ໃນວັນທີ 30 ກໍລະກົດ 2021 ຜ່ານມາ, ຄະນະນໍາຂອງສໍານັກງານປົກປ້ອງເງິນຝາກ ໄດ້ມາຢ້ຽມຢາມສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ (ສກຈຮ ເອກພັດທະນາ). ຈຸດປະສົງກໍ່ເພື່ອປຶກສາຫລືກະກຽມສະເໜີເອົາ ສກຈຮ ເອກພັດທະນາ ເຊິ່ງເປັນສະຖາບັນການເງິນທີ່ມີຜົນງານພົ້ນເດັ່ນໃນຫຼາຍປີ ຜ່ານມາ ເຂົ້າເປັນສະມາຊິກຂອງສຳນັກງານປົກປ້ອງເງິນຝາກ.

ໂອກາດນີ້, ຄະນະບໍລິຫານ ສຈກຮ ເອກພັດທະນາ ກໍ່ໄດ້ລາຍງານສະພາບການດໍາເນີນທຸລະກິດໂດຍລວມ, ທິດທາງແຜນການ ແລະ ວິທີການເຄື່ອນໄຫວທຸລະກິດ ຂອງສະຖາບັນ ທ່າມການລະບາດຂອງພະຍາດໂຄວິດ-19 ໃຫ້ແກ່ຄະນະນໍາຂອງສໍານັກງານປົກປ້ອງເງິນຝາກ ຮັບຊາບຕື່ມອີກ.

ສຳນັກງານປົກປ້ອງເງິນຝາກ, ທະນາຄານ ແຫ່ງ ສປປ ລາວ ໄດ້ປະກາດການຈັດຕັັ້ງ ຂຶ້ນຢ່າງເປັນທາງການໃນວັນທີ 23 ມັງກອນ 2019 ເຊິ່ງໃນເມື່ອກ່ອນເປັນ ກອງທຶນປົກປ້ອງຜູ້ຝາກເງິນ ທີ່່ໄດ້ຮັບການສ້າງຂຶ້ນໃນທ້າຍປີ 1999 ເພື່ອປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ໃນການປົກປ້ອງສິດຜົນປະໂຫຍດ ຂອງຜູ້ຝາກເງິນ ທັງນີ້ກໍ່ເປັນການສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມກໍ່ຄືລະບົບທະນາຄານໄປຄຽງຄູ່ກັບການ ພັດທະນາລະບົບທະນາຄານ.

ກອງທຶນປົກປ້ອງຜູ້ຝາກເງິນໄດ້ສ້າງຕັ້ງຂຶ້ນໃນສະພາບລະບົບເສດຖະກິດ, ການເງິນ-ເງິນຕາມີການເຄື່ອນໄຫວໄປຕາມກະແສຄື້ນຂອງວິກິດການທີ່ແຜ່ລາມ ໄປທົ່ວໂລກ, ທົ່ວຂົງເຂດ ແລະພາກພື້ນໃນນີ້ ສປປ ລາວ ກໍ່ມີສ່ວນທີ່ຖືກກະທົບຈາກວິກິດການດັ່ງກ່າວພໍສົມຄວນໃນຊຸມປີ 1998 -1999 ແລະ ກາງປີ 2001 ເພື່ອປະຕິບັດຕາມເງື່ອນໄຂເງິນກູ້ຂອງທະນາຄານພັດທະນາອາຊີ (ADB- FSPL II) ໃຫ້ແກ່ລັດຖະບານ ໂດຍໄດ້ຜ່ານການເຫັນດີເຫັນພ້ອມໃນກອງປະຊຸມ ລະຫວ່າງ ທະນາຄານແຫ່ງ ສປປ ລາວ, ທະນາຄານພັດທະນາອາຊີ ແລະ ບໍລິສັດ CAFSL ໃນຕົ້ນປີ 1998; ພ້ອມທັງປະຕິບັດຕາມນະໂຍບາຍການຕ່າງປະເທດ ຂອງພັກ-ລັດ ໃນການເຊື່ອມໂຍງກັບສາກົນ ແລະ ພາກພື້ນ.

ຂໍ້ມູນສະມາຊິກຂອງສໍານັກງານປົກປ້ອງເງິນຝາກ ສາມາດເບິ່ງໄດ້ທີ່ເວັບໄຊ: https://www.dpo.gov.la/%e0%ba%82%e0%bb%8d%e0%bb%89%e0%ba%a1%e0%ba%b9%e0%ba%99/