ໃນວັນທີ 23 ຕຸລາ 2021 ຜ່ານມາ, ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ (ສກຈຮ ເອກພັດທະນາ) ປ່ອງບໍລິການເມືອງເຟືອງ, ແຂວງວຽງຈັນ ໄດ້ມອບສິນໄໝທົດແທນໃຫ້ກັບຄອບຄົວຜູ້ທີ່ໄດ້ຮັບການຄຸ້ມຄອງຈາກປະກັນຊີວິດເງິນກູ້ (ນາງ ບົວວັນ ຄຸດສະຫວັນ) ຈຳນວນ 9,904,000 ກີບ; ເຊິ່ງເປັນລູກຄ້າເງິນກູ້ທີ່ອາໃສຢູ່ບ້ານໂພນສະຫວາດ, ເມືອງເຟືອງ, ແຂວງວຽງຈັນ.