ອິນສີຊຽງໃໝ່ ຈຳນວນ 14,250, 000 ກີບ ເຊິ່ງເປັນລູກຄ້າອາໃສຢູ່ບ້ານຫົວນາ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ.