ໃນລະຫວ່າງວັນທີ 27-28/07/2021 ຜ່ານມາ, ອາຈານ ສົມພອນ ສີແສງລັດ ປະທານສະພາບໍລິຫານ ສະມາຄົມການເງິນຈຸລະພາກ (ສມກຈ), ທັງເປັນຜູ້ອໍານວຍການ ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ (ສກຈຮ ເອກພັດທະນາ) ໄດ້ໃຫ້ກຽດຖືກເຊີນໃຫ້ເປັນນັກວິທະຍາກອນ ຫຼື ຄູຝຶກ ທີ່ບັນລະຍາຍຜ່ານທາງລະບົບອອນລາຍ (Zoom) ໃຫ້ແກ່ສະມາຊິກສະມາຄົມການເງິນຈຸລະພາກ ໃນຫົວຂໍ້: ຕົວຊີ້ວັດການດຳເນີນງານ Factsheet ສໍາລັບ ສກຈ/ສສງ.

ການຝຶກອົບຮົມດັ່ງກ່າວ, ມີຜູ້ເຂົ້າຮ່ວມທັງໝົດ 55 ທ່ານ ທີ່ມາຈາກ 31 ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ, ບໍ່ຮັບເງິນຝາກ, ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ, ກົມຄຸ້ມຄອງສະຖາບັນການເງິນ ແລະ ທຫລ ແຕ່ລະສາຂາໃນທົ່ວປະເທດເຂົ້າຮ່ວມ. ກິດຈະກໍານີ້, ຈັດໂດຍ ສະມາຄົມການເງິນຈຸລະພາກ (ສມກຈ) ພາຍໃຕ້ການສະໜັບສະໜູນຈາກອົງການ ADA.
