ໃນວັນທີ 11 ກັນຍາ 2021 ຜ່ານມາ, ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ (ສກຈຮ ເອກພັດທະນາ) ໄດ້ມີການຈັດຝຶກອົບຮົມພາຍໃຕ້ຫົວຂໍ້ “Business Model Canvas”. ຈຸດປະສົງກໍ່ເພື່ອກຽມຄວາມພ້ອມໃຫ້ກັບຄະນະບໍລິຫານລະດັບສູງ ແລະ ລະດັບກາງຂອງສະຖາບັນ ໄດ້ຮັບຮູ້-ເຂົ້າໃຈກ່ຽວກັບທິດທາງແຜນການໃນປີ 2022.

ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ເປີດພິທີຂອງທ່ານ ອາຈານ ສົມພອນ ສີແສງລັດ, ຜູ້ອໍານວຍການ ສກຈຮ ເອກພັດທະນາ; ມີທ່ານຮອງອໍານວຍການ, ຫົວໜ້າພະແນກ, ຜູ້ຈັດການເຂດ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ເພື່ອເຮັດໃຫ້ທຸລະກິດຂອງສະຖາບັນສາມາດບັນລຸເປົ້າໝາຍຕາມທິດທາງແຜນການທີ່ຕັ້ງໄວ້ໃນປີໜ້າກໍ່ຄືປີ 2020. ດັ່ງນັ້ນ, ການຝຶກອົບຮົມໃນຄັ້ງນີ້ ຄະນະຜູ້ບໍລິຫານຂອງສະຖາບັນໄດ້ພ້ອມກັນສຸມທຸກກໍາລັງເຫື່ອແຮງ ແລະ ສະຕິປັນຍາ ເພື່ອປະກອບຄໍາຄິດເຫັນໃສ່ຮ່າງບົດລາຍງານ, ທິດທາງແຜນການ ແລະ ນະໂຍບາຍຕ່າງໆ ເພື່ອກະຕຸ້ນໃຫ້ທຸລະກິດຂອງສະຖາບັນເຕີບໃຫຍ່ເຂັ້ມແຂງຕະຫຼອດໄປ.

ເຖິງວ່າໄລຍະ 2 ປີຜ່ານມາ, ພວກເຮົາຈະພົບກັບຄວາມຫຍຸ້ງຍາກຍ້ອນການລະບາດຂອງພະຍາດໂຄວິດ-19 ກໍ່ຕາມ; ແຕ່ດ້ວຍຄວາມພະຍາຍາມຂອງຜູ້ບໍລິຫານທຸກພະແນກການກ່ຽວຂ້ອງ, ຈຶ່ງເຮັດໃຫ້ ສກຈຮ ເອກພັດທະນາ ມີຜົນສໍາເລັດຕາມລະດັບຄາດໝາຍໃນລະດັບດີສົມຄວນ.