ໃນວັນທີ 8 ທັນວາ 2021 ຜ່ານມາ, ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ (ສກຈຮ ເອກພັດທະນາ) ໄດ້ປະຊຸມອອນລາຍຮ່ວມກັບ MMI ແລະ ທີມນັກສຶກສາຂອງມະຫາວິທະຍາໄລ ເມວເບີນ ປະເທດອົດສະຕຣາລີ. ໂດຍໃຫ້ກຽດເຂົ້າຮ່ວມຂອງ ອາຈານ ສົມພອນ ສີແສງລັດ, ຜູ້ອໍານວຍການໃຫຍ່ ສກຈຮ ເອກພັດທະນາ, ມີບັນດາຜູ້ບໍລິຫານ ແລະ ຄະນະນັກສຶກສາເຂົ້າຮ່ວມ.
ຈຸດປະສົງກໍ່ເພື່ອ, ສະຫຼຸບຜົນການສຳຫຼວດ ການສ້າງລະບົບຕົວແທນ ໃນການໃຫ້ບໍລິການດ້ານການເງິນໃນຊຸມຊົນ ເພື່ອສ້າງຄວາມສະດວກໃຫ້ກັບລູກຄ້າ ໄດ້ເຂົ້າເຖິງແຫຼ່ງເງິນທຶນໄດ້ງ່າຍຂຶ້ນ ແລະ ຍັງເປັນການສ້າງວຽກເຮັດງານທຳໃຫ້ກັບຊຸມຊົນອີກດ້ວຍ.