ທ່ານເຄີຍສົງໃສບໍວ່າ ການທີ່ຈະກູ້ຢືມເງິນເພື່ອມາໃຊ້ຈ່າຍໃນຊີວິດປະຈໍາວັນ ຫຼື ເຮັດທຸລະກິດຄ້າຂາຍ ເພື່ອຕໍ່ຍອດທຸລະກິດໃຫ້ເກີດດອກອອກຜົນໃນອະນາຄົດນັ້ນ, ກໍ່ຕ້ອງມີການວາງແຜນລ່ວງໜ້າ ແລະ ລົງມືເຮັດຢ່າງສະໝໍ່າສະເໝີ, ແຕ່ໃນເມື່ອຫາກທຶນບໍ່ພຽງພໍ ແມ່ນມີຄວາມຈໍາເປັນຕ້ອງກູ້ຢືມຈາກສະຖາບັນການເງິນ ແລະ ອັນທີ່ເຮົາຮູ້ໆກັນຢູ່ ແມ່ນຈະຕ້ອງໄດ້ເປັນໜີ້.
ແຕ່ທ່ານຮູ້ບໍວ່າ: ການເປັນໜີ້ ມີທັງໜີ້ດີ ແລະ ໜີ້ບໍ່ດີ ຫາກເຮົາມີວິໃນທາງດ້ານການເງິນ ແລະ ປະຕິບັດຕາມແຜນທຸລະກິດຂອງເຮົາເອງໄດ້ ຈະເຮັດໃຫ້ເຮົາຫຼຸດພົ້ນຈາກປະເພດໜີ້ເສຍ ກໍ່ຈະກາຍເປັນໜີ້້ດີ; ແຕ່ຖ້າຫາກກໍລະນີ ລະເລີຍຕໍ່ວິໃນທາງບັນຊີ-ການເງິນແລ້ວ. ນອກຈາກ ຈະເຮັດໃຫ້ເຮົາບໍ່ມີກໍາໄລ, ແຖມຍັງເປັນໜີ້ເສຍຕາມມາອີກ. ສະນັ້ນ, ມື້ນີ້ ພວກເຮົາຈະມາຂໍແນະນຳໃຫ້ບັນດາທ່ານຮູ້ນຳກັນຕື່ມ ກ່ຽວກັບໜີ້ສິນ ວ່າມີທັງໜີ້ດີ ແລະ ໜີ້ບໍ່ດີ ດັ່ງລຸ່ມນີ້:
+ ໜີ້ດີ: ເປັນໜີ້ທີ່ກໍ່ໃຫ້ເກີດລາຍຮັບ ເຊັ່ນ: ການກູ້ເງິນມາເຮັດທຸລະກິດ, ຊື້ດຶນເພື່ອໄວ້ຂາຍໃນອະນາຄົດ ກູ້ເພື່ອລົງທຶນທີ່ສາມາດສ້າງລາຍຮັບໄດ້ຫຼາຍກວ່າຄ່າງວດ ລວມເຖິງການຊື້ອຸປະກອນ ເພື່ອຮັບໃຊ້ວຽກງານຕ່າງໆທີ່ກໍ່ໃຫ້ເກີດລາຍຮັບກັບເຮົາ.
+ ໜີ້ບໍ່ດີ: ເປັນໜີ້ກໍ່ໃຫ້ເກີດລາຍຈ່າຍພຽງຢ່າງດຽວ ເຊັ່ນ: ໜີ້ທີ່ກູ້ຢືມມາຊື້ອາຫານການກິນ, ກູ້ຢືມມາເພື່ອຊື້ຄວາມສະດວກສະບາຍເປັນຫຼັກ; ເປັນການກູ້ເງິນທີ່ຊື້ຊັບສິນທີ່ສິ້ນເປືອງ ແລ້ວຊັບສິນດັ່ງກ່າວບໍ່ສາມາດສ້າງລາຍຮັບກັບຄືນມາໄດ້.
ສົນໃຈກູ້ຢືມເງິນເພື່ອລົງທຶນ ສາມາດຕິດຕໍ່ພວກເຮົາໄດ້:Whatsapp: +856 20 59 999 039 ໂທ: 021 520520