ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ (ສກຈຮ ເອກພັດທະນາ) ພວກເຮົາເຫັນໄດ້ເຖິງຄວາມສໍາຄັນຂອງພະນັກງານພາຍໃນອົງກອນ ໂດຍສະເພາະແມ່ນຢູ່ໃນທ່າມກາງການລະບາດຂອງພະຍາດ Covid-19. ໃນໄລຍະຜ່ານມາ, ພວກເຮົາໄດ້ສ້າງກິດຈະກຳຊ່ວຍເຫຼືອລູກຄ້າ ແລະ ສັງຄົມໃນຫຼາຍຫົວຂໍ້ທີ່ແຕກຕ່າງກັນ, ບໍ່ວ່າຈະເປັນການຊຸກຍູ້ວຽກງານກູ້ໄພ, ສູນອົງຄະທຽມ, ໂຮງໝໍ, ໂຮງຮຽນ, ໄພທຳມະຊາດ ແລະ ການແບ່ງເບົາຜົນກະທົບທີ່ມີຕໍ່ລູກຄ້າຂອງພວກເຮົາ.
ນອກຈາກນັ້ນແລ້ວ, ລູກຄ້າພາຍໃນຂອງພວກເຮົາກໍ່ຄືພະນັກງານ ທີ່ພວກເຮົາຍັງຕ້ອງໄດ້ສ້າງຄວາມສົມບູນທາງດ້ານຈິດໃຈ ແລະ ສິ່ງທີ່ຈຳເປັນຕໍ່ກັບພະນັກງານ ແລະ ຄອບຄົວ.
ດັ່ງນັ້ນ, ຄະນະບໍລິຫານ ຈຶ່ງໄດ້ເຫັນດີຈັດຕັ້ງກິດຈະກຳພາຍໃນຄື EMI ປັນສຸກ (ແບ່ງປັນນ້ຳໃຈ ຫ່ວງໃຍພະນັກງານ) ໂດຍການມອບເງິນສົດຈຳນວນໜຶ່ງ ແລະ ເຄື່ອງໃຊ້ອຸປະໂພກທີ່ຈຳເປັນໃນຄອບຄົວ ເພື່ອແບ່ງເບົາຜົນກະທົບຈາກການລະບາດຂອງພະຍາດ Cod-19 ໃນຄັ້ງນີ້, ເຊິ່ງເປັນກິດຈະກຳນ້ອຍໆ ແລະ ຫວັງວ່າກິດຈະກຳນີ້ຈະສ້າງຮອຍຍິ້ມໃຫ້ກັບພະນັກງານ ແລະ ຄອບຄົວ.