ວັນທີ 5 ຕຸລາ 2021. ສກຈຮ ເອກພັດທະນາ ສືບຕໍ່ວຽກງານສ້າງບຸກຄະລາກອນ ເພື່ອເພີ່ມທັກສະໃນການເປັນຄູຝຶກໃຫ້ກັບພະນັກງານພາຍໃນ ແລະ ສາມາດນຳໃຊ້ເຂົ້າໃນວຽກງານຕົວຈິງ ທີ່ຈະສົ່ງຜົນຕໍ່ວຽກທຸກໜ່ວຍງານ; ລວມໄປເຖິງການບໍລິການລູກຄ້າໄດ້ຢ່າງເປັນມືອາຊີບ. ການຝຶກອົບຮົມຄັ້ງນີ້, ໄດ້ຮັບກຽດຈາກຄູຝຶກ ທ່ານ ອາຈານ ບຸນສືບ ປັນຍາ ທີ່ປຶກສາຈາກປະເທດໄທ ແລະ ເຂົ້າຮ່ວມເປີດພິທີຂອງ ອາຈານ ສົມພອນ ສີແສງລັດ, ຜູ້ອໍານວຍການ ສກຈຮ ເອກພັດທະນາ.