ການເຮັດວຽກຂອງແຕ່ລະຄົນ ຍ່ອມມີຜົນຕອບແທນແຕກຕ່າງກັນ ເຊິ່ງເງິນເດືອນ ແລະ ສະຫວັດດີການຕ່າງໆແມ່ນປັດໃຈພື້ນຖານທີ່ຄ້າຍຄືກັນ. ສະນັ້ນ, ບໍ່ວ່າທ່ານຈະໄດ້ເງິນເດືອນຫຼາຍ ຫຼື ໜ້ອຍ ທ່ານກໍ່ຄວນມີຂອບເຂດການບໍລິຫານເງິນສ່ວນຕົວດ້ວຍຕົນເອງ ເຊິ່ງຂອບເຂດການບໍລິຫານການເງິນສ່ວນຕົວຄວນມີ 8 ລັກສະນະລຸ່ມນີ້:
- ເຊັກສຸຂະພາບການເງິນດ້ວຍຕົນເອງ: ໄດ້ແກ່ການມີວຽກເຮັດທີ່ເໝາະສົມ ທີ່ກໍ່ໃຫ້ເກີດລາຍຮັບໝັ້ນຄົງ, ຕ້ອງຮູ້ຈັກວາງແຜນການໃຊ້ຈ່າຍ, ຕ້ອງມີວິໃນທາງດ້ານການເງິນ ເພື່ອຍົກລະດັບຊີວິດການເປັນຢູ່ຂອງຕົນໃຫ້ມີຄວາມສົມບູນຍິ່ງຂຶ້ນ.
- ຮູ້ຈັກການໃຊ້ເງິນຢ່າງສະຫຼາດ: ໂດຍໃຊ້ເງິນເປັນໃນທຸກດ້ານ ບໍ່ວ່າຈະເປັນເລື່ອງອາຫານ, ສຸຂະພາບ, ເຄື່ອງນຸ່ງຫົ່ມ, ການປິ່ນປົວ ແລະ ການເດີນທາງໄປ-ມາ ເຫຼົ່ານີ້ເປັນຕົ້ນ.
- ໃຊ້ເງິນເພື່ອທີ່ຢູ່ອາໄສ: ເພື່ອໃຫ້ມີທີ່ພັກຜ່ອນຢ່າງສະບາຍ ແລະ ປອດໄພ, ທັງເປັນການລົງທຶນທີ່ຍືນຍົງສໍາລັບລູກຫຼານໃນອະນາຄົດ.
- ສ້າງຄວາມໝັ້ນຄົງໃຫ້ແກ່ຊີວິດ: ການຊື້ຊັບສິນ, ການເຮັດປະກັນໄພ, ການລົງທຶນປະເພດຕ່າງໆ ໂດຍເລືອກຫຼັກຊັບລົງທຶນ ແລະ ສະຖານທີ່ຈະລົງທຶນໃຫ້ເໝາະສົມ ເມື່ອຮອດອາຍຸກະສຽນ ໃນບັ້ນທ້າຍ ຈຶ່ງຈະສະບາຍໃນຕອນເຖົ້າ.
- ບໍລິຫານຈັດການເວລາ: ເວລາເປັນຂອງມີຄ່າສຳລັບການບໍລິຫານການເງິນສ່ວນຕົວ. ສະນັ້ນ, ຄົນຄວນຈະໃຊ້ເວລາໃຫ້ໜ້ອຍທີ່ສຸດ, ແຕ່ສາມາດຫາເງິນໄດ້ຫຼາຍທີ່ສຸດ ເພາະການຈັດການກ່ຽວກັບເງິນ ເຮົາເອງສາມາດຜ່ອນຜັນໄດ້.
- ປັບປຸງແຜນໄລຍະຍາວ: ໃນຂອບເຂດການເງິນ ແມ່ນຈໍາເປັນຕ້ອງມີການກວດສອບຢູ່ສະເໝີເພື່ອໃຫ້ບັນລຸຜົນສຳເລັດ ຍົກຕົວຢ່າງ: ການຊື້ເຄື່ອງລາຄາແພງ, ແຕ່ບໍ່ໄດ້ຄຸນນະພາບກໍ່ຈະເຮັດໃຫ້ທ່ານເສຍຄ່າໃຊ້ຈ່າຍໄລຍະຍາວ ຫຼາຍກວ່າຊື້ສິນຄ້າລາຄາຖຶກ, ແຕ່ມີອາຍຸກໃຊ້ງານດົນກວ່າ.
- ຫຼີກລຽງການເປັນໜີ້ໂດຍບໍ່ຈຳເປັນ: ເພາະການເປັນໜີ້ຈະເຮັດໃຫ້ເສຍຄ່າໃຊ້ຈ່າຍ ແລະ ຈ່າຍອັດຕາດອກເບ້ຍຂ້ອນຂ້າງສູງ. ດັ່ງນັ້ນ, ຕ້ອງພະຍາຍາມເສຍຄ່າໃຊ້ຈ່າຍໜ້ອຍທີ່ສຸດ, ແຕ່ໃຫ້ປະໂຫຍດຫຼາຍທີ່ສຸດ ໂດຍຫຼີກລຽງການໃຊ້ນາຍໜ້າ ຫຼື ຄົນກາງທີ່ບໍ່ຈຳເປັນ.
- ບໍລິຫານເງິນທີ່ມີຢູ່ໃຫ້ເກີດປະໂຫຍດ: ຄວນໃຊ້ເງິນທີ່ມີຢູ່ແລ້ວໃຫ້ມີຜົນປະສິດທິພາບຫຼາຍຂຶ້ນກວ່າເກົ່າ ໂດຍໃຊ້ປະສົບການທີ່ມີຢູ່ໃຫ້ເປັນໂອກາດ ທີ່ສາມາດສ້າງເມັດເງິນໃຫ້ງອກເງີຍເພີ່ມຂຶ້ນເທົ່າທີ່ຈະເຮັດໄດ້. ຖ້າຫາກຈະໃຊ້ເງິນເພື່ອຫຍັງ ກໍ່ຄວນວາງແຜນກ່ອນຈະເປັນການດີທີ່ສຸດ.
(ຂອບໃຈຂໍ້ມູນດີໆ ຈາກ: ອອມມັນນີ ດ໋ອດຄອມ)