ໃນວັນທີ 25 ກໍລະກົດ 2021 ຜ່ານມານີ້, ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ (ສກຈຮ ເອກພັດທະນາ) ໜ່ວຍບໍລິການ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ; ໄດ້ມອບສິນໄໝທົດແທນໃຫ້ກັບຜູ້ທີ່ໄດ້ຮັບການຄຸ້ມຄອງຈາກປະກັນຊີວິດເງິນກູ້ ຈຳນວນ 7,942,000 ກີບ ໂດຍແມ່ນຄອບຄົວນາງ ຄຸນຄ່າ ພິມມະສອນ ເຊິ່ງເປັນຜູ້ປະກັນຮ່ວມທີ່ບ້ານເປິກ, ເມືອງ ນາຊາຍທອງ, ນະຄອນຫຼວງວຽງຈັນ.
