ຊີວິດຂອງການເຮັດວຽກໃຜໆກໍ່ຢາກມີເງິນເດືອນສູງໆ ໄດ້ຮັບການຍອມຮັບຈາກຄະນະ, ຫົວໜ້າທຸກຂັ້ນ, ແຕ່ທ່ານເຄີຍສັງເກດບໍວ່າ? ບາງຄົນເຮັດວຽກຕັ້ງເລີມເປີດບໍລິສັດ ແຕ່ກໍ່ຍັງບໍ່ໄດ້ຮັບການຍອມ ຮັບຈາກເພື່ອນຮ່ວມງານ; ກົງກັນຂ້າມກັບບາງຄົນທີ່ເປັນນ້ອງໃໝ່ທີ່ຫາກໍ່ເຂົ້າມາເຮັດວຽກບໍ່ພໍເທົ່າໃດປີກໍ່ສ້າງຜົນງານແຊງໜ້າລຸ້ນອ້າຍໄປຫຼາຍເຕີບ ຈົນໄດ້ເລື່ອນຕຳແໜ່ງທຸກປີ. ຫາກໃຜທີ່ເຮັດວຽກມາຫຼາຍປີກໍ່ຍັງບໍ່ໄດ້ເລື່ອນຕຳແໜ່ງຈັກເທື່ອ?. ລອງເອົາໄປພິຈາລະນາ ແລະ ປະຕິບັດເບິ່ງເພື່ອຈະເກີດປະໂຫຍດເພື່ອອາດຈະປ່ຽນຊີວິດຂອງທ່ານໄດ້.




+ ຄວາມຊືີ່ສັດ ແລະ ເຮັດວຽກກົງຕໍ່ເວລາ:
ເມື່ອໄດ້ຮັບການມອບໝາຍຈາກຫົວໜ້າ ບໍ່ວ່າວຽກໃດກໍ່ແລ້ວແຕ່ ຈົ່ງພະຍາຍາມເຮັດຢ່າງເຕັມໜ້າທີ່ຈົນສຸດຄວາມສາມາດ ແລະ ໃຫ້ກົງກັບເວລາທີ່ກຳນົດ ເພາະຍຸກນີ້ແມ່ນຍຸກນີ້ ຫາກໃຜບໍ່ເລັ່ງມືແຂ່ງຂັນແຕ່ຫົວທີ ອາດຈະເສຍປຽບ, ເສຍເວລາ ແລະ ແຂ່ງຄົນອື່ນບໍ່ໄດ້. ທັງນັ້ນທັງນີ້ ກໍ່ຕ້ອງໄດ້ຊັ່ງຊາເບິ່ງວ່າ: ຄວາມສາມາດຂອງຕົນສາມາດເຮັດໄດ້ສໍ່າໃດ ເພາະຫາກເຮັດຫຼາຍໜ້າທີ່ເກີນໄປ ຈະເຮັດໃຫ້ເຮົາເຮັດວຽກໄດ້ບໍ່ຫຼ້ອນໜ້າທີ່ ໃນທີ່ສຸດແທນທີ່ໄດ້ຮັບໂອກາດຕໍ່ໄປ ພັດເສຍຄວາມໜ້າເຊື່ອຖືກໍ່ເປັນໄດ້.

+ ທັດສະນະສ່ວນຕົວ:
ຄວາມສາມັກຄີກັບເພື່ອນຮ່ວມງານດຽວກັນຖືເປັນເລື່ອງທີ່ສຳຄັນ ເໝືອນກັບການເຮັດວຽກເປັນກຸ່ມເພື່ອຂັບເຄື່ອນອົງກອນທີ່ມີຫົວໜ້າໜ່ວຍງານເປັນຫົວແຖວ ເຊິ່ງປຽບເໝືອນໄຟທີ່ມີຫົວລົດໄຟເປັນຕົວຂັບເຄື່ອນລາງລົດໄຟທີ່ນຳພາໄປເຖິງຍັງຈຸດໝາຍປາຍທາງທີ່ຕ້ອງການ. ສະນັ້ນ, ຄວາມສາມັກຄີຊ່ວຍເຫຼືອ ເພື່ອນຮ່ວມງານໃນຍາມຂັດສົນນັ້ນ ຈຶ່ງເປັນເລື່ອງຈໍາເປັນທີ່ສຸດ ເພາະສາມາດແກ້ໄຂວຽກສະເພາະໜ້າໄດ້ເປັນຢ່າງດີ ເມື່ອບາດຕອນຮອດຍາມເຮົາຂັດສົນ ກໍ່ຈະໄດ້ຮັບການເບິ່ງແຍງຈາກເພື່ອນຮ່ວມງານດ້ວຍກັນ ດັ່ງຄຳສຸພາກສິດເພິ່ນເວົ້າວ່າ: “ນໍ້າເພີ່ງປາ ແລະ ເສືອເພິ່ງປ່າ”.

+ ໄອເດຍຂອງການພັດທະນາອົງກອນ:
ບຸກຄົນທີ່ປະສົບຄວາມສຳເລັດຈະໃຫ້ຄວາມສຳຄັນເລື່ອງຂອງການພັດທະນາເປັນຢ່າງຍີ່ງ ເພາະທຸກວຽກງານກໍ່ຕ້ອງໄດ້ອາໃສຄົນທີ່ມີຄວາມກ້າວໜ້າໃນການເຮັດວຽກ ໝາຍຄວາມວ່າການເຮັດວຽກຕ້ອງມີໄອເດຍ ຍົກຕົວຢ່າງ: ຫາກທ່ານເຮັດວຽກຢູ່ກັບບໍລິສັດມາດົນກໍ່ຕາມ, ແຕ່ທ່ານບໍ່ມີການພັດທະນາທາງດ້ານຄວາມຮູ້-ຄວາມສາມາດ ບາດເມື່ອເຖິງເວລາທີ່ບໍລິສັດຕ້ອງປະຢັດງົບປະມານ ໂດຍສະເພາະແມ່ນການລະບາດຂອງພະຍາດໂຄວິດ-19 ມາເຖິງ; ເຈົ້າຂອງທຸລະກິດກໍ່ຕ້ອງຄັດເລືອກເອົາພະນັກງານອອກ. ສະນັ້ນ, ຢ່າຢຸດທີ່ຈະເພີ່ມທັກສະໃຫ້ຈົນກາຍເປັນຊ່ຽວຊານ ເພາະວ່າການແຂ່ງຂັນໃນຍຸກ 4.0 ຄືການຮູ້ທັນ ຫຼື ຮູ້ນໍາໃຊ້ລະບົບເທັກໂນໂລຢີ ແລະ ອື່ນໆ.

Cr: ອອມມັນນີ ດ໋ອດຄອມ