ວັນທີ 28 ມັງກອນ 2022 ຜ່ານມານີ້, ບໍລິສັດ ລາວວິວັດປະກັນໄພ ຈຳກັດ ໄດ້ເຂົ້າມາອວຍພອນສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ (ສກຈຮ ເອກພັດທະນາ) ເນືື່ອງໃນໂອກາດປີໃຫມ່ສາກົນ 2022 ແລະ ກຸດຈີນ ເພື່ອສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ທີ່ໄດ້ເປັນຄູ່ຮ່ວມທຸລະກິດນຳກັນໃນຫຼາຍປີຜ່ານມາ.
ໃຫ້ກຽດຕ້ອນຮັບຂອງທ່ານ ນາງ ບຸນຕາ ບູລົມ, ຮອງຜູ້ອໍານວຍການ ສກຈຮ ເອກພັດທະນາ ພ້ອມດ້ວຍຄະນະບໍລິຫານ.
ບໍລິສັດ ລາວວິວັດປະກັນໄພ ຈຳກັດ ເປັນບໍລິສັດປະກັນໄພ ຮ່ວມຈັດຕັ້ງ ແລະ ລົງທຶນໂດຍ ບໍລິສັດ ປະກັນໄພໄທວິວັດ (ຈຳກັດ) ມະຫາຊົນ ຈາກປະເທດໄທ, ບໍລິສັດ ລາວເບເວເຣດຊ ຈຳກັດ ຜູ້ດຽວ, ບໍລິສັດ ພີພີ ຂາເຂົ້າ-ຂາອອກ ຈຳກັດ ຜູ້ດຽວ ແລະ ບໍລິສັດ ທີ່ປຶກສາກົດໝາຍ ແລະ ບໍລິການ ຈຳກັດ ຜູ້ດຽວ ໂດຍມີທຶນຈົດທະບຽນ 16 ຕື້ກີບ.
ໄດ້ຮັບອະນຸຍາດໃຫ້ດຳເນີນທຸລະກິດປະກັນໄພ (Non –Life Insurance Business License) ຈາກກະຊວງແຜນການ ແລະ ການລົງທຶນ ສປປ ລາວ ເມື່່ອວັນທີ 29 ພຶດສະພາ ປີ 2017 ທີ່ຜ່ານມາ.