ໃນຫຼາຍປີຜ່ານມາ, ຖືວ່າເສດຖະກິດບ້ານເຮົາຂ້ອນຂ້າງດີສົມຄວນ ເຮັດໃຫ້ການໃຊ້ຈ່າຍ ຫຼື ການຫາເງິນແນວໃດກະພໍໄດ້, ແຕ່ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ນັບແຕ່ຕົ້ນປີ 2020 ເປັນຕົ້ນມາ ເສດຖະກິດຍັງຖົດຖອຍຢູ່, ອັນເຮັດໃຫ້ຫຼາຍທ່ານຕ້ອງໄດ້ຄໍານຶງເຖິງລາຍຮັບ ແລະ ລະມັດລະວັງໃນການໃຊ້ຈ່າຍເປັນພິເສດ.

ຮອດເວລານີ້, ກໍ່ໃກ້ຈະຮອດປີໃໝ່ສາກົນກັນແລ້ວ ຄິດວ່າຫຼາຍຄົນຄົງຈະວາງແຜນການອອມເງິນຢ່າງຈິງຈັງ ເພື່ອຈະບໍ່ໄດ້ລໍາບາກໃນຍາມຂັດສົນ. ສະນັ້ນ, ພວກເຮົາມີເທັກນິກເຄັດລັບດີໆ 07 ຂໍ້ ມາຝາກບັນດາທ່ານ ເພື່ອຈະໄດ້ຝຶກວິທີການສ້າງວິໃນ ແລະ ນິໃສການອອມເງິນ ຈັ່ງຊິບໍ່ລໍາບາກໃນອະນາຄົດ.

  1. ຄວນສະໝັກເປັນສະມາຊິກຮ້ານຄ້າ-ຮ້ານຂາຍເຄື່ອງ

ໃນໄລຍະທ້າຍປີຈັ່ງຊີ້ ບັນດາບໍລິສັດຫ້າງຮ້ານຕ່າງໆໄດ້ຈັດໂປຣໂມຊັນສໍາລັບປີໃໝ່ສາກົນ, ຫາກເຮົາເຄີຍຊື້ສິນຄ້າ ແລ້ວໄດ້ສະໝັກເປັນສະມາຊິກຮ້ານນັ້ນໆ. ມາຮອດຕອນນີ້, ເຮົາມີໂອກາດຈະໄດ້ຊື້ເຄື່ອງຂອງໃນລາຄາສ່ວນຫຼຸດ ຫຼື ມີຂອງແຖມ ເພາະໄລຍະທ້າຍປີ ຫຼາຍບ່ອນກໍ່ມີການຫຼຸດແລກແຈກແຖມໃຫ້ກັບລູກຄ້າຂອງຕົນ, ຖືວ່າຈະເປັນຜົນດີກັບເຮົາເອງ ແຕ່ກໍ່ຕ້ອງໄດ້ເບິ່ງຄືນເຖິງຄວາມພໍດີ ວ່າອັນໃດບໍ່ຄວນຊື້ ແລະ ອັນໃດຈໍາເປັນແທ້ໆ.

  1. ປ່ຽນພຶດຕິກໍາ ການກິນແບບໃໝ່

ໃນໄລຍະທີ່ເສດຖະກິດບໍ່ຄ່ອຍດີ ເຮົາກໍ່ຕ້ອງໄດ້ປັບຕົວໄປຕາມຍຸກສະໄໝ ນັບທັງອາຫານການກິນກໍ່ຕ້ອງໄດ້ປັບປ່ຽນ; ຈາກທີ່ເຄີຍມີເງິນກິນເຂົ້າຢູ່ນອກບ້ານເລື້ອຍໆ ບາດນີ້ ກໍ່ຕ້ອງໄດ້ຫັນມາເອົາໃຈ ໃສ່ໃນການປູກ – ການລ້ຽງຫຼາຍຂຶ້ນ. ຈາກນັ້ນ, ກໍ່ຕ້ອງເອົາໃຈໃສ່ໃນການແຕ່ງຢູ່ຄົວກິນພາຍໃນເຮືອນ ນອກຈາກຈະຊ່ວຍປະຫຍັດເງິນແລ້ວ ຍັງໄດ້ອາຫານທີ່ດີມີປະໂຫຍດຕໍ່ສຸຂະພາບນຳອີກ.

  1. ອອມເງິນກັບສະຖາບັນການເງິນ

ບໍ່ວ່າທ່ານຈະຝາກເງິນແບບທຳມະດາ ຫຼື ຝາກມີກໍານົດ ກໍ່ຍ່ອມໄດ້ດອກເບ້ຍໃນອັດຕາທີ່ສົມເຫດສົມຜົນ ເພາະອັດຕາດອກເບ້ຍເງິນຝາກຈະຊ່ວຍໃຫ້ເຮົາມີເງິນອອມເພີ່ມຂຶ້ນເລື້ອຍໆ. ຫາກບໍ່ສະດວກໄປໃຊ້ບໍລິການຢູ່ທະນາຄານ. ສະຖາບັນການເງິນໃກ້ບ້ານທ່ານ ກໍ່ເປັນອີກທາງເລືອກໜຶ່ງທີ່ໃຫ້ບໍລິການທາງດ້ານການເງິນທີ່ຫຼາກຫຼາຍໂດຍສະເພາະ ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ ທີ່ເປັນຜູ້ສະໜັບສະໜູນລາຍການຂອງພວກເຮົາ ກໍ່ເປັນອີກສະຖາບັນໜຶ່ງທີ່ຢາກແນະນຳ.

