ຖ້າທ່ານຕ້ອງການເປັນຜູ້ນໍາທີ່ທຸກຄົນເຄົາລົບ ແລະ ເຊື່ອຟັງ ທ່ານຈໍາເປັນຕ້ອງຮູ້ວິທີທີ່ຈະເປັນຜູ້ນໍາທີ່ດີ ເຊິ່ງຜູ້ນໍາທີ່ດີແມ່ນຜູ້ນໍາທີ່ເປັນມິດ ແລະ ທັດສະນະຄະຕິທີ່ດີ. ສະນັ້ນ, ອີງໃສ່ການຄົ້ນຄວ້າຂອງນັກວິທະຍາສາດ ເພີ່ນໄດ້ປະເມີນວ່າ: ຄຸນນະສົມບັດບໍ່ພຽງແຕ່ເຮັດໃຫ້ພວກເຂົາໄດ້ຮັບຄວາມນິຍົມຈາກຄົນອື່ນເທົ່ານັ້ນ, ແຕ່ມັນຍັງເຮັດໃຫ້ພວກເຂົາມີຄວາມໜ້າເຊື່ອຖືຕໍ່ເພື່ອນຮ່ວມງານນໍາອີກ. ສະນັ້ນ, ມື້ນີ້ເຮົາມາອ່ານ 10 ລັກສະນະທີ່ສໍາຄັນທີ່ຈະເຮັດໃຫ້ຜູ້ນໍາຖຶກຍອມຮັບຈາກພະນັກງານໃນອົງກອນດຽວກັນ.


1. ຄວາມເປັນມິດຕະພາບ: ເຖິງແມ່ນວ່າຢູ່ໃນຫ້ອງການເຮັດວຽກຈະເຕັມໄປດ້ວຍຄົນຈໍານວນຫຼາຍ, ແຕ່ຜູ້ນໍາທີ່ດີຈະເຮັດໃຫ້ທ່ານມີຄວາມຮູ້ສຶກວ່າທ່ານຈະເວົ້າຫຍັງກໍ່ໄດ້ ແລະ ສາມາດລົມກັນໄດ້ທຸກເມື່ອຄ້າຍຄືກັບເພື່ອນຮ່ວມງານ ແລະ ຈະສົນທະນາກັບທ່ານດ້ວຍຄວາມເປັນມິດຕະພາບທີ່ດີ.
2. ສາມາດເຂົ້າເຖິງໄດ້ງ່າຍ: ເຊື່ອວ່າຜູ້ນໍາທີ່ດີເຂົາເຈົ້າໃຫ້ຄວາມສໍາຄັນກັບທ່ານບໍ່ວ່າຈະຢູ່ໃສກໍ່ຕາມ ຫຼື ສິ່ງທີ່ຄວນຈະມີ ເພາະເຂົາຈະເຮັດໃຫ້ພະນັກງານທຸກຄົນຮູ້ສຶກວ່າມັນຄືສິ່ງສໍາຄັນ ແລະ ຮູ້ຄຸນຄ່າຂອງທຸກຄົນ.


3. ມີຄວາມຖ່ອມຕົນ: ຜູ້ນໍາທີ່ດີຈະບໍ່ຄິດວ່າພວກເຂົາດີກວ່າທ່ານ ຫຼື ດີກ່ວາໃຜແນ່ນອນ, ແທນທີ່ລາວຈະມີຄວາມພູມໃຈໃນຖານະຜູ້ນໍາ, ແຕ່ຫາກເບິ່ງໃນສະພາບແວດລ້ອມທີ່ເປັນຢູ່ ລາວຄືຜູ້ຮັບຜິດຊອບໃນການຮັບໃຊ້ຄົນອື່ນໆ.
4. ມີທັດສະນະທີ່ດີ: ຜູ້ນໍາທີ່ດີມັກຈະມີທັດສະນະຄະຕິດີ ສາມາດແບ່ງປັນທັດສະນະ ແລະ ຄວາມຄິດເຫັນໃຫ້ກັບຄົນອື່ນ ລວມໄປເຖິງພະນັກງານດ້ວຍກັນເພາະມັນສະແດງເຖິງເຫັນຄວາມເປັນມິດກັບຄົນອ້ອມຂ້າງ.


