ວັນທີ 19 ທັນວາ 2021 ຜ່ານມາ, ຄະນະຜູ້ບໍລິຫານຂອງ ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ (ສກຈຮ ເອກພັດທະນາ) ໄດ້ຕ້ອນຮັບການມາຢ້ຽມຢາມຂອງທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ (LaoVietBank) ເພື່ອມາອວນພອນເນື່ອງໃນໂອກາດປີໃໝ່ສາກົນ 2022 ທີ່ຈະມາເຖິງນີ້.
ໂອກາດນີ້, ຜູ້ຕາງໜ້າຂອງ LaoVietBank ກໍ່ໄດ້ອວຍພອນໄຊອັນປະເສີດມາຍັງຄະນະອໍານວຍການ ແລະ ຜູ້ບໍລິຫານຂອງ ສກຈຮ ເອກພັດທະນາ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສໍາເລັດໃນການດໍາເນີນທຸລະກິດຂອງສະຖາບັນ; ພ້ອມກັນຜ່ານຜ່າອຸປະສັກທີ່ເກີດຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ໃນປີ 2022 ຂໍໃຫ້ເປັນປີທີ່ມີແຕ່ໂຊກໄຊ ກ້າວໜ້າຂຶ້ນໄປເລື້ອຍໆ.
ຂະນະດຽວກັນ, ທ່ານ ນາງ ບຸນຕາ ບູລົມ, ຮອງຜູ້ອໍານວຍການ ສກຈຮ ເອກພັດທະນາ ກໍ່ໄດ້ສະແດງຄວາມຂອບໃນມາຍັງ ທະນາຄານ ຮ່ວມທຸລະກິດ ລາວ – ຫວຽດ ຈໍາກັດ ທີ່ເຫັນໄດ້ຄວາມສໍາຄັນຂອງສະຖາບັນພວກເຮົາ ເຊິ່ງໄລຍະຜ່ານມາ ກໍ່ໄດ້ມີການປະສານງານ ແລະ ໃຊ້ບໍລິການຂອງທະນາຄານມາໂດຍຕະຫຼອດ.
ໃນຕອນທ້າຍ, ທັງສອງຝ່າຍຍັງໄດ້ຜັດປ່ຽນກັນມອບຂອງທີ່ລະນຶກ ເພື່ອເປັນຂອງຂັວນຕ້ອນຮັບປີໃໝ່ສາກົນ 2022 ທີ່ຈະມາເຖິງນີ້.