ໃນວັນທີ 18 ສິງຫາ 2021 ຜ່ານມາ, ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ (ສກຈຮ ເອກພັດທະນາ) ໄດ້ຈັດກິດຈະກໍາທາງອອນລາຍ ດ້ວຍການໄລຄ໌ສົດຜ່ານເຟສ໌ບຸກເພດຈ໌ ຂອງສະຖາບັນ, ເພື່ອແນະນໍາຜະລິດຕະພັນສິນຄ້າ ເປັນປະເພດເຄື່ອງຫັດຖະກຳລາວທີ່ເປັນຂອງລູກຄ້າ ສກຈຮ ເອກພັດທະນາ.
ການນຳໃຊ້ເຄື່ອງຫັດຖະກຳລາວຜະລິດໂດຍຄົນລາວ ແມ່ນສ່ວນໜຶ່ງໃນການສົ່ງເສີມຄົນລາວໃຫ້ມີວຽກເຮັດງານທຳ ແລະ ຍັງເປັນການສົ່ງເສີມສິນລະປະດ້ານຫັດຖະກຳ ທີ່ຕິດພັນກັບຄົນລາວມາແຕ່ດົນນານເພື່ອໃຫ້ຄຽງຄົນກັບຄົນລາວ.
ຫາກທ່ານໃດສົນໃຈ ກໍ່ສາມາດສັ່ງຊື້ສິນຄ້າໄດ້ກັບ: ທ່ານນາງ ບຸດສະດີ ກອງສີປະແກ້ວປະເສີດ, ບ້ານໂພນຊ່ອງ, ເມືອງ ວຽງຄຳ, ແຂວງວຽງຈັນ ໂທລະສັບ: 030 5292173