  1. ໃຫ້ຄິດກ່ອນຊື້

ການຊື້ສິ່ງຂອງ ຫຼື ອຸປະກອນຕ່າງໆ ເຮົາຕ້ອງຄໍານຶງເຖິງຜົນປະໂຫຍດທີ່ຈະໄດ້ຮັບ ຫຼື ຄວາມຈໍາເປັນໃນການຊື້ສາກ່ອນ ເພາະຫາກຊື້ແບບຟຸມເຟືອຍຕາມໃຈ ຫຼື ນຳເທຣນຍຸກໃໝ່ຕະຫຼອດ ອາດເຮັດໃຫ້ເຮົາເສຍເງິນຖິ້ມໄປລ້າໆ. ແລ້ວຖ້າຫາກຈະຊື້ກໍ່ຕ້ອງມີການສົມທຽບລາຄາຢ່າງເໝາະສົມ, ທັງນີ້ກໍ່ເພື່ອຮັບປະກັນໃຫ້ໄດ້ສິນຄ້າດີໃນລາຄາບໍ່ແພງຫຼາຍ.

  1. ຫຼີກລຽງການໃຊ້ບັດເຄຣດິດ

ແມ່ນຢູ່ວ່າບັດເຄຣດິດມັນສະດວກໃນການໃຊ້ຈ່າຍ, ແຕ່ຖ້າຫາກທ່ານບໍ່ມີວິໃນທາງການເງິນ ກໍ່ອາດຈະເຮັດໃຫ້ລໍາບາກໃນຕອນໃຊ້ຄືນ ເພາະບໍ່ພຽງແຕ່ຈ່າຍຕົ້ນທຶນເທົ່ານັ້ນ, ຍັງມີດອກເບ້ຍແຖມມານຳ. ສະນັ້ນ, ຄວນຫຼີກລຽງຮູດບັດເຄຣດິດ ແລ້ວມາປ່ຽນໃຊ້ການຈ່າຍແບບເງິນສົດແທນ ເພາະເຮົາຈະໄດ້ສໍາຜັດກັບໃບເງິນ ແລະ ເຮັດໃຫ້ເຮົາມີຄວາມຮູ້ສຶກຫຼາຍກວ່າເປັນເງິນເປັນພຽງຕົວເລກໃນບັນຊີ.

  1. ຄວນວາງແຜນກ່ອນການໃຊ້ເງິນ

ຫາກເຮົາວາງແຜນມາດີ ລະບົບການເງິນຂອງຕົນເອງ ຫຼື ຄອບຄົວເຮົາຈະບໍ່ມີບັນຫາ; ເພາະເຮົາຮູ້ວ່າອັນໃດຄວນຈ່າຍ ແລະ ອັນໃດບໍ່ຄວນຊື້. ສິ່ງສໍາຄັນເຮົາຈະໃຊ້ຈ່າຍເງິນຢ່າງມີເຫດມີຜົນ ແລະ ເປັນໄປຕາມແຜນທີ່ເຮົາຢາກຈະໄດ້; ເຊິ່ງການມີແຜນທີ່ດີ ຈະຊ່ວຍໃຫ້ເຮົາມີເງິນອອມຫຼາຍຂຶ້ນນັ້ນເອງ.

  1. ຫຼີກລຽງການເຮັດທຸລະກໍາຜ່ານອອນລາຍ

ແມ່ນຢູ່ວ່າໃນປັດຈຸບັນການເຮັດທຸລະກໍາຜ່ານລະບົບມືຖື ຫຼື ອອນລາຍ ສາມາດເຮັດໄດ້ທຸກທີ່-ທຸກເວລາ ຂໍພຽງແຕ່ມີສັນຍານເນັດ, ເຊິ່ງການເຮັດແບບນັ້ນມີຄວາມສະດວກ-ສະບາຍແທ້!. ແຕ່ທ່ານຮູ້ບໍວ່າ ຫາກເຮົາບໍ່ມີຄວາມຮູ້ທາງດ້ານການເງິນແນ່ຈັກໜ້ອຍ ອາດຈະສ້າງນິໃສທີ່ບໍ່ດີໃຫ້ກັບຕົນເອງໄດ້ ເພາະວ່າຢາກໄດ້ຫຍັງ? ກໍ່ພຽງແຕ່ກົດພຽງປາຍນິ້ວກໍ່ສາມາດຊໍາລະໄດ້ທັນທີ ແລະ ຍ້ອນຄວາມໄວນີ້ ອາດເຮັດໃຫ້ເຮົາໃຊ້ເງິນແບບບໍ່ຄິດ. ສະນັ້ນ, ເຮົາຕ້ອງຮູ້ຈັກຄຸນຄ່າຂອງເງິນ ເມື່ອເວລາຫາເງິນມາໄດ້ ກໍ່ຕ້ອງຮູ້ຈັກໃຊ້-ຈັກອອມ ເພື່ອອະນາຄົດຂອງຕົນເອງ ແລະ ຄອບຄົວ.

Cr: ຮຮາການເງິນ