ໃນວັນທີ 3 ສິງຫາ 2021 ຜ່ານມາ, ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ (ສກຈຮ ເອກພັດທະນາ). ໄດ້ເຂົ້າຮ່ວມກອງປະຊຸມຂະແໜງການທະນາຄານ ປີ 2021 ທີ່ຫໍປະຊຸມແຫ່ງຊາດ, ເຊິ່ງແມ່ນທ່ານນາງ ບຸນຕາ ບູລົມ, ຮອງອຳນວຍການ ສກຈຮ ເອກພັດທະນາ ໂດຍພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ໃຫ້​ກຽດ​ເຂົ້າ​ຮ່ວມໂອ້​ລົມ​ຂອງ​ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ມີ​ການ​ນຳ​ຂະແໜງການທະນາຄານທົ່ວລະບົບ ພ້ອມ​ດ້ວຍຜູ້​​ຕາງ​ໜ້າ​ຈາກສະຖາບັນການເງິນ ແລະ ກະຊວງກ່ຽວ​ຂ້ອງເຂົ້າ​ຮ່ວມ.

​ທ່ານ ສອນໄຊ ສິດພະໄຊ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງນີ້​ໂດຍ​ສະ​ເພາະແຜນຍຸດທະສາດພັດທະນາລະບົບສະຖາບັນການເງິນ-ເງິນຕາຂອງ ສປປ ລາວ 5 ປີ (2021-2025) ແລະ ວິໄສທັດຮອດປີ 2030, ການຮັກສາສະຖຽນລະພາບດ້ານເງິນຕາ, ການຮັກສາສະຖຽນລະພາບສະຖາບັນການເງິນ, ການພັດທະນາລະບົບການຊຳລະ-ການຫັນເປັນທັນສະໄໝ ແລະ ນະໂຍບາຍສິນເຊື່ອຂອງທະນາຄານ.

ທ່ານນາຍົກລັດຖະມົນຕີ ໄດ້ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ ແລະ ສະແດງຄວາມເຊື່ອໝັ້ນຕໍ່​ມູນ​ເຊື້ອ, ບົດ​ຮຽນທີ່ໄດ້​ປະ​ຕິ​ບັດມາ​​, ດ້ວຍກຳລັງແຮງຄວາມ​ສາ​ມັກ​ຄີ​ອັນ​ແໜ້ນ​ແຟ້ນ, ບວກກັບຄວາມບຸກໜ້າບືນຕົວ ແລະ ຄວາມຮັບຜິດຊອບໜ້າ​ທີ່ການເມືອງຂອງພະ​ນັກ​ງານລະບົບທະນາຄານ, ຂະ​ແໜງ​ທະ​ນາ​ຄານ​ຈະສືບ​ຕໍ່​​ເຮັດ​ໜ້າ​ທີ່​ສຳ​ຄັນ​ຂອງ​ຕົນ​ທີ່​ມີ​ກຽດ​ຕາມ​ທີ່​ພັກ-ລັດ​ມອບ​ໝາຍ​ໃຫ້ ເພື່ອ​ປະ​ກອບ​ສ່ວນ​ໃນ​ການ​ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃຫ້​ບັນ​ລຸ​ຕາມ​ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ແຫ່ງລັດຄັ້ງທີ IX ທີ່ວາງໄວ້.