ໄລຍະ 25 – 35 ປີ ຖືວ່າເປັນຊ້ວງໄລຍະເຮົາມີເງິນເດືອນ, ມີລາຍຮັບປະຈໍາ ຫຼື ມີທຸລະກິດເປັນຂອງຕົນເອງແລ້ວໃນລະດັບໃດໜຶ່ງ. ສະນັ້ນ, ເມື່ອເຮົາຢູ່ໃນໄວນີ້ກໍ່ຕ້ອງໄດ້ມີວິໃນການໃຊ້ຈ່າຍຢ່າງລະມັດລະວັງ, ເຖິງແມ່ນວ່າເຮົາຢູ່ໃນຊ້ວງໄວຄະນອງ ເພາະຍັງມ່ວນຊື່ນກັບການສັງສັນ, ການທ່ອງທ່ຽວ ຫຼື ອື່ນໆ; ແຕ່ກໍ່ຕ້ອງບໍ່ລືມທີ່ຈະເກັບອອມເງິນທີ່ຫາມາໄດ້ ເພື່ອເປັນຕົ້ນທຶນຂອງເຮົາໃນອະນາຄົດ. ສະນັ້ນ, ຊ້ວງອາຍຸດັ່ງກ່າວນີ້ ເປັນໄລຍະທີ່ເຮົາມີກໍາລັງແຮງເຫຼືອເຟືອ ທີ່ຈະເຮັດວຽກຫາກເງິນ ຫຼື ເຮັດວຽກເສີມນອກໂມງການ.
ດັ່ງນັ້ນມື້ນີ້, ທິມງານພວກເຮົາມີເຄັດລັບມາແນະນຳ ເພື່ອໃຫ້ໄວໜຸ່ມຍິງສາວໃນໄວນີ້ ມີກໍາລັງໃຈໃນການເຮັດວຽກ, ມີວິໃນທາງດ້ານການເງິນ ແລະ ຮູ້ຈັກເທັກນິກວິທີການຕ່າງໆ ທັງເປັນການໃຫ້ກໍາລັງໃຈໃນທຸກຄົນກ່ອນຈະຮອດປີໃໝ່ລາວທີ່ຈະມາເຖິງນີ້ ເຊິ່ງວ່າຈະມີແນວໃດນັ້ນເຮົາໄປຟັງນຳກັນ.
- ຫາກຍັງບໍ່ພ້ອມ ຢ່າງຟ້າວແຕ່ງງານ:
ໜຸ່ມສາວຍຸກສະໄໝນີ້ ເລືອກທີ່ຈະຢູ່ແບບໂສດໆກັນຫຼາຍຂຶ້ນ, ສ່ວນສາເຫດນັ້ນ ບໍ່ວ່າຈະມາຈາກການຕັ້ງໃຈ ຫຼື ບໍ່ຕັ້ງໃຈ ມັນບໍ່ສຳຄັນ, ແຕ່ຈາກການສັງເກດເຫັນສ່ວນຫຼາຍທີ່ຍັງບໍ່ສ້າງຄອບຄົວ ຍ້ອນບໍ່ມີຄວາມພ້ອມທາງດ້ານປັດໃຈປິ່ນອ້ອມ ເຊັ່ນ: ສະຖານະພາບທາງດາ້ນການເງິນ, ຊັບສິນສ່ວນຕົວ, ການມີວຽກເຮັດງານທໍາທີ່ໝັ້ນຄົງ, ມີລາຍໄດ້ປົກກະຕິ ແລະ ອື່ນໆ…
- ເປົ້າໝາຍເງິນອອມທີ່ຕ້ອງການ:
ເມື່ອຄິດທີ່ຈະໂສດແລ້ວ ກໍ່ຕ້ອງຮູ້ຈັກປັບຕົວເຂົ້າໃນໂໝດປະຫຍັດໃຫ້ໄດ້ ແລະ ເມື່ອຄິດທີ່ຈະຕັ້ງໃຈຫາເງິນ ກໍ່ຕ້ອງຮູ້ຈັກແບ່ງໃຊ້-ແບ່ງຈ່າຍ ແລະ ແບ່ງອອມ ລວມໄປເຖິງຕ້ອງເລີ່ມລົງທຶນໃນສິ່ງໃດໜຶ່ງທີ່ເຮົາມັກ ແລະ ມີຄວາມຖະໜັດ ເພື່ອທີ່ຈະໄດ້ຢູ່ເທິງເປົ້າໝາຍທີ່ຕັ້ງໃຈໄວ້ໄດ້ຢ່າງໝັ້ນໃຈ ເພາະການຫາເງິນວ່າຍາກແລ້ວ, ແຕ່ການປະຫຍັດເງິນນັ້ນຍາກກວ່າ.
