ຖ້າຢາກເຮັດທຸລະກິດສ່ວນຕົວທີ່ຈະຕ້ອງໄດ້ໃຊ້ກຳລັງຊັບ ແລະ ຄວາມຄິດທັງໝົດໄປກັບການຕັ້ງຄຳຖາມ ວ່າຄວນເລີ່ມຕົ້ນຢ່າງໃດ? ເຮັດທຸລະກິດຕ້ອງມີອົງປະກອບຫຍັງແດ່ ແລະ ປັດໃຈທີ່ຈະນຳໄປສູ່ຄວາມສຳເລັດມີແນວໃດ?. ສະນັ້ນ, ການເຮັດທຸລະກິດສ່ວນຕົວ ຫາກເປັນໄປໄດ້ໃຫ້ຫຼີກເວັ້ນຈາກຄວາມສ່ຽງ 5 ເພາະມັນເປັນສິ່ງໜຶ່ງທີ່ນັກທຸລະກິດ ຫຼື ຜູ້ປະກອບການມັກຈະເບີ່ງຂ້າມລາຍລະອຽດລຸ່ມນີ້:
+ ໝັ້ນໃຈໃນຕົວເອງຫຼາຍເກີນໄປ:
ຄວາມທະນົງຕົວ ຫຼື ຂີ້ຄຸຍໂອ້ອວດ ເປັນອີກສິ່ງໜຶ່ງທີ່ເຮັດໃຫ້ທຸລະກິດບໍ່ປະສົບຜົນສໍາເລັດ, ຈົ່ງຈຳໄວ້ວ່າເໜືອຟ້າຍັງມີຟ້າ ບໍ່ມີພຽງແຕ່ເຮົາທີ່ສາມາດເຮັດໄດ້ໃນສິ່ງທີ່ແຕກຕ່າງ ແລະ ຖ້າຫາກຢູ່ໃນສັງຄົມກວ້າງກໍ່ຍິ່ງຖ່ອມຕົນໃຫ້ຫຼາຍຂຶ້ນ ເພື່ອແລກປ່ຽນບົດຮຽນຈາກຜູ້ທີ່ປະສົບຜົນສໍາເລັດມາໝູນໃຊ້ກັບທຸລະກິດຂອງຕົນໃຫ້. ຂະນະດຽວກັນ, ຄວາມໝັ້ນໃຈເຮັດຢ່າງໃດຢ່າງໜຶ່ງເປັນສິ່ງທີ່ດີ; ແຕ່ຖ້າໝັ້ນໃຈຫຼາຍເກີນໄປອາດຈະສົ່ງຜົນເສຍໄດ້ ເພາະການລະເລີຍຄວາມສ່ຽງບາງຢ່າງທີ່ຕ້ອງພົບພໍ້ ແລະ ເບິ່ງ ຂ້າມບັນຫາພຽງໜ້ອຍດຽວ ອາດຈະມີຂໍ້ຜິດພາດໃນທຸລະກິດກໍ່ເປັນໄດ້ ຫຼື ຖ້າຫາກເຮົາເປັນຫົວໜ້າ ບໍ່ຟັງຄວາມລູກນ້ອງຈັກຢ່າງ ໂດຍຖືຄວາມຄິດທີ່ວ່າ ”ເຮົາເປັນໃຫຍ່ພຽງຄົນດຽວ ຄົນອື່ນບໍ່ຮູ້ເທົ່າເຮົາ” ອາດຈະນຳໄປສູ່ຄວາມເສຍຫາຍໄດ້.
+ ກຳຈັດທຸກຄົນທີ່ກີດຂວາງ:
ສິ່ງທີ່ພະຍາຍາມຈະສື່ໃນຂໍ້ນີ້ຄື ຂໍໃຫ້ຫຼີກເວັ້ນການເອົາປຽບໂດຍກົງ ບໍ່ວ່າຈະເປັນເພື່ອຮ່ວມງານ ຫຼື ບໍລິສັດຄູ່ແຂ່ງກໍ່ຕາມ ໃນແງ່ຄວາມຂັດແຍ່ງກັບຜູ້ຮ່ວມງານຂໍໃຫ້ເວົ້າຈາກັນດ້ວຍເຫດຜົນ ແລະ ໃຫ້ເຫັນປະໂຫຍດຂອງທຸລະກິດເປັນທີ່ຕັ້ງ; ບໍ່ແມ່ນຖ້າແຕ່ຊິເວົ້າເພື່ອເອົາຊະນະເທົ່ານັ້ນ ເຊິ່ງການສູ້ກັບຄູ່ແຂ່ງມັນຄົງດີ ແລະ ສັງສັນກວ່າ ຖ້າເຮົາແຂ່ງກັນດ້ວຍຈຸດເດັ່ນ, ຄຸນະພາບຂອງສິນຄ້າ ຫຼື ການບໍລິ ການ ຈະດີກວ່າການຕັດລາຄາ ສຸດທ້າຍເຮັດໃຫ້ທັງສອງຝ່າຍຫຼຸບທຶນ ແລ້ວບໍ່ມີຫຍັງດີເລີຍ.
+ ເຮັດວຽກຢ່າງເປັນລະບົບ:
ຄຸນະພາບຊີວິດ ຄືທຸກຢ່າງຈຳເປັນຈະຕ້ອງປະສົມປະສານເພື່ອຫາຄວາມຄ່ອງຕົວ ລະຫວ່າງໜ້າທີ່ການງານ, ໝູ່ເພື່ອນ ແລະ ຄອບຄົວໃຫ້ໄດ້ ເພາະການສ້າງທຸລະກິດສ່ວນຕົວ ຄືການສ້າງລະບົບຂຶ້ນມາເພື່ອໃຫ້ກິດຈະການມັນໄປດ້ວຍຕົວເອງ; ຫາກເຮົາກັງວົນໄປໝົດທຸກຢ່າງ ແລະ ບໍ່ມອບໜ້າວຽກໃຫ້ຄົນອື່ນເຮັດແທນ ຈະເປັນການນຳເອົາທຸກສິ່ງທຸກຢ່າງມາລວມສູນໄວ້ທີ່ຕົວເອງໝົດ ມັນກໍ່ບໍ່ຕ່າງຫຍັງກັບວ່າຕົວເອງເປັນລະບົບເອງ ເຊິ່ງມັນສົ່ງຜົນເສຍທັງທຸລະກິດ ແລະ ຊີວິດສ່ວນຕົວ.
+ ຄວາມປະໝາດ:
ເຮັດທຸລະກິດຕ້ອງເບິ່ງຄວາມເປັນໄປໄດ້ຢູ່ຕະຫຼອດເວລາ ທີ່ປະສົມປະສານກັບເທັກໂນໂລຊີທັນສະໄໝເພື່ອປັບຕົວໃຫ້ສາມາດຕໍ່ຍອດໄດ້ ເຊິ່ງຜູ້ປະກອບການຫຼາຍຄົນໂດຍສະເພາະແມ່ນທຸລະກິດທີ່ມີຕະຫຼາດກວ້າງຂວາງແລ້ວ ຫາກທ່ານປະໝາດຄູ່ແຂ່ງ ແລະ ຄິດວ່າສິນຄ້າຂອງຕົນດີກວ່າສະເໝີນັ້ນ ຖືວ່າເປັນແນວຄິດທີ່ບໍ່ມີທາງອອກ; ຂະໜາດສະມາດທ໌ໂຟນຍີ້ຫໍ້ແອັບເປິນທີ່ຄອງໃຈລູກຄ້າມາຫຼາຍປີ ຍັງເສຍໃຫ້ຫົວເວີຍ ແລະ ຊໍາຊຸງ.
+ ຢຶດຕິດກັບຄວາມສຳເລັດເດີມ ແລະ ບໍ່ຮຽນຮູ້ສິ່ງໃໝ່:
ໃນເສັ້ນທາງທຸລະກິດຈະຕ້ອງເລີ່ມຕົ້ນຈາກເຮົາເອງເປັນຫຼັກ. ສະນັ້ນ, ຖ້າຢາກປະສົບຜົນສໍາເລັດ ແຕ່ບໍ່ລອງຜິດ-ລອງຖຶກຫຼາຍຄັ້ງ ທ່ານຈະເວົ້າໄດ້ແນວໃດວ່າທ່ານເຮັດແທ້ທໍາຈິງ ເພາະຄວາມສຳເລັດທີ່ເກີດຂຶ້ນຍ້ອນປະສົບການຫຼາຍຢ່າງທີ່ເຂົ້າມາໃນຊີວິດ ແລະ ໝັ່ນຮຽນຮູ້ສິ່ງໃໝ່ໆຢູ່ຕະຫຼອດເວລາ ; ຖ້າເຮົາບໍ່ພັດທະນາສິ່ງທີ່ມີຢູ່ໃຫ້ດີກວ່າເກົ່າ ມັນກໍ່ຄືກັບການນັບຖອຍຫຼັງສູ່ຄວາມເສື່ອມຖອຍ ເພາະຄູ່ແຂ່ງເຮົາຕ່າງກໍ່ມຸ້ງໄປຂ້າງໜ້າຢູ່ຕະຫຼອດເວລາ.
ຂອບໃຈຂໍ້ມູນຈາກ: https://www.pattanakit.net/