5. ເປັນຄົນສະເໝີຕົ້ນສະເໝີປາຍ: ສໍາລັບຜູ້ນໍາທີ່ດີ ບໍ່ວ່າຈະເປັນຜົນສໍາເລັດ ຫຼື ບໍ່ປະສົບຜົນສໍາເລັດກໍ່ຕາມ ພວກເຂົາກໍ່ຍອມຮັບກັບສິ່ງທີ່ເກີດຂຶ້ນ ແລະ ຈະບໍ່ໂອ້ອວດ ຫຼື ບໍ່ໃຫ້ເວົ້າຄວາມຊົ່ວຮ້າຍໃຫ້ຄົນອື່ນ ເພາະຄິດວ່າ ຄວາມຜິດພາດຖືເປັນບົດຮຽນທີ່ນໍາມາເປັນປະສົບການ ຫຼື ຮຽນຮູ້ຈາກມັນ ແລະ ກ້າວໄປຂ້າງໜ້າຢ່າງໝັ້ນຄົງ.
6 ເປັນຄົນດີ: ຫາກພວກເຮົາໄດ້ເຮັດວຽກກັບດີ ກໍ່ຈະເຮັດໃຫ້ເຮົາກາຍເປັນຄົນດີໄປນໍາ. ນອກນັ້ນ, ຍັງໄດ້ບົດຮຽນ-ປະສົບການຊີວິດຕົວຈິງຈາກສະພາບແວດລ້ອມອ້ອມຂ້າງນໍາອີກ ເພາະວ່າຫາກເຮົາສາມາດເຮັດໄດ້ດີ ເຂົາກໍ່ຈະຍ້ອງຍໍຊົມເຊີຍ ແລະ ຈະບໍ່ລັງເລທີ່ຈະແບ່ງປັນສິ່ງຕ່າງໆໃຫ້ກັບທ່ານເພື່ອກ້າວຕໍ່ໄປ.


7. ສະແດງຄວາມຈິງໃຈ: ຄວາມຈິງໃຈເຫຼົ່ານີ້ບໍ່ພຽງແຕ່ຢູ່ໃນບ່ອນເຮັດວຽກເທົ່ານັ້ນ, ແຕ່ການກະທໍາຂອງຜູ້ນໍາທີ່ດີຈະສ້າງຄວາມໄວ້ວາງໃຈ ແລະ ຄວາມນິຍົມສໍາລັບພວກເຂົາ ເຊິ່ງຄໍາເວົ້າບໍ່ແມ່ນສິ່ງທີ່ຕ້ອງພິສູດ, ແຕ່ຈະພິສູດດ້ວຍການກະທຳຕົວຈິງ.
8. ເປັນຄົນເບິ່ງຄົນອອກ: ຜູ້ນໍາທີ່ດີຈະຮູ້ວິທີອ່ານໃຈຄົນ ເນື່ອງຈາກວ່າການປະຕິບັດແມ່ນມີຄວາມສໍາຄັນຫຼາຍກ່ວາຄໍາເວົ້າ. ສະນັ້ນ, ເຂົາເຈົ້າຈະເບິ່ງພຶດຕິກໍາການສະແດງອອກກ່ຽວກັບການເຄື່ອນໄຫວ ຫາກມີອັນໃດບໍ່ດີ ຫຼື ຄິດວ່າບໍ່ສົມຄວນ ເຂົາຈະແນະນໍາທ່ານທັນທີ ເພື່ອປ້ອງກັນບໍ່ໃຫ້ເກີດຂໍ້ຜິດພາດ ຫຼື ເຮັດຜິດຊໍ້າອີກ. ຂະນະດຽວກັນ, ເຂົາເຈົ້າຈະເບິ່ງຄົນອອກດ້ວຍຄວາມຮູ້ທາງດ້ານສັງຄົມ ແລະ ຄວາມສາມາດໃນການປະເມີນຄົນ.


9. ສັນລະເສີນຄວາມສາມາດ: ຜູ້ນໍາທີ່ດີຈະເບິ່ງຈາກພອນສະຫວັນຂອງພະນັກງານ ວ່າຖະໜັດດ້ານໃດແນ່ ເພື່ອຈະໃຊ້ວຽກໃຫ້ຖຶກກັບຄົນ ທັງນີ້ກໍ່ເພື່ອເຮັດໃຫ້ວຽກສາມາດເດີນໄປຕາມລະບົບ ແລະ ມີປະສິດທິພາບໂດຍບໍ່ຫວັງຜົນປະໂຫຍດສ່ວນຕົວ, ແຕ່ຈະຊ່ວຍດຶງຜູ້ທີ່ມີທ່າແຮງໃຫ້ເຂົາເຈົ້າພັດທະນາຕົນເອງ.
10. ມີພອນສະຫວັນ: ຜູ້ນໍາທີ່ດີ ຈະບໍ່ຍອມໂຕ້ຖຽງຄົນອື່ນດ້ວຍວາຈາທີ່ບໍ່ເໝາະສົມ ຫຼື ຈະບໍ່ເອົາຕົນເອງໄປແລກກັບສິ່ງໃດທີ່ເຫັນວ່າຈະສ້າງຄວາມເສຍຫາຍໃຫ້ກັບອົງກອນ, ເພື່ອນຮ່ວມງານ ແລະ ສັງຄົມ; ເຖິງແມ່ນວ່າເຂົາເຈົ້າຈະມີພອນສະຫວັນທາງດ້ານນີ້ກໍ່ຕາມ. ສະນັ້ນ, ພອນສະຫວັນແມ່ນເກີດຈາກຕົວເຮົາເອງ, ແຕ່ພອນສະແຫວງແມ່ນຕ້ອງໄດ້ຊອກຫາ; ສິ່ງສໍາຄັນຫາກສາມາດແບ່ງປັນໃຫ້ກັບຄົນອື່ນກໍ່ຈະເປັນຜົນດີໃນອະນາຄົດ.

ຂໍ້ມູນຈາກ: ອອມມັນນີ ດ໋ອດຄອມ