ໄລຍະໂຄວິດ-19 ລະບາດ ເຮັດໃຫ້ເສດຖະກິດບໍ່ຄ່ອຍດີປານໃດ, ແຕ່ສິ່ງທີ່ໜ້າເປັນຫວ່ງໄປກວ່ານັ້ນກໍ່ຄືການໃຊ້ຈ່າຍ ເຊິ່ງຫຼາຍຄົນກໍ່ໄດ້ມີການປະຢັດ-ອົດອອມ ຫຼື ຮັກສາເງິນສົດໄວ້ຫຼາຍສົມຄວນ; ເນື່ອງຈາກບໍ່ຮູ້ວ່າສະພາບການດັ່ງກ່າວຈະກັບມາເປັນປົກກະຕິຕອນໃດ. ສະນັ້ນ, ສິ່ງທີ່ຫຼາຍຄົນພົບໃນຕອນນັ້ນຈົນຮອດມື້ນີ້ ກໍ່ມີລັກສະນະໃກ້ຄຽງກັນ ໂດຍສະເພາະແມ່ນເລື່ອງເງິນໆ-ຄຳໆ ທີ່ເປັນບັນຫາຕັດສິນຂອງການດໍາລົງຊີວິດໃນປັດຈຸບັນ. ສໍາລັບມື້ນີ້, ພວກເຮົາມີເຄັດລັບດີໆມາຝາກທ່ານຜູ້ອ່ານ ກ່ຽວກັບ 7 ບັນຫາສໍາຄັນ ທີ່ໂຄວິດກໍາລັງສອນເຮົາເລື່ອງເງິນ ເຊິ່ງວ່າຈະເປັນແນວໃດນັ້ນມາສຶກສາໄປພ້ອມໆກັນ!

+ ຄວນມີວຽກຫຼັກ ແລະ ວຽກເສີມ

ທີ່ຜ່ານມາສະພາບເສດຖະກິດຂ້ອນຂ້າງດີ ເຮົາມີວຽກປະຈໍາຢູ່ແລ້ວກໍ່ພຽງພໍກັບການໃຊ້ຈ່າຍ, ແຕ່ຫຼັງຈາກໂຄວິດ-19 ລະບາດ ເຮັດໃຫ້ທຸກຢ່າງມີການປ່ຽນແປງ ແລະ ລາຍຮັບຫຼຸດລົງ. ສະນັ້ນ, ຫາກໃຜ ກຽມຄວາມພ້ອມມາແຕ່ເນີ້ນໆ ເຮັດວຽກເສີມຫຼັງຈາກເລີກການ ຫຼື ວັນເສົາ-ອາທິດ ອາດຈະບໍ່ກະທົບຫຼາຍປານໃດ?, ແຕ່ສໍາລັບຜູ້ເຮັດວຽກພຽງໜ້າທີ່ດຽວ ອັນນີ້ຖືວ່າມີຄວາມສ່ຽງທີ່ສຸດ ຫາກຖຶກຕັດເງິນເດືອນ ຫຼື ທຸລະກິດບໍ່ສາມາດດໍາເນີນຕໍ່ໄດ້ ຫຼື ໂຈະກິດຈະການຊົ່ວຄາວ ເຮົາກໍ່ຈະຖຶກກະທົບຢ່າງຫຼີກລຽງບໍ່ໄດ້.