- ຄວນເພີ່ມຊ່ອງທາງລາຍໄດ້:
ໃນຍຸກປັດຈຸບັນ ສື່ສັງຄົມອອນລາຍໄດ້ອໍານວຍຄວາມສະດວກໃຫ້ຄົນເຮົາຫຼາຍຂຶ້ນ, ຂະນະດຽວກັນ, ການຊື້-ຂາຍ ກໍ່ມີຊ່ອງທາງການຂາຍຫຼາຍຂຶ້ນ. ສະນັ້ນ, ເມື່ອເຮົາມີວຽກປະຈໍາຢູ່ແລ້ວ ກໍ່ຢ່າລືມຫາເວລາວ່າງເສົາ-ອາທິດ ຫຼື ຫຼັງໂມງເລີກການ ເພື່ອສ້າງມູນຄ່າເພີ່ມໃຫ້ກັບຕົນເອງ ດ້ວຍການເຮັດວຽກເສີມໃນສິ່ງທີ່ເຮົາຄິດວ່າເຮັດໄດ້ ແລະ ຈະບໍ່ກະທົບຕໍ່ວຽກປະຈໍາ. ນັ້ນຄືຊ່ອງທາງດີທີ່ສຸດໃນການຫາເງິນ ແລະ ບໍ່ໄດ້ຈົກລາຍຮັບປະຈໍາອອກມາຈ່າຍ.
- ຄວນມີແຜນການ:
ການຢູ່ເປັນໂສດ ຫຼື ແຕ່ງງານແລ້ວ ຈະມີຈຸດດີ ແລະ ຂໍ້ເສຍແຕກຕ່າງກັນ. ເວົ້າສະເພາະ ສໍາລັບຄົນໂສດ ເລື່ອງທີ່ຄວນລະວັງ ກໍຄືເວລາແກ່ໂຕໄປຈະບໍ່ມີລູກຫຼານຄອຍຊ່ວຍເຫຼືອເລື່ອງເງິນ. ດັງນັ້ນ, ຕ້ອງຕຽມໂຕໃຫ້ພ້ອມຕອນທີ່ຍັງມີກຳລັງຫາເງິນໄດ້ຢູ່ ເພາະເຮົາຕ້ອງຢ່າລືມວ່າ ຖ້າເຮົາເອົາແຕ່ໃຊ້ຈ່າຍໂດຍບໍ່ອອມເງິນເລີຍ ເຖິງມື້ທີ່ເຮົາກະສຽນ ເຮົາຈະບໍ່ມີທັງລາຍໄດ້ ແລະ ເງິນອອມເອົາໄວ້ໃຊ້. ສ່ວນຄົນທີ່ມີຄອບຄົວ ກໍ່ອາດຈະລໍາບາກໃນຕອນມີລູກ, ເມື່ອເຂົາເຈົ້າໃຫຍ່ຂຶ້ນມາກໍ່ສາມາດເພິ່ງພາອາໃສໄດ້ ແລະ ກໍ່ຈະມີຄວາມສຸກໄປອີກແບບ.
- ມີເງິນແລ້ວ ຕ້ອງຮູ້ຈັກລົງທຶນ:
ເມື່ອເຮົາມີລາຍຮັບໃນລະດັບໃດໜຶ່ງທີ່ເປັນເງິນທ້ອນປະໄວ້ໃນບັນຊີ ຫຼື ເປັນຊັບສິນກໍ່ດີ ແລ້ວເຮົາເອົາເງິນເຫຼົ່ານັ້ນໄປລົງທຶນ ໃຫ້ເງິນມັນເກີດດອກອອກຜົນຕາມມາ ເຊັ່ນ: ຊື້ອະສັງຫະລິມະຊັບ, ເຮັດທຸລະກິດຄ້າຂາຍ ແລະ ອື່ນໆ ເມື່ອອາຍຸກຫຼາຍຂຶ້ນເຮົາສາມາດຄຳນວນຈາກການໃຊ້ຊີວິດຂອງຕົວເອງໃນອະນາຄົດ ວ່າຕ້ອງໃຊ້ເງິນປະມານເທົ່າໃດຈຶ່ງຈະເໝາະສົມ ແລະ ເຮົາຈະຫາມາໄດ້ແນວໃດ?. ຖ້າວ່າເງິນຝາກ ທີ່ມາພ້ອມດອກເບ້ຍບໍ່ອາດພຽງພໍຕໍ່ເປົ້າໝາຍທີ່ເຮົາໄດ້ວາງເອົາໄວ້, ເຮົາຕ້ອງປ່ຽນການເກັບເງິນເປັນການລົງທຶນອັນອື່ນເພື່ອຕໍ່ຍອດເງິນເກັບ ເຮັດໃຫ້ສາມາດເຂົ້າໃກ້ເປົ້າໝາຍໃຫ້ດີຂຶ້ນຍິ່ງກວ່າເກົ່າ.
ສຸດທ້າຍແລ້ວ, ຖ້າຫາກຄິດຈະໂສດ ຫຼື ບໍ່ໂສດ, ສິ່ງສໍາຄັນກໍ່ຢ່າລືມວາງແຜນ ຍິ່ງອາຍຸຫຼາຍຂຶ້ນກໍຍິ່ງຕ້ອງເກັບອອມເງິນເພີ່ມຂຶ້ນ ຈາກທີ່ເຄີຍອອມທຸກເດືອນກໍ່ຕ້ອງອອມເພີ່ມຂຶ້ນ ແລະ ຢ່າລືມວ່າການເກັບເງິນໄວ້ໃນບັນຊີຊື່ໆ ໂດຍບໍ່ເຮັດຫຍັງ ມັນບໍ່ສາມາດເຮັດໃຫ້ເຮົາມີເງິນຫຼາຍຂຶ້ນ. ເມື່ອຮູ້ໂຕວ່າຢາກເປັນແນວໃດນັ້ນ, ກໍຄວນເລີ່ມວາງແຜນໄວ້ຕັ້ງແຕ່ມື້ນີ້ເລີຍ, ສ້າງເປົ້າໝາຍໃນການເກັບເງິນ ແລະ ນຳໄປລົງທຶນ ເພື່ອສ້າງຄວາມໝັ້ນຄົງໃຫ້ກັບຕົວເອງ, ບໍ່ພຽງແຕ່ຄວາມໝັ້ນໃຈທາງດ້ານການເງິນ ແຕ່ລວມເຖິງສຸຂະພາບນຳ ລົງທຶນໃນການອອກກຳລັງກາຍ ເລີ່ມກິນອາຫານທີ່ດີຕໍ່ສຸຂະພາບຕັ້ງແຕ່ມື້ນີ້ເປັນຕົ້ນໄປ ເພາະຕໍ່ໃຫ້ມີເງິນຫຼາຍຊ່ຳໃດ ກໍບໍ່ສາມາດຊື້ສຸຂະພາບທີ່ດີໄດ້…
Cr: ອອມມັນນີ ດ໋ອດຄອມ.