ສຳລັບຂໍ້ຄິດນີ້ ແອັດຂໍບອກວ່າເປັນການລວບລວມມາຈາກປະສົບການ ແລະ ການສຶກສາມາຈາກ Guru ດ້ານການເງິນຫຼາຍໆທ່ານ ດັ່ງນັ້ນອາດຈະບໍ່ແມ່ນເປັນຂໍ້ຄິດທີ່ຖືກທີ່ສຸດ ແຕ່ກະຂໍໃຫ້ເກັບໄວ້ເພື່ອເປັນການຊ່ວຍຄິດ ແລະ ຊ່ວຍຕັດສິນໃນໃນການຄິດເພື່ອທີ່ຈະກູ້ເງິນ ດັ່ງນັ້ນເມື່ອເຂົ້າໃຈກົງກັນແລ້ວເຮົາມາເຂົ້າຂໍ້ຄິດທີ 1 ກັນເລີຍ.
- ຄິດໄລ່ງົບປະມານໃຫ້ລະອຽດ ແລະ ກູ້ມາໃຫ້ພໍດີ:
ໃນຂໍ້ຄິດນີ້ແອັດຢາກໃຫ້ທຸກຄົນລອງມາຄິດທົບທວນຢ່າງລະອຽດ ວ່າສິ່ງທີ່ເຮົົາຕ້ອງການຈະເຮັດ ແລ້ວເປັນຕົ້ນເຫດໃຫ້ຕ້ອງການກູ້ເງິນນີ້ແມ່ນຫຍັງ ແລ້ວຕ້ອງໃຊ້ຈ່າຍເທົ່າໃດຢ່າງລະອຽດ ຢຳ້ວ່າຢ່າງລະອຽດ ຄືຕ້ອງໃຫ້ຮູ້ທັງໝົດວ່າຈະໃຊ້ເງິນເທົ່າໃດແທ້ໆ ບໍ່ຄວນຄາດກະຄວນຂຽນອອກມາ ແລະ ລວມລາຄາຂອງແຕ່ລະຢ່າງຢ່າງລະອຽດ ທັງນີ້ທັງນັ້ນກໍ່ເພື່ອບໍ່ໃຫ້ກູ້ມາແລ້ວເງິນບໍ່ພໍທີ່ຈະເຮັດໃຫ້ສຳເລັດ ຫຼື ກູ້ມາຫຼາຍເກີນຈົນກາຍເປັນພາລະເມື່ອຕ້ອງມາໃຊ້ໜີ້ຄ່າງວດແຕ່ລະເດືອນ ດັ່ງນັ້ນຈຶ່ງຕ້ອງຄິດໄລ່ໃຫ້ລະອຽດ.
- ຄິດຫາວິທີໃຊ້ໜີ້ ກ່ອນທີ່ຈະສ້າງໜີ້:
ຫຼັງຈາກທີ່ຮູ້ວ່າງົບປະມານທີ່ຕ້ອງການກູ້ລະອຽດແລ້ວສິ່ງຕໍ່ໄປກະຄື ເຮົາຈະເອົາເງິນທາງໃດມາໃຊ້່ໜີ້ຄ່າງວດແຕ່ລະເດືອນ….ເຊິ່ງໃນນີ້ບໍ່ໄດ້ໝາຍຄວາມວ່າຕ້ອງເປັນການກູ້ມາເຮັດທຸລະກິດເພື່ອສ້າງລາຍຮັບກັບມາເທົ່ານັ້ນ ຄວາມຈິງແລ້ວລວມທັງເງິນເດືອນ ຫຼື່ ເງິນຕ່າງໆທີ່ເຈົ້າສາມາດຫາມາໄດ້ເຊັ່ນ: ຕ້ອງການກູ້ມາຕໍ່ເຕີມບ້ານ ເຮົາກໍ່ອາດຈະໃຊ້ເງິນເດືອນທີ່ເຮົາຫາໄດ້ແຕ່ລະເດືອນມາຈ່າຍຄ່າງວດ ແຕ່ສິ່ງສຳຄັນກໍ່ຄື ເຮົາຕ້ອງຄິດວ່າເງິນເດືອນທີ່ເຮົາໄດ້ມານັ້ນມັນມີພໍທີ່ຈະຈ່າຍຄ່າງວດນັ້ນ ຫຼື ບໍ່ ແລ້ວຄ່າໃຊ້ຈ່າຍປະຈຳວັນເຮົາເດ ເຮົາສາມດຮັບຜິດຊອບມັນໄດ້ບໍ່ ແລ້ວຖ້າເປັນກູ້ມາເຮັດທຸລະກິດ ເຮົາກໍ່ຕ້ອງໝັ້ນໃຈໄດ້ວ່າ ທຸລະກິດນັ້ນຈະສາມາດສ້າງລາຍຮັບກັບມາຈ່າຍຄ່າງວດໄດ້ໃນແຕ່ລະເດືອນ.
