ສະມາຄົມການເງິນຈຸລະພາກ (ສມກຈຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ດໍາເນີນການສໍາມະນາທາງໄກຜ່ານ Zoom ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມພອນ ສີແສງລັດ ປະທານສະພາບໍລິຫານ ສມກຈ, ທ່ານ ນາງ ປະມວນ ເພັດທານີ ຜູ້ອໍານວຍການ ສກມຈ ແລະມີທ່ານ ນາງ Anjali Patel ອົານແຮງງານສາກົນ (ILO) ຊຶ່ງດໍາເນີນໃນວັນທີ 9 ທັນວາ 2021 ໂດຍມີຜູ້ຕາງໜ້າຈາກກົມຄຸ້ມຄອງສະຖາບັນການເງິນທະນາຄານແຫ່ ສປປ ລາວ ແລະບັນດາຜູ້ປະກອບການຈຸລະວິສາຫະກິດວິສາຫະກິດຂະໜາດນອ້ຍ ແລະກາງ (MSMEs) ໃນທົ່ວປະເທດເຂົ້າຮ່ວມ 131 ຄົນ.

  

ທ່ານຜູ້ອໍານວຍການ ສກມຈ ໄດ້ນໍາສະເໜີຈຸດປະສົງພາບລວມຜະລິດຕະພັນຂອງສະມາຊິກ ສມກຈປະຫວັດຄວາມເປັນມາພາລະບົດບາດໜ້າທີ່ຂອງ ສມກຈ ໂດຍມີວິໄສທັດເພື່ອໃຫ້ປະຊາຊົນລາວ ສ່ວນໃຫຍ່ໄດ້ເຂົ້າເຖິງ ແລະຊົມໃຊ້ຢ່າງຍຸຕິທໍາໃນການບໍລິການດ້ານການເງິນທີ່ມີປະສິດທິພາບມີຄຸນນະພາບສູງ ແລະມີຄວາມຍືນຍົງແທດເໝາະກັບຄວາມຕ້ອງການຂອງເຂົາເຈົ້າໂດຍນໍາຜົນປະໂຫຍດໃຫ້ແກ່ທຸກຄົນປະກອບສ່ວນເຂົ້າໃນການຫຼຸດຜ່ອນຄວາມທຸກຍາກ.

ພ້ອມນີ້ຍັງມີເປົ້າໃນການສະ ໜອງການບໍລິການໂດຍກົງແກ່ຜູ້ຈັດຕັ້ງປະຕິບັດວຽກງານການເງິນຈຸລະພາກ ແລະບັນດາລູກຄ້າຂອງພວກເຂົາເຈົ້າເປັນຜູ້ປະສານງານກັບຄູ່ຮ່ວມງານຕ່າງໆ ແລະເຜີຍແຜ່ຂໍ້ມູນຂ່າວສານຜົນການ ຄົ້ນຄວ້າສົ່ງເສີມໃຫ້ມີສະພາບແວດລ້ອມທີ່ເອື້ອອໍານວຍ,ຂະຫຍາຍການບໍລິການໄປຫາພາກສ່ວນທີ່ໃຫ້ບໍລິການໆເງິນຈຸລະພາກເຊັ່ນທະນາຄານບ້ານ/ກອງທຶນບ້ານ;  ມີການປະສານງານກັບພາກລັດອົງການມະຫາຊົນຂະແໜງກ່ຽວຂ້ອງຢູ່ສູນກາງ ແລະທ້ອງຖິ່ນ.

ການສໍາມະນາຄັ້ງນີ້ຍັງໄດ້ປຶກສາຫາລື ແລະແລກປ່ຽນການຂະຫຍາຍ ແລະການສົ່ງເສີມຕະຫຼາດຂອງສະມາຊິກເພື່ອໃຫ້  MSMEs ເຂົ້າເຖິງບໍລິການຫຼາຍຂຶ້ນນໍາສະເໜີວິທີການໃນການປຶກສາຫາລືຈາກນັ້ນ,ກໍ່ໄດ້ນໍາສະເໜີການເຂົ້າເຖິງແຫຼ່ງທຶນຂອງ ສກຈຮ ເອກພັດທະນາສກຈຮ ເພື່ອການພັດທະນາແມ່ຍິງ ແລະຄອບຄົວສກຈຮ ຈໍາປາສັກ ຈໍາກັດສສງ ເຊໂນ ແລະ ສສງ ມິດຕະພາບ ແລະ ໂອກາດດັງກ່າວຍັງມີຂໍ້ສົນໃຈ ແລະ ຕອບຄໍາຊັກຖາມຈາກຜູ້ເຂົ້າຮ່ວມທັງນີ້ກໍ່ເພື່ອເຮັດໃຫ້ຜູ້ປະກອບການ ຫຼື ຜູ້ຕ້ອງການແຫຼ່ງທຶນສາມາດເຂົ້າເຖິງແຫຼ່ງທຶນສະດວກ ແລະ ງ່າຍດາຍ.

ຊຶ່ງປະຈຸບັນບັນຫາແຫຼ່ງທຶນພວມເປັນທີ່ສົນໃຈຂອງສັງຄົມໂດຍສະເພາະໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ປະຊາຊົນກໍ່ຄືບັນດາຜູ້ປະກອບການໃນພາກບໍລິການ MSMEs, ການຜະລິດກະສິກໍາມີຄວາມຕ້ອງການຫຼາຍສະນັ້ນ,ລັດຖະບານກໍ່ຄືທະນາຄານແຫ່ງ ສປປ ລາວ,ກອງທຶນສົ່ງເສີມວິສາຫະກິດ SME ແລະພາກສ່ວນກ່ຽວຂ້ອງຈຶ່ງໄດ້ມີຄວາມພະຍາຍາມເພື່ອໃຫ້ສັງຄົມໄດ້ເຂົ້າເຖິງແຫຼ່ງທຶນດອກເບ້ຍຕໍ່າໄລຍະຍາວດ້ວຍຫຼາຍຮູບການໂດຍສະເພາະໃນໂຄງການສົ່ງເສີມສິນເຊື່ອແກ້ໄຂຜົນກະທົບພະຍາດດັ່ງກ່າວ ແລະສະຖາບັນການການເງິນ ແຫ່ງໃນທົ່ວປະເທດກໍ່ໄດ້ໃຫ້ການບໍລິການລູກຄ້າດ້ວຍດີຕະຫຼອດມາ.