+ ອອກກໍາລັງກາຍເປັນປະຈໍາ

ການອອກກໍາລັງກາຍຢ່າງສະໝໍ່າສະເໝີ ຖືເປັນໝາກຫົວໃຈສໍາຄັນຂອງຄົນເຮົາ ເຖິງວ່າເຮົາຈະມີວຽກຫຼາຍ ຫຼື ເຮັດວຽກໜັກປານໃດ ບໍ່ຄວນລືມທີ່ຈະອອກໍາລັງກາຍ ເຊິ່ງອາດຈະອອກກໍາລັງກາຍຢູ່ເຮືອນ ຫຼື ຢູ່ນອກສະຖານທີ່ກໍ່ໄດ້ ເພາະວ່າອອກກໍາລັງກາຍຈະຊ່ວຍໃຫ້ສຸຂະພາບດີ, ສະໝອງປອດໂປ່ງ, ແຂງແຮງ ແລະ ມີແຮງສູ້ກັບວຽກງານໃນແຕ່ລະມື້ ຍິ່ງໂຄວິດລະບາດກໍ່ຍິ່ງເຮັດໃຫ້ຄົນເຮົາຊີຣຽດຫຼາຍຂຶ້ນ ເຊິ່ງການອອກກໍາລັງການຈະຊ່ວຍຜ່ອນຄາຍຄວາມຕຶງຄຽດໄດ້ດີສົມຄວນ.

+ ຄວນມີເງິນທ້ອນຢ່າງໜ້ອຍ 1 ປີ

ຖ້າເຮົາຫາເງິນໄດ້ຫຼາຍ ຫຼື ໄດ້ເງິນເດືອນຫຼາຍເທົ່າໃດນັ້ນບໍ່ສໍາຄັນ?, ແຕ່ສໍາຄັນບ່ອນວ່າແຕ່ລະເດືອນເຮົາມີເງິນເກັບ/ເງິນອອມຫຼາຍປານໃດ? ເຊິ່ງການມີວິໃນທາງການເງິນຈະຊ່ວຍໃຫ້ເຮົາມີສະຕິໃນການໃຊ້ຈ່າຍ ແລະ ສາມາດວາງແຜນທາງການເງິນໄດ້ຖຶກວິທີ. ສໍາລັບຜູ້ທີ່ເລີ່ມເຮັດວຽກ ຫຼື ມີປະສົບການແລ້ວ ກໍ່ຄວນມີເງິນເກັບທ້ອນໄວ້ຫຼາຍເທົ່າໃດຍິ່ງດີ ຢ່າງໜ້ອຍ 1 ປີຂຶ້ນໄປ ເພາະຫາກເກີດກໍລະນີສຸກເສີນຄືກັບປັດຈຸບັນ ເງິນທີ່ເຮົາທ້ອນມາເຮົາຈະເລີ່ມເຫັນຄຸນຄ່າຂອງມັນທັນທີ.

+ ຕ້ອງມີຄວາມຊັດເຈນໃນທຸກເລື່ອງ

ປັດຈຸບັນ ເຕັກໂນໂລຊີທັນສະໄໝສາມາດຊ່ວຍເຮົາໄດ້ຫຼາຍຢ່າງ. ສະນັ້ນ, ເຮົາຈະເຮັດຫຍັງກໍ່ຕ້ອງຕັ້ງໃຈ ແລະ ມີຄວາມຊັດເຈນຫຼາຍຂຶ້ນກັບສິ່ງເຫຼົ່ານັ້ນ ເພາະຫາກເຮົາເຮັດແບບຜິວເຜີນກໍ່ຈະເສຍໂອກາດ ຫຼື ຄິດໄວ້ແຕ່ບໍ່ລົງມືເຮັດ ຈະບໍ່ເຮັດໃຫ້ເກີດປະໂຫຍດຫຍັງເລີຍ. ດັ່ງນັ້ນ, ເຮົາຕ້ອງໃສ່ໃຈລາຍລະອຽດໃນແຕ່ລະບັນຫາ ຫຼື ວຽກງານທີ່ມີຢູ່ ເພາະຍຸກປັດຈຸບັນເປັນຍຸກແຫ່ງການແຂ່ງຂັນ ແລະ ໂອກາດຈະບໍ່ມີມາໃຫ້ເຮົາໄດ້ຄ້ວາຕະຫຼອດ ຈໍາຕ້ອງໄດ້ຊັດເຈນໃນສິ່ງທີ່ເຮົາເຮັດຕັ້ງແຕ່ເລີ່ມຕົ້ນ.

