ກົມຄຸ້ມຄອງສະຖາບັນການເງິນ, ທະນາຄານແຫ່ງ ສປປ ລາວ ແລະ ສະມາຄົມການເງິນຈຸລະພາກ ໄດ້ຮ່ວມກັນຈັດກອງປະຊຸມການເຂົ້າເຖິງການບໍລິການທາງດ້ານການເງິນປະຈຳປີ 2021 ໂດຍໄດ້ຮັບການສະໜັບສະໜູນຈາກອົງການ ADA ຂອງປະເທດລຸກຊຳບວກ.

ຊຶ່ງຈັດຂຶ້ນໃນວັນທີ 22 ທັນວາ 2021 ຜ່ານລະບົບອອນລາຍໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມຜ່ານທາງອອນລາຍ (ລະບົບ Zoom) ຂອງທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ພ້ອມທັງການເຂົ້າຮ່ວມຂອງທ່ານ ພູຂົງຈັນ ທະຈັກ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນ; ທ່ານ ສົມພອນ ສີແສງລັດ ປະທານສະມາຄົມການເງິນຈຸລະພາກ; ທ່ານ ນາງ ປະມວນ ເພັດທານີ ຜູ້ອຳນວຍການສະມາຄົມການເງິນຈຸລະພາກ, ຄະນະພະແນກຂອງກົມຄຸ້ມຄອງສະຖາບັນການເງິນ ແລະ ສາຂາທະນາຄານແຫ່ງ ສປປ ລາວ ປະຈຳພາກ ແລະ ບັນດາອົງການຈັດຕັ້ງທັງພາຍໃນ ແລະຕ່າງປະເທດເຂົ້າຮ່ວມໃນທົ່ວປະເທດ.ກອງປະຊຸມໃນຄັ້ງນີ້ເປັນກອງປະຊຸມປະຈຳປີທີ່ຈັດຂຶ້ນໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19, ທີ່ທາງທະນາຄານແຫ່ງ ສປປ ລາວ ແລະສະມາຄົມການເງິນຈຸລະພາກ ສປປ ລາວ ຮ່ວມກັນຈັດຂຶ້ນໂດຍໄດ້ກໍານົດເອົາຫົວຂໍ້ວ່າ: ການຂັບເຄື່ອນຂະແໜງການເງິນຈຸລະພາກຂ້າມຜ່ານສະພາບວິກິດໂຄ ວິດ-19 (Tackling the post-pandemic realities: Moving the Microfinance Industry Forward) ຊຶ່ງຈະເນັ້ນໃສ່ຜົນສຳເລັດແລະບົດຮຽນ ທີ່ຖອດຖອນໄດ້ໃນການຈັດຕັ້ງປະຕິບັດ ແລະຜັນຂະຫຍາຍບັນດາຄຳສັ່ງ ແລະນິຕິກຳທີ່ທາງລັດຖະບານແລະທະນາຄານ ແຫ່ງ ສປປ ລາວ ກຳນົດອອກໃນໄລຍະຜ່ານມາ.
