ໃນວັນທີ 29 ກໍລະກົດ 2021 ຜ່ານມາ, ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ (ສກຈຮ ເອກພັດທະນາ) ໜ່ວຍບໍລິການເມືອງນາຊາຍທອງ ໄດ້ມອບສິນໄໝທົດແທນໃຫ້ກັບຜູ້ທີ່ໄດ້ຮັບການຄຸ້ມຄອງຈາກປະກັນຊີວິດເງິນກູ້ ໂດຍແມ່ນຄອບຄົວນາງ ລັດສະໝີ ຈັນທະວົງສາ ຈຳນວນ 9,275,000 ກີບ; ເຊິ່ງຜູ້ປະກັນຮ່ວມໄດ້ເສຍຊີວິດ ທີ່ບ້ານໃໝ່ໜອງຍາວ, ເມືອງ ນາຊາຍທອງ, ນະຄອນຫຼວງວຽງຈັນ.
