1. ສອນລູກໃຫ້ຕັ້ງໃຈຮຽນ:
ພໍ່ແມ່ຜູ້ປົກຄອງມັກຈະສອນລູກໃຫ້ຮູ້ວ່າ: ໃນອະນາຄົດເມື່ອລູກໃຫຍ່ຂຶ້ນມາກໍ່ຢາກມີເງິນໃຊ້-ຈ່າຍ ຄືກັບຄົນອື່ນ, ແຕ່ທໍາອິດລູກຕ້ອງຕັ້ງໃຈຮຽນໃຫ້ເກັ່ງ ເພື່ອເປັນພື້ນຖານໃນການເຮັດວຽກ ເພາະຫາກເຮົາຮຽນເກັ່ງແລ້ວ ກໍ່ສາມາດເສັງເຂົ້າເຮັດວຽກຢູ່ໃສກະໄດ້. ຂະນະດຽວກັນ, ການຮຽນເກັ່ງກໍ່ຈະຊ່ວຍໃຫ້ເຮົາມີໂອກາດໄດ້ເງິນເດືອນຫຼາຍກວ່າຄົນທົ່ວໄປ ຫຼື ຈະເຮັດທຸລະກິດຕົນເອງ ກໍ່ຍ່ອມມີໄຫວພິບໃນການບໍລິຫານຈັດການ ເພາະຄວາມເກັ່ງຈະຊ່ວຍໃຫ້ເຮົາຮຽນຮູ້ໄດ້ຫຼາຍຢ່າງໃນເວລາປະຕິບັດຕົວຈິງ.
2. ສອນລູກໃຫ້ຮູ້ຈັກຄິດ:
ການຄໍານຶງກ່ອນຈະຕັດສິນໃຈເຮັດສິ່ງໃດໜຶ່ງ ຫາກເຮົາມີການຄິດຖີ່ຖ້ວນຮອບຄອບແລ້ວ ກໍ່ຈະເປັນການປ້ອງກັນຄວາມສ່ຽງ ຫຼື ຄວາມເສຍຫາຍທີ່ອາດຈະເກີດຂຶ້ນຕາມຫຼັງ ເປັນຕົ້ນແມ່ນ: ການຄິດໄລ່ລາຍໄດ້ທັງໝົດໃສ່ກັບໜີ້ສິນທີ່ກໍາລັງຈະເກີດຂຶ້ນ ຫາກມັນກຸ້ມຄ່າກໍ່ສາ ມາດເປັນໜີ້ໄດ້, ແຕ່ຖ້າຫາກບໍ່ສາມາດຈ່າຍຜ່ອນໄດ້ຕາມກໍານົດເວລາ ກໍ່ຈະເຮັດໃຫ້ມີບັນຫາເລື່ອງເງິນຕາມມາ ແລະ ເສຍຊັບສິນທີ່ມີຢູ່ນໍາອີກ. ສະນັ້ນ, ການຄິດໃຫ້ເລິກເຊິ່ງກ່ອນຈະເຮັດສິ່ງໃດໜຶ່ງຖືເປັນບັນຫາສໍາຄັນທີ່ສຸດ.
3. ສອນອອມເງິນໃຫ້ເປັນ:
ເນື່ອງຈາກເດັກນ້ອຍ ຍັງບໍ່ທັນຮູ້ເລື່ອເງິນຫຼາຍປານໃດ?. ສະນັ້ນ, ສິ່ງທີ່ພໍ່ແມ່ຜູ້ປົກຄອງເຮັດໄດ້ ແມ່ນສອນໃຫ້ເຂົາຮູ້ຈັກຄຸນຄ່າຂອງເງິນ ແລະ ຮູ້ຈັກປະຫຍັດອົດອອມ; ຫາກລູກເລີ່ມມີຄວາມເຂົ້າໃຈແນ່ແລ້ວ ເຂົາເຈົ້າກໍ່ຈະຮູ້ຈັກອອມເງິນດ້ວຍຕົນເອງຢ່າງສະໝໍ່າສະເໝີ ບາດໃຫຍ່ຂຶ້ນມາເຂົາກໍ່ຈະມີເງິນອອມເປັນຂອງຕົນເອງ ຫຼື ບາງຄັ້ງເຂົາອາດຈະບໍ່ໄດ້ຂໍເງິນນໍາພໍ່ແມ່ ກໍ່ເປັນໄດ້.