ກອງປະຊຸມໄດ້ເຊີນເອົາຜູ້ຄຸ້ມຄອງ, ບັນດາຊ່ຽວຊານພາຍໃນ ແລະຕ່າງປະເທດ, ຜູ້ຈັດຕັ້ງປະຕິບັດ ລວມທັງພາກສ່ວນທີ່ກ່ຽວຂ້ອງ, ຊຶ່ງທຸກພາກສ່ວນໄດ້ມີຄວາມພະຍາຍາມຂອງຂະແໜງການເງິນຈຸລະພາກແລະພາກສ່ວນຄູ່ຮ່ວມພັດທະນາທັງພາຍໃນ ແລະຕ່າງປະເທດເພື່ອເຮັດໃຫ້ລູກຄ້າໂດຍສະເພາະລູກຄ້າທີ່ເປັນຫົວໜ່ວຍ MSMEs ໄດ້ຮັບການຟື້ນຟູຄືນ ແລະສາມາດສືບຕໍ່ດຳເນີນທຸລະກິດຂອງຕົນໃນປະຈຸບັນ ແລະຕໍ່ໜ້າ; ຫົວຂໍ້ທີ່ນຳມາສົນທະນາໃນຄັ້ງນີ້ ໄດ້ສົນທະນາ ແລະປຶກສາຫາລືກັນໂດຍເນັ້ນໃສ່ເນື້ອໃນ 04 ຫົວຂໍ້ໃຫຍ່ ຊຶ່ງມີເວທີສົນທະນາ ສະພາບຄວາມເປັນຈິງແບບໃໝ່ພາຍຫຼັງການແຜ່ລະບາດພະຍາດໂຄວິດ-19: ການສ້າງຄວາມເຂົ້າໃຈກ່ຽວກັບຜົນກະທົບຂອງພະຍາດ COVID-19 ແລະມາດຕະການຮັບມື; ຜົນສຳເລັດ ແລະບົດຮຽນກ່ຽວກັບການສະໜັບສະໜູນໃນການຟື້ນຟູວິກິດຈາກການແຜ່ລະບາດຂອງພະຍາດ COVID-19 ໃຫ້ແກ່ຂະແໜງການ MSME ; ການຊຸກຍູ້ການບໍລິການທີ່ນຳໃຊ້ເຕັກໂນໂລຊີ: ຂັບເຄື່ອນການບໍລິການທ່າມກາງການຫັນປ່ຽນສູ່ຍຸກດີຈີຕອລ; ຮັບປະກັນການປົກປ້ອງລູກຄ້າ: ການຊ່ວຍເຫຼືອລູກຄ້າເພື່ອຫຼີກລ້ຽງການກາຍເປັນໜີ້ສິນລົ້ນຕົວ.

ເວທີສົນທະນາ 1: ສະພາບຄວາມເປັນຈິງແບບໃໝ່ພາຍຫຼັງການແຜ່ລະບາດພະຍາດໂຄວິດ-19: ການສ້າງຄວາມເຂົ້າໃຈກ່ຽວກັບຜົນກະທົບຂອງພະຍາດ COVID-19 ແລະ ມາດຕະການຮັບມື
ການແຜ່ລະບາດຂອງພະຍາດໂຄວິດທີ່ເຫັນວ່າມີການຂະຫຍາຍຕົວ ແລະ ແກ່ຍາວໃນປີນີ້ ແມ່ນໄດ້ສ້າງຄວາມແປກໃຈໃຫ້ສັງຄົມໂດຍທົ່ວໄປ ເນື່ອງຈາກວ່າຫຼາຍຄົນກໍ່ໄດ້ສັນນິຖານວ່າ ປີ 2021 ຈະເປັນປີທີ່ດີຂື້ນ. ແຕ່ໃນທາງກົງກັນຂ້າມ, ການແຜ່ລະບາດຂອງພະຍາດພັດເຫັນວ່າເພີ່ມຂື້ນເຖິງຈຸດສູງສຸດ ແລະ ຄົນສ່ວນຫຼາຍກໍ່ມີມູມມອງທີ່ແຕກຕ່າງກັນ ກ່ຽວກັບການນຳໃຊ້ມາດຕະການເພື່ອຮັບມືກັບສະພາບການຄືດັ່ງກ່າວ. ການຄາດຄະເນກ່ຽວກັບສະພາບການຫຼັງການແຜ່ລະບາດ ແມ່ນເຫັນວ່າຄວນມີວິທີການແບບໃໝ່ ສຳລັບ ສກຈ/ສສງ ເພື່ອທີ່ຈະສາມາດຕອບສະໜອງໄດ້ຕໍ່ຄວາມຕ້ອງການຂອງລູກຄ້າຂອງຕົນ ແລະ ຮັບປະກັນໄດ້ເຖິງຄວາມຍືນຍົງຂອງສະຖາບັນຂອງຕົນ. ຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19 ຕໍ່ກັບຂະແໜງການເງິນຈຸລະພາກ ແມ່ນເຫັນວ່າມີສູງຫຼາຍ ຄືດັ່ງທີ່ໄດ້ສະແດງໃຫ້ເຫັນໃນຜົນຂອງການສຳຫຼວດທີ່ ສມກຈ ຈັດຂື້ນ ໂດຍໄດ້ຮັບການສະໜັບສະໜູນຈາກອົງການ SPTF. ໂດຍອີງໃສ່ຂໍ້ສະເໜີແນະທີ່ໄດ້ລະບຸໄວ້ໃນຜົນຂອງການສຳຫຼວດ, ສກຈ/ສສງ ແມ່ນຈະຕ້ອງໄດ້ມີການຮັບຮອງເອົາມາດຕະການຮັບມືໃນລະດັບຂັ້ນສະຖາບັນ. ຄຳຖາມຄົ້ນຄວ້າໃນວາລະນີ້ ແມ່ນມີດັ່ງລຸ່ມນີ້:

– ຜົນກະທົບຂອງການແຜ່ລະບາດຂອງພະບາດໂຄວິດ-19 ຕໍ່ກັບລູກຄ້າຂອງ ສກຈ/ສສງ ມີຄືແນວໃດ?
– ມັນໄດ້ສົ່ງຜົນກະທົບຕໍ່ກັບການດຳເນີນງານຂອງ ສກຈ/ສສງ ຄືແນວໃດ?
– ຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ການດຳເນີນງານ ແລະ ຍຸດທະສາດໄລຍະຍາວ ຂອງ ສກຈ/ສສງ ມີການປ່ຽນແປງຄືແນວໃດ?
– ການສະໜັບສະໜູນທີ່ ສກຈ/ສສງ ສາມາດໄດ້ຮັບຈາກ ອົງການ SPTF ເພື່ອຊ່ວຍໃນຂະບວນການຫັນປ່ຽນຕົນເອງ ເພື່ອກ້າວໄປສູ່ສະພາບການແບບໃໝ່ ພາຍຫຼັງການແຜ່ລະບາດຂອງພະຍາດສີ້ນສຸດລົງ?

ເວທີສົນທະນາ 2: ຜົນສຳເລັດ ແລະ ບົດຮຽນ ກ່ຽວກັບ ການສະໜັບສະໜູນໃນການຟື້ນຟູວິກິດຈາກການແຜ່ລະບາດຂອງພະຍາດ COVID-19 ໃຫ້ແກ່ຂະແໜງການ MSME
ຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຕໍ່ກັບຂະແໜງການເງິນຈຸລະພາກ ແມ່ນເຫັນວ່າສູງຫຼາຍ ຄືດັ່ງທີ່ໄດ້ສະແດງໃຫ້ເຫັນໃນຜົນການສຳຫຼວດທີ່ຈັດໂດຍ ສມກຈ ໂດຍໄດ້ຮັບການສະໜັບສະໜູນຈາກອົງການ SPTF. ໂດຍອີງໃສ່ຂໍ້ສະເໜີແນະທີ່ໄດ້ລະບຸໄວ້ໃນຜົນຂອງການສຳຫຼວດ, ສກຈ/ສສງ ແມ່ນຈະຕ້ອງໄດ້ມີການຮັບຮອງເອົາມາດຕະການຮັບມືໃນລະດັບຂັ້ນສະຖາບັນ.

ເມື່ອມີການແຜ່ລະບາດຂອງພະຍາດ, ຄວາມພະຍາຍາມໃນການຮັບມືຕໍ່ກັບຜົນກະທົບຂອງການແຜ່ລະບາດຂອງພະຍາດ ຂອງຂະແໜງການ MSME ແມ່ນໄດ້ມີການລິເລີ່ມ. ສີ່ງນີ້ແມ່ນບໍ່ພຽງແຕ່ເຮັດໃຫ້ຫົວໜ່ວຍ MSMEs ໄດ້ຮັບຜົນປະໂຫຍດເທົ່ານັ້ນ, ບັນດາ ສກຈ/ສສງ ກໍ່ຍັງສາມາດປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການເຮັດວຽກຮ່ວມກັນຢ່າງໄກ້ສິດກັບພາກລັດທີ່ກ່ຽວຂ້ອງ. ຄຳຖາມຄົ້ນຄວ້າໃນວາລະນີ້ແມ່ນມີດັ່ງລຸ່ມນີ້:

– ການສະໜັບສະໜູນໃນການຟື້ນຟູທີ່ໄດ້ສະໜອງໃຫ້ມີຫຍັງແດ່?
– ໄດ້ມີຜົນສຳເລັດຄືແນວໃດ?
– ສີ່ງທ້າທາຍທີ່ຖອດຖອນໄດ້ມີຫຍັງແດ່?
– ສກຈ/ສສງ ຈະສາມາດເອົາໄປນຳໃຊ້ ແລະ ມີສ່ວນຮ່ວມໃນອະນາຄົດໄດ້ຄືແນວໃດ?
– ສີ່ງນີ້ໄດ້ສົ່ງຜົນກະທົບໃຫ້ແກ່ຂະແໜງການເງິນຈຸລະພາກສະເພາະຄືແນວໃດ?
– ມູມມອງກ່ຽວກັບການຟື້ນຟູຄືນມີຄືແນວໃດ?

ເວທີສົນທະນາ 3: ການຊຸກຍູ້ການບໍລິການທີ່ນຳໃຊ້ເຕັກໂນໂລຊີ ຂັບເຄື່ອນການບໍລິການທ່າມກາງການຫັນປ່ຽນສູ່ຍຸກດີຈີຕອລ
ການສະໜອງການບໍລິການທີ່ນຳໃຊ້ເຕັກໂນໂລຊີ ແມ່ນໄດ້ມີການສົນທະນາກັນພາຍໃນຂະແໜງການເງິນຈຸລະພາກໃນໄລຍະ 3 ປີທີ່ຜ່ານມາ ກ່ອນທີ່ຈະມີການແຜ່ລະບາດຂອງພະຍາດໂຄວິດ-19. ຄວາມຈຳເປັນທີ່ຈະຕ້ອງໄດ້ມີການຊຸກຍູ້ການນຳໃຊ້ການບໍລິການດ້ວຍເຕັກໂນໂລຊີດີຈີຕອລ ແມ່ນໄດ້ກາຍເປັນຄວາມຈຳເປັນ ເນື່ອງຈາກວ່າການພົວພັນກັນແບບໜ້າເຊີ່ງໜ້າແມ່ນເປັນໄປບໍ່ໄດ້ຍ້ອນການແຜ່ລະບາດຂອງພະຍາດ. ສະນັ້ນ ຈື່ງເປັນຜົນເຮັດໃຫ້ພຶດຕິກຳຂອງຜູ້ບໍລິໂພກປ່ຽນໄປ ແລະ ກ້າວໄປສູ້ການນຳໃຊ້ການບໍລິການແບບດີຈີຕອລ ແລະ ການບໍລິການຄືດັ່ງກ່າວຈະບໍ່ເປັນການບໍລິການແບບຊົ່ວຄາວ ແຕ່ຈະເປັນການບໍລິການປົກກະຕິແບບໃໝ່ (new normal). ສະນັ້ນ, ສກຈ/ສສງ ຈະຕ້ອງໄດ້ກະກຽມຕົນເອງ ເພື່ອຮັບເອົາການປ່ຽນແປງຄືດັ່ງກ່າວ ແລະ ລູກຄ້າຂອງ ສກຈ/ສສງ ກໍ່ເຊັ່ນດຽວກັນ. ຄຳຖາມຄົ້ນຄ້ວາໃນວາລະນີ້ແມ່ນມີດັ່ງລຸ່ມນີ້:
– ການແຜ່ລະບາດຂອງພະຍາດໄດ້ເຮັດໃຫ້ພຶດຕິກຳຂອງຜູ້ບໍລິໂພກປ່ຽນແປງໄປສູ່ການນຳໃຊ້ການບໍລິການແບບເຕັກໂນໂລຊີ ຄືແນວໃດ?
– ທ່າອ່ຽງໃນອະນາຄົດຈະເປັນຄືແນວໃດ?
– ສກຈ/ສສງ ຈະສາມາດນຳໃຊ້ຜົນປະໂຫຍດ ຈາກການປ່ຽນແປງພຶດຕິກຳນີ້ຄືແນວໃດ?
– ສກຈ/ສສງ ຈະສາມາດເຮັດຫຍັງໄດ້ແດ່ ທີ່ກ່ຽວຂ້ອງກັບການຫັນປ່ຽນໄປສູ່ການນຳໃຊ້ການບໍລິການແບບດີຈີຕອລ ເພື່ອປັບປຸງການສະໜອງການບໍລິການດ້ານການເງິນ ເພື່ອຊ່ວຍເຫຼືອລູກຄ້າຂອງຕົນ ໂດຍສະເພາະແມ່ນລູກຄ້າທີ່ເປັນຫົວໜ່ວຍຈຸລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ.

ເວທີສົນທະນາ 4: ຮັບປະກັນການປົກປ້ອງລູກຄ້າ, ການຊ່ວຍເຫຼືອລູກຄ້າ ເພື່ອຫຼີກລ້ຽງການກາຍເປັນໜີ້ສິນລົ້ນຕົວ
ໃນວາລະນີ້ແມ່ນຈະໄດ້ມີການນຳສະເໜີຜົນຂອງການສຳຫຼວດກ່ຽວກັບ ຜົນການສຶກສາຫົວຂໍໍ້: ຄວາມເປັນໄປໄດ້ທີີ່ຈະເກີດເປັນໜີ້ສິນລົ້ນຕົວຂອງລູກຄ້າໃນ ຂະແໜງການເງິນຈຸລະພາກ ໃນ ສປປ ລາວ ຈັດຕັ້ງປະຕິບັດໂດຍ ສະມາຄົມການເງິນຈຸລະພາກ (ສມກຈ) ພາຍໃຕ້ການຊີ້ນໍາຂອງ ກົມຄຸ້ມຄອງສະຖາບັນການເງິນ ແລະ ກົມພັດທະນາຊົນນະບົດ ແລະ ສະຫະກອນສະໜັບສະໜູນໂດຍ ອົງການສະໜັບສະໜຸນການພັດທະນາແບບເອກະລາດ (ADA) ແລະ ຈາກອົງການຮ່ວມມືພັດທະນາແຫ່ງລຸກຊໍາບວກ (LuxDev).
– ຜົນການສຶກສາຫົວຂໍໍ້: ຄວາມເປັນໄປໄດ້ທີີ່ຈະເກີດເປັນໜີ້ສິນລົ້ນຕົວຂອງລູກຄ້າໃນ ຂະແໜງການເງິນຈຸລະພາກ ໃນ ສປປ ລາວ ມີຫຍັງແດ່?
– ຂະແໜງການເງິນຈຸລະພາກຄວນມີມາດຕະການແນວໃດ?
– ມີບົດຮຽນໃດແນ່ທີ່ສາມາດຖອດຖອນໄດ້ ສຳລັບຂະແໜງການເງິນຈຸລະພາກ ເພື່ອກຽມພ້ອມໃນການຟື້ນຟູຂະແໜງການ ພາຍຫຼັງທີ່ໄດ້ກ້າວເຂົ້າສູ່ສະພາບການຫຼັງການແຜ່ລະບາດຂອງພະຍາດໂຄວິດ-19?