+ ເກັບເອົາຄວາມລໍາບາກມາເປັນແຮງຜັກດັນ

ອະດີດຜ່ານມາ ຫຼາຍຄົນກໍ່່ເຄີຍມີຂໍ້ດີ ແລະ ຈຸດເສຍແຕກຕ່າງກັນ, ແຕ່ປັດຈຸບັນຄືສິ່ງທີ່ເຮົາຕ້ອງເຮັດໃຫ້ດີທີ່ສຸດເທົ່າທີ່ເຮັດໄດ້ ເພາະວ່າເຮົາບໍ່ສາມາດຈະຫວນຄືນໄປແກ້ໄຂອະດີດໄດ້ອີກແລ້ວ. ສະນັ້ນ, ວິໃນທາງການເງິນທີ່ສໍາຄັນ ຄວນເອົາສິ່ງທີ່ຜິດພາດຜ່ານມາເປັນບົດຮຽນ ແລະ ເປັນແຮງກະຕຸ້ນໃຫ້ເຮົາມີກໍາລັງໃຈ ແລະ ຈື່ໄວ້ຈະບໍ່ເຮັດໃຫ້ຜິດພາດຊໍ້າເກົ່າອີກ ອັນນີ້ຖືວ່າຈະເປັນການສ້າງແຮງຜັກດັນໃຫ້ກັບຕົນເອງກາຍເປັນຄົນຮັ່ງມີໃນອະນາຄົດ.

+ ຢ່າລືມຂອບໃຈຄົນທີ່ຊ່ວຍເຮົາ

ໃນທຸກວິກິດຍ່ອມມີໂອກາດສະເໝີ ອັນນີ້ສຸດແລ້ວແຕ່ໃຫ້ຈະເບິ່ງເຫັນໂອກາດນັ້ນໆ ຫາກເຮົາເປັນຜູ້ໜຶ່ງທີ່ເຄີຍໄດ້ຮັບໂອກາດໃນຕອນທີ່ລໍາບາກໃນຕອນນັ້ນ ເມື່ອມາຮອດຕອນນີ້ກໍ່ຢ່າລືມທີ່ຈະຂອບໃຈຄົນໆນັ້ນ ທີ່ຊ່ວຍໃຫ້ເຮົາເຕີບໂຕຈົນເຖິງວັນນີ້ ເພາະຫາກບໍ່ມີເຂົາ ເຮົາອາດຈະບໍ່ໄດ້ມີໂອກາດມາຢືນໃນຈຸດນີ້ ແລະ ເຊື່ອວ່າທຸກຄົນຍ່ອມມີທີ່ໄປທີ່ມາແຕກຕ່າງກັນ. ສະນັ້ນ, ການຮູ້ບຸນຄຸນຄົນທີ່ເຄີຍຊ່ວຍເຮົາ ຈະເປັນການສ້າງສາຍສຳພັນທີ່ຍາວນານໃນຕໍ່ໜ້າ.

+ ສ້າງຄວາມສຸກໃຫ້ຕົນເອງ

ຄວາມສຸກສາມາດສ້າງໄດ້ດ້ວຍຕົນເອງ ໂດຍບໍ່ເພິ່ງການອູ້ມຊູຊ່ວຍເຫຼືອຈາກຄົນອື່ນ ເພາະຫາກເຮົາມີຈິດໃຈທີ່ສະຫງົບ ສາມາດຄວບຄຸມອາລົມ ແລະ ບັນຫາທີ່ເຂົ້າມາໄດ້ ກໍ່ຈະເຮັດໃຫ້ເຮົາກ້າວຜ່ານອຸປະສັກຕ່າງໆໄປດ້ວຍດີ. ຂະນະດຽວກັນ, ຈະບໍ່ມີໃຜສາມາດມອບຄວາມສຸກໃຫ້ເຮົາຢ່າງເຕັມທີ່ ນອກຈາກເຮົາສ້າງດ້ວຍຕົວເຮົາເອງ, ທັງເປັນການສ້າງພູມຄຸ້ມກັນທີ່ດີໃຫ້ກັບຮ່າງກາຍ ແລະ ຈິດໃຈນໍາອີກ.ທີ່ມາ:ລາຍການເຮຮາການເງິນ