4. ສອນໃຫ້ຈ່າຍດ້ວຍເງິນສົດ:
ຈຸດດີຂອງການຈ່າຍເງິນສົດ ຈະເຮັດໃຫ້ເຮົາຮູ້ຄຸນຄ່າຂອງເງິນ ແລະ ໄດ້ສໍາຜັດກັບໃບເງິນດ້ວຍຕົນເອງ, ຫາກຈ່າຍຫຼາຍກໍ່ຮູ້ສຶກເສຍດາຍ ແຕ່ຖ້າຈ່າຍໜ້ອຍກະຍັງໄດ້ປະໂຫຍດແບ່ງໄວ້ອອມ. ສໍາລັບການຈ່າຍເງິນແບບອອນລາຍ ເຖິງວ່າມັນຈະສະດວກກໍ່ຕາມ, ແຕ່ມັນຈະເຮັດໃຫ້ເຮົາບໍ່ໄດ້ຮູ້ສຶກຫຍັງ ເພາະເງິນພຽງຕົວເລກໃນບັນຊີ ຢາກຊື້ຫຍັງຕອນໃດກໍ່ຈ່າຍສະດວກພຽງແຕ່ປາຍນິ້ວ; ເຊິ່ງຜູ້ຊ່ຽວຊານດ້ານການເງິນ ບໍ່ຄ່ອຍແນະນຳໃຫ້ໃຊ້ເດັກນ້ອຍໃຊ້, ຖ້າຫາກໃຊ້ກໍ່ຕ້ອງມີວິໃນ ຫຼື ເຖິງອາຍຸກະສຽນທີ່ເໝາະສົມ.
5. ສອນໃຫ້ຮູ້ຄຸນຄ່າສິ່ງຂອງທີ່ຊື້:
ການຊື້ສິ່ງຂອງທຸກຄັ້ງຈະເນັ້ນໄປທີ່ຄວາມຈໍາເປັນ ແລະ ມີຄຸນປະໂຫຍດແກ່ຕົນເອງ ເພາະຖ້າໃຊ້ຈ່າຍຟຸມເຟືອຍ ນອກຈາກຈະໄດ້ເຄື່ອງທີ່ບໍ່ຈໍາເປັນແລ້ວ ແຖມຍັງເສຍເງິນໄປຊື່ໆ, ທາງທີ່ດີຄວນເອົາເງິນດັ່ງກ່າວມາອອມໄວ້ ເພື່ອໃຊ້ຈ່າຍໃນອະນາຄົດ.
6. ສອນໃຫ້ຮູ້ເລື່ອງເງິນແຕ່ຍັງນ້ອຍ:
ພໍ່ແມ່ຜູ້ປົກຄອງ ຄວນສອນລູກໃຫ້ຮູ້ເລື່ອງເງິນຕັ້ງແຕ່ຍັງນ້ອຍ ເພາະເຂົາຈະໄດ້ຮຽນຮູ້ແຕ່ເນີ້ນໆ ແລ້ວຮູ້ຈັກວາງແຜນການໃຊ້ເງິນ ເຊັ່ນ: ການຢອດກະປຸກອອມສິນ, ຝາກເງິນຢູ່ກອງທຶນໂຮງຮຽນ, ຝາກບັນຊີນຳສະຖານບັນການເງິນໃກ້ບ້ານ ແລະ ອື່ນໆ ເພາະມັນເປັນການສອນໂດຍທາງອ້ອມ ແລະ ຈະເຮັດໃຫ້ເຂົາເຈົ້າຈື່ຈໍາໄດ້ດີ.
Cr: ອອມມັນນີ ດ໋ອດຄອມ.