ໃນວັນທີ 22 ທັນວາ 2021 ຜ່ານມາ, ສະມາຄົມການເງິນຈຸລະພາກ ໄດ້ເຂົ້າມາຢ້ຽມຢາມ ແລະ ອວຍພອນສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ, ເນື່ອງໃນໂອກາດປີໃໝ່ສາກົນ 2022. ຊຶ່ງຕາງໜ້າຕ້ອນຮັບໂດຍທ່ານ ເປມ ແກ້ວສຸພົນ ພ້ອມດ້ວຍຄະນະຂອງ ສກຈຮ ເອກພັດທະນາ.
ໂອກາດດຽວກັນນີ້, ຕາງໜ້າໃຫ້ສະມາຄົມການເງິນຈຸລະພາກ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດຂອງການດໍາເນີນທຸລະກິດຂອງ ສກຈຮ ເອກພັດທະນາ ໃນໄລຍະຜ່ານມາ, ຊຶ່ງເປັນສະຖາບັນການເງິນແຖວໜ້າຂອງ ສປປ ລາວ ແລະ ເປັນສະຖາບັນຕົວແບບທີ່ນຳໃຊ້ລະບົບເຕັກໂນໂລຊີທັນສະໄໝເຂົ້າໃນການບໍລິຫານທຸລະກິດຂອງຕົນ ແລະ ໄດ້ຮັບຄວາມນິຍົມຈາກລູກຄ້າຢູ່ພາຍໃນ ແລະ ເປັນທີ່ຮູ້ຈັກຂອງຕ່າງປະເທດກໍ່ຄືສາກົນ.