ໃນວັນທີ 22 ມັງກອນ 2022, ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ (ສກຈຮ ເອກພັດທະນາ) ໄດ້ຈັດກອງປະຊຸມສະຫຼຸບຜົນງານປະຈຳປີ 2021 ແລະ ວາງແຜນທິດທາງໃນການດຳເນີນການດຳເນີນງານປີ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ອາຈານ ສົມພອນ ສີແສງລັດ, ຜູ້ອຳນວຍການ ສກຈຮ ເອກພັດທະນາ.
ໃນກອງປະຊຸມ, ໄດ້ກຳນົດຫົວຂໍ້ EMI HIGH PERFORMANCE 2022 ໂດຍເນັ້ນໃສ່ວຽກງານຂະຫຍາຍການບໍລິການເພື່ອໃຫ້ລູກຄ້າສາມາດເຂົ້າເຖິງການບໍລິການທາງດ້ານການເງິນໃຫ້ຫຼາຍຂຶ້ນ, ວຽກງານດ້ານການສົ່ງເສີ່ມທັກສະ ແລະ ຄວາມຮູ້ຄວາມສາມາດຂອງພະນັກງານ, ວຽກງານດ້ານສັງຄົມ ໂດຍສະເພາະແມ່ນການໃຫ້ຄວາມຮູ້ທາງດ້ານການເງິນແກ່ລູກຄ້າ ແລະ ສັງຄົມ. ນອກຈາກນັ້ນ, ຍັງໄດ້ນຳສະເໜີຕໍ່ກັບຕົວຊີ້ວັດທີ່ຈະໄດ້ນຳມາຄິດໄລ່ແຮງຈູງໃຈໃຫ້ກັບພະນັກງານ.
ກອງປະຊຸມດັ່ງກ່າວ, ໄດ້ດຳເນີນແຕ່ 08:30 – 16:00 ໂມງ ຂອງວັນດຽວກັນ ແລະ ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ.