ກ້າວເຂົ້າປີໃໝ່ 2022 ເປັນປີທີ່ຫຼາຍຄົນຕັ້ງເປົ້າໝາຍໄວ້ຫຼາຍດ້ານ ເຊິ່ງໜຶ່ງໃນນັ້ນແມ່ນເປົ້າໝາຍທາງການເງິນທີ່ຈະຕ້ອງເຮັດໃຫ້ໄດ້ ໂດຍສະເພາະແມ່ນເລື່ອງເງິນໆ-ຄຳໆ ທີ່ຈະຕ້ອງໄດ້ໃຊ້ຈ່າຍຢ່າງປະຫຍັດ ເພາະໃນຍຸກເສດຖະກິດຖອດຖອຍທ່າມກາງການເຝົ້າລະວັງ ແລະ ປ້ອງກັນພະຍາດໂຄວິດ-19. ສະນັ້ນ, ໃນມື້ນີ້ ເຮົາມີເຄັດລັບເລັກໆນ້ອຍມາຝາກບັນດາທ່ານ 5 ຂໍ້ ທີ່ເປັນສິ່ງຈໍາເປັນຕ້ອງໄດ້ປັບຕົວ ເພື່ອຮັບມືກັບການປ່ຽແປງລຸ່ມນີ້:

  1. ຄວາມບໍ່ແນ່ນອນໃນອະນາຄົດ:  ເມື່ອສະພາບເສດຖະກິດເປັນແບບນີ້ ກໍ່ເຮັດໃຫ້ມີການປະຫຍັດໃຊ້-ປະຫຍັດຈ່າຍຢ່າງເຄັ່ງຄັດ, ເພາະບໍ່ຮູ້ວ່າໃນອະນາຄົດຈະເກີດຫຍັງຂຶ້ນກັບຕົນເອງ ແລະ ຄອບຄົວ, ແຕ່ຖ້າເບິ່ງໃນພາບກວ້າງຈະເຫັນວ່າ ຜູ້ຄົນເລີ່ມໃຫ້ຄວາມສໍາຄັນເລື່ອງການເງິນຫຼາຍຂຶ້ນ ເພາະວ່າວຽກເຮັດງານທໍາຂ້ອນຂ້າງຈະຫາຍາກ ແລະ ເງິນກໍ່ຫາຍາກເຊັ່ນກັນ.

  1. ຄ່າຄອງຊີບສູງຂຶ້ນ: ເລື່ອງຂອງອາຫານການກິນ ແລະ ຄ່າຄອງຊີບໃນປັດຈຸບັນ ເລີ່ມມີລາຄາແພງຂຶ້ນກວ່າແຕ່ກ່ອນ, ແຕ່ຄວາມຕ້ອງການຂອງຄົນເຮົາກໍ່ຍັງຕ້ອງຢູ່ຕ້ອງກິນປົກກະຕິ. ສະນັ້ນ, ເພື່ອໃຫ້ເຮົາເອງຢູ່ລອດກໍ່ຕ້ອງໄດ້ມີການປັບໂຕ ດ້ວຍການລິ້ນຮົນຫຼາຍຂຶ້ນ ແລະ ດຸໝັ່ນໃນການເຮັດວຽກເພີ່ມ ເພື່ອຈະໄດ້ມີເງິນໃຊ້ຈ່າຍພຽງພໍກັບຄວາມຕ້ອງການ.

  1. ເງິນຫາຍາກຂຶ້ນ: ທ່ານສັງເກດເຫັນບໍວ່າ ໃນປັດຈຸບັນຄົນເຮົາເລີ່ມຈັບຈ່າຍໃຊ້ສອຍນ້ອຍລົງຢ່າງເຫັນໄດ້ຊັດເຈນຖ້າທຽບໃສ່ກັບຫຼາຍປີຜ່ານມາ, ເພາະວ່າການຈ້າງງານໃນແຕ່ລະສໍານັກງານ-ອົງການກໍ່ມີໜ້ອຍ, ຫາກໃຜມີວຽກເຮັດງານທຳຢູ່ແລ້ວ ກໍ່ຕ້ອງໄດ້ດຸໝັ່ນໃຫ້ດີຂຶ້ນກວ່າເກົ່າ.

  1. ຄວາມເປັນອິດສະຫຼະພາບເລີ່ມຂັດສົນ: ປົກກະຕິແລ້ວຄຳວ່າອິດສະຫຼະພາບທາງການເງິນ ແມ່ນຜູ້ທີ່ປະສົບຜົນສໍາເລັດທາງດ້ານທຸລະກິດ ທີ່ໄດ້ມີເງິນສະສົມໄວ້ມາແຕ່ດົນ. ພາຍຫຼັງອາຍຸກະສຽນບໍານານ ກໍ່ມີເງິນອອມຫຼາຍສົມຄວນ, ແຕ່ຍຸກປັດຈຸບັນຄວາມອຸດສະຫຼະພາບທາງການເງິນເລີ່ມຈະປ່ຽນໄປ ເພາະເງິນເລີ່ມຫາຍາກກວ່າແຕ່ກ່ອນ ແລ້ວເຮັດໃຫ້ຜູ້ສູງອາຍຸກັບມາເຮັດວຽກ ເພື່ອຫາລ້ຽງຊ່ວຍຄອບຄົວ. ສະນັ້ນ, ທຸກຢ່າງມີການປ່ຽນແປງສະເໝີ ຂໍຢ່າງປະໝາດເລື່ອງເງິນເດັດຂາດ.

  1. ຫຼຸດລາຍຈ່າຍ – ເພີ່ມລາຍຮັບ: ການທີ່ມີລາຍຮັບຫຼາຍກວ່າລາຍຈ່າຍ ຈະເປັນການເພີ່ມຄວາມສະດວກສະບາຍໃນການດໍາລົງຊີວິດຂອງຄົນເຮົາ, ແຕ່ເມື່ອໃດຫາກລາຍຮັບໜ້ອຍກວ່າລາຍຈ່າຍ ອັນນີ້ຖືວ່າເປັນອຸປະສັກແນ່ ນອນ. ສະນັ້ນ, ເມື່ອມີລາຍຮັບເຂົ້າມາກໍ່ຕ້ອງຄຳນຶງເຖິງການອອມໄວ້ກ່ອນຕາມຄວາມເໝາະສົມ. ສ່ວນທີ່ເຫຼືອຈຶ່ງຄ່ອຍແບ່ງໃຊ້ຈ່າຍ ຫຼື ແບ່ງເອົາໄປລົງທຶນເພື່ອໃຫ້ມີລາຍຮັບເຂົ້າມາເພີ່ມເຕີມ.

#ເຮຮາການເງິນ

Cr: ອອມມັນນີ ດ໋ອດຄອມ.