- ໃຊ້ເງິນທີ່ກູ້ມາສຳລັບເປົ້າໝາຍທີ່ຄິດໄວ້ເທົ່ານັ້ນ:
ສຳລັບຂໍ້ຄິດນີ້ກະຕາມຫົວຂໍ້ໜັ້ນແຫຼະ ເພາະສິ່ງທີ່ເຫັນຫຼາຍໆຄົນມັກຈະເຮັດກະຄືການລວມເງິນທຸກຢ່າງມາຢູ່ກອງດຽວກັນ ໂດຍທີ່ບໍ່ແຍກແຍະວ່າເງິນໂຕນີ້ເອົາໄວ້ເຮັດຫຍັງ ເງິນໂຕນີ້ເອົາໄວ້ເຮັດຫຍັງ ຈຶ່ງເກີດບັນຫາຕາມມາເຊັ່ນ: ຕ້ອງການກູ້ມາເພື່ອໄປລົງທຶນຊື້ເຄື່ອງມາຂາຍ ແຕ່ເມື່ອມີລາຍຈ່າຍອັນອື່ນມາກ່ອນ ກໍ່ຈັບເງິນທີ່ກູ້ມາເພື່ອລົງທຶນໄປຈ່າຍກ່ອນ ເຮັດໃຫ້ເງິນບ້ວງດັ່ງກ່າວຫຼຸດລົງບໍ່ພໍທີ່ຈະໃຊ້ຊື້ເຄື່ອງຕາມທີ່ຄິດໄວ້ ບໍ່ຮູ້ວ່າໃຊ້ຈ່າຍຫຍັງໄປແລ້ວ ແລະ ສຸດທ້າຍກໍ່ບໍ່ສາມາດບໍລິຫານໃຫ້ໄດ້ຕາມເປົ້າໝາຍ ແລ້ວເງິນກູ້ດັ່ງກ່າວກໍ່ກາຍມາເປັນພາລະແທນທີ່ຈະສ້າງຜົນຮັບ ເຊິ່ງວິທີແກ້ໄຂກໍ່ອາດຈະໃຊ້ວິທີຈົດບັນທຶນ ແລະ ແຍກແຍະເງິນອອກເປັນຫຼາຍໆໝວດໝູ່ ເຊັ່ນເງິນສ່ວນຕົວກໍ່ຕ້ອງແຍກອອກມາ ເງິນກູ້ເພື່ອລົງທຶນກໍ່ຕ້ອງນຳໃຊ້ກັບການລົງທຶນຢ່າງເຕັມເມັດເຕັມໜ່ວຍ ເພື່ອໃຫ້ເກີດຜົນຕອບຮັບທີ່ດີທີ່ສຸດກັບມາ.
ແລະ ທັງໝົດນີ້ກໍ່ເປັນຂໍ້ຄິດດີໆທີ່ນຳມາແບ່ງປັນ ເພື່ອຊ່ວຍໃນການຕັດສິນໃຈຂອງທຸກໆທ່ານທີ່ກຳລັງຈະກູ້ຢືມເງິນ ບໍ່ວ່າຈະນຳມາໃຊ້ເຂົ້າໃນການດຳລົງຊີວິດ ຫຼື ນຳເຂົ້າໃຊ້ໃນການສ້າງທຸລະກິດຕ່າງໆ ເພື່ອບໍ່ໃຫ້ເງິນກູ້ກາຍມາເປັນພາລະໜີ້ສິນທີ່ຕ້ອງຈ່າຍແບບບໍ່ມີແຜນຮອງຮັບ ອາດຈະບໍ່ຖືກຕ້ອງ 100% ແຕ່ແອັດກໍ່ຫວັງວ່າຈະຊ່ວຍໄດ້ບໍ່ຫຼາຍກໍ່ໜ້ອຍ ແລະ ຢ່າລືມ! ຖ້າຢາກກູ້ຢືມເງິນສາມາດຕິດຕໍ່ສອບຖາມ ສກຈຮ ເອກພັດທະນາເຮົາມາໄດ້ ເພື່ອປຶກສາ ເພື່ອສອບຖາມເງື່ອນໄຂ ທ່ານສາມາດສອບຖາມເຂົ້າມາໄດ້ ເຮົາພ້ອມໃຫ້ຄຳປຶກສາ ເຖິງວ່າທ່ານຈະບໍ່ກູ້ເງິນນຳເຮົາກໍ່ຕາມ.