ໃນວັນທີ 9 ທັນວາ 2021 ຜ່ານມາ, ຄະນະຜູ້ບໍລິຫານຂອງສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ (ສກຈຮ ເອກພັດທະນາ); ນຳພາໂດຍ ທ່ານ ນາງ ບຸນຕາ ບູລົມ, ຮອງອຳນວຍການ ພ້ອມດ້ວຍຄະນະ, ໄດ້ເຂົ້າພົບ ທ່ານ ວິຊະນຸກອນ ພີມມະວົງ, ຮອງຫົວຫນ້າທະນາຄານ ແຫ່ງ ສປປ ລາວ ສາຂາແຂວງຫລວງພະບາງ.


ຈຸດປະສົງ ກໍ່ເພື່ອປຶກສາຫາລື ແລະ ສຶກສາຄວາມເປັນໄປໄດ້ໃນການຂະຫຍາຍການບໍລິການຂອງ ສກຈຮ ເອກພັດທະນາ ມາຍັງແຂວງ ຫຼວງພະບາງ. ເນື່ອງຈາກແຂວງດັ່ງກ່າວ, ເປັນແຂວງເສດຖະກິດໃຈກາງຂອງບັນດາແຂວງພາກເໜືອ ທີ່ສາມາດເຊື່ອມໂຍງທາງດ້ານຄົມມະນາຄົມ-ຂົນສົ່ງ ແລະ ມີອັດຕາການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ຢ່າງຕໍ່ເນື່